Homeຂ່າວພາຍ​ໃນໄຟຟ້ານໍ້າເທີນ 2 ຈັບມືກັບລັດຖະບານ ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານຂະໜາດໃຫຍ່

ໄຟຟ້ານໍ້າເທີນ 2 ຈັບມືກັບລັດຖະບານ ພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານຂະໜາດໃຫຍ່

Published on

ຜູ້ຖືຫຸ້ນບໍລິສັດ ໄຟຟ້ານໍ້າເທີນ 2 ຮ່ວມມືກັບລັດຖະບານ ແຫ່ງ ສປປ ລາວ ໃນການພັດທະນາໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ທີີ່ມີຂະໜາດໃຫຍ່ທີີ່ສຸດໃນໂລກ ດ້ວຍກໍາລັງຕິດຕັ້ງ 240 ເມກາວັດ ກວມເອົາເນື້ອທີ່ 3,2 ກິໂລຕາແມັດ (ໜ້ອຍກ່ວາ 1 ສ່ວນຮ້ອຍຂອງອ່າງເກັບນໍ້າທີ່ມີລະດັບນໍ້າເຕັມອ່າງ).

ໂຄງການດັ່ງກ່າວຈະມີການຕິດຕັັ້ງພະລັງງານໄຟຟ້າແບບປະສົມປະສານ ເຊິ່ງສາມາດຜະລິດພະລັງງານໄຟຟ້າຈາກແສງຕາເວັນ ຄຽງຄູ່ກັບການຜະລິດໄຟຟ້າພະລັງງານນໍ້າຕົກ (1.080 ເມກາວັດ), ທັງນີ້ກໍເພື່ອເປັນການຮັກສານໍ້າໄວ້ເມື່ອມີແສງຕາເວັນ ໂດຍລະບົບຜະລິດໄຟຟ້າພະລັງງານນໍ້າຈະນໍາໃຊ້ນໍ້າໜ້ອຍລົງ ພ້ອມນໍາໃຊ້ພະລັງງານແສງຕາເວັນແທນ. ໂດຍສະເລ່ຍໂຄງການນີ້ຈະຊ່ວຍເພີ່ມກໍາລັງການຜະລິດໄຟຟ້າທັງໝົດຂອງໂຄງການໄຟຟ້ານໍ້າເທີນ 2 ຂຶ້ນອີກ 6 ເປີເຊັນ.

ໂຄງການພະລັງງານໄຟຟ້າແສງຕາເວັນແບບປະສົມປະສານ ນໍາພາໂດຍ ບໍລິສັດໄຟຟ້າຝຣັັ່ງ (EDF) ແລະ ຮ່ວມພັດທະນາໂດຍ ລັດວິສາຫະກິດຖືຮຸ້ນລາວ (LHSE) ແລະ ບໍລິສັດຜະລິດໄຟຟ້າມະຫາຊົນປະເທດໄທຈໍາກັດ (EGCO) ໂດຍຄາດວ່າຈະເລີ່ມການກໍ່ສ້າງໃນປີ 2022 ແລະ ເລີ່ມຜະລິດພະລັງງານໄຟຟ້າ ໃນປີ 2024.

ຢ່າງໃດກໍຕາມ, ໂຄງການພະລັງງານໄຟຟ້າແບບປະສົມປະສານ NT2-Solar ຈະຕອບສະໜອງພະລັງງານໄຟຟ້າທີ່ສະອາດ, ປອດໄພ, ຍືນຍົງ ແລະ ໃນລາຄາທີ່ສົມເຫດສົມຜົນ, ໂດຍມີຜົນກະທົບຕໍ່ສິ່ງແວດລ້ອມ ແລະ ສັງຄົມ ໜ້ອຍທີ່ສຸດ.

ພິທີລົງນາມໃນສັນຍາວ່າດ້ວຍການພັດທະນາໂຄງການ (PDA) ພະລັງງານໄຟຟ້າແສງຕາເວັນ ແບບປະສົມປະສານ ທີ່ອ່າງເກັບນໍ້າຂອງເຂື່ອນໄຟຟ້ານໍ້າເທີນ 2 ຢູ່ແຂວງຄໍາມ່ວນ ລະຫວ່າງລັດຖະບານ ແຫ່ງ ສປປ ລາວ ແລະ ບໍລິສັດໄຟຟ້າຝຣັັ່ງ (EDF) ໄດ້ຈັດຂຶ້ນໃນວັນທີ 12 ກໍລະກົດ 2021, ຕາງໜ້າຝ່າຍລາວ ໂດຍທ່ານ ນາງ ຄໍາຈັນ ວົງແສນບຸນ, ຮອງລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ແລະ ຕາງໜ້າຝ່າຍບໍລິສັດ EDF ໂດຍທ່ານ ເບອາທຣິດ ບັບຟົງ ອໍານວຍການປະຈໍາຄະນະບໍລິຫານກຸ່ມບໍລິສັດ EDF ຜູ້ຊີ້ນໍາພະແນກສາກົນ.

ຂໍ້ມູນຈາກ: Media Laos

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...