ປັດຈຸບັນນີ້, ມີປະຊາຊົນຈຳນວນບໍ່ໜ້ອຍ ໄດ້ອາໄສກູ້ເງິນນອກລະບົບ ທີ່ດອກເບ້ຍ 5%, 10% ຫຼື 20% ຕໍ່ເດືອນ, ດອກເບ້ຍສູງແຕ່ກໍມີຄົນກູ້ຢືມສາເຫດຍ້ອນ:
- ບໍ່ມີທາງເລືອກ (ຈົນຕາແຈແທ້ໆ ຈໍາເປັນຕ້ອງກູ້)
- ທຸລະກິດທີ່ເຮັດຢູ່ນັ້ນເປັນທຸລະກິດທີ່ເຫັນຜົນໄວ ຫຼື ຮອບໝູນໄວ ແລະ ເຫັນກໍາໄລທີ່ຄຸ້ມຄ່າຢູ່ແລ້ວຈຶ່ງກ້າກູ້.
ສຳລັບສະຖາບັນການເງິນຈຸລະພາກ ແມ່ນສະຖາບັນການເງິນປະເພດໜຶ່ງທີ່ຂຶ້ນກັບທະນາຄານແຫ່ງ ສປປ ລາວ ມີນິຕິກຳຄຸ້ມຄອງ ຢ່າງຖືກຕ້ອງຕາມກົດໝາຍ, ເຮັດໜ້າທີ່ຄືກັບທະນາຄານ ນັ້ນຄືການສະໜອງເງິນກູ້ຂະໜາດນ້ອຍ (ຈຸນລະວິສາຫະກິດ ຫຼື ບຸກຄົນ) ເນື່ອງຈາກການປ່ອຍກູ້ຂະໜາດນ້ອຍ ທະນາຄານທຸລະກິດຈະບໍ່ປ່ອຍ ເພາະບໍ່ຄຸ້ມຄ່າກັບຕົ້ນທຶນທາງນິຕິກຳຕ່າງໆ ຈຶ່ງປ່ອຍໃຫ້ເປັນສະຖາບັນການເງິນຈຸລະພາກເຮັດໜ້າທີ່.
ການກຳນົດອັດຕາດອກເບ້ຍເງິນກູ້ຂອງສະຖາບັນການເງິນຈຸລະພາກ ແມ່ນກຳນົດໂດຍທະນາຄານແຫ່ງ ສປປ ລາວ, ກຳນົດບໍ່ໃຫ້ເກິນ 3% ຕໍ່ເດືອນ, ປ່ອຍຖືກກວ່າ 3%ໄດ້ ຂໍແຕ່ຢ່າໃຫ້ເກີນ. ການທີ່ເພິ່ນກຳນົດເພດານດອກເບ້ຍໄວ້ທີ່ 3% ຕໍ່ເດືອນນັ້ນ ແມ່ນຍ້ອນສະຖາບັນການເງິນຈຸລະພາກມີຕົ້ນທຶນສູງ ແລະ ມີເງື່ອນໄຂທີ່ງ່າຍກວ່າທະນາຄານ ສ່ວນຫຼາຍແມ່ນບໍ່ມີຫຼັກຊັບຄ້ຳປະກັນ.
ຊາວກະສິກອນຂະໜາດນ້ອຍ ປູກພືດຜັກ ທີ່ມີຮອບການຜະລິດ 30-40 ວັນ, ສາມາດໄດ້ຂາຍຜົນຜະລິດ ດອກເບ້ຍ 3% ຖືວ່າບໍ່ສູງ ເພາະລາຍໄດ້ຂອງເຂົາເຈົ້າສູງກວ່າດອກເບ້ຍຫຼາຍ. ຍົກຕົວຢ່າງ: ປູກຫອມບົ່ວ 1 ໄລ່ ໃຊ້ທຶນທັງໝົດປະມານ 3,000,000 ກີບ, ປະກອບດ້ວຍແນວພັນ, ຝຸ່ນປຸຍ, ແຮງງານ, ກຽມດິນ (ຖ້າເປັນເງິນກູ້ດອກເບ້ຍ 3% ຕໍ່ເດືອນ ຈະໄດ້ຈ່າຍດອກເບ້ຍ 120,000 ກີບ) ໃຊ້ເວລາປະມານ 40 ວັນ, ເກັບກ່ຽວໄດ້ປະມານ 1,200 ກິໂລ/1ໄລ່ (ອີງຕາມຂໍ້ມູນການທົດລອງ) ຖ້າລາຄາຫອມບົ່ວ 10,000 ກີບ/ກິໂລ (ລາຄາສະເລ່ຍປະມານ 13,000 ກີບ/ກິໂລ) ມີລາຍໄດ້ 12,000,000 ກີບ, ມີສ່ວນຕ່າງ 9,000,000ກີບ ມີກໍາໄລ 9,000,000 ກີບ, ທຽບກັບດອກເບ້ຍ 120,000 ກີບ, ປະຊາຊົນເຂົາກ້າທີ່ຈະກູ້ດອກເບ້ຍ 3% ຕໍ່ເດືອນ.
ດັ່ງນັ້ນ, ການທົດລອງສົ່ງເສີມການຜະລິດກະສິກຳພືດຜັກ ໂດຍສະຖາບັນການເງິນຈຸລະພາກ NCC ຈຶ່ງປະສົບຜົນສໍາເລັດ, ສະຫຼຸບວ່າ ຊາວສວນບໍ່ຖືວ່າ ດອກເບ້ຍ 3% ຕໍ່ເດືອນ ບໍ່ສູງສຳລັບເຂົາເຈົ້າ, ແຕ່ຖ້າໄດ້ເງິນກູ້ທີ່ດອກເບ້ຍຕ່ຳກວ່ານີ້ກໍ່ຍິ່ງເປັນການດີ.
ດອກເບ້ຍ 3% ຕໍ່ເດືອນ, ສຳລັບທຸລະກິດບາງຢ່າງຖ້າຜົນຕອບແທນດີກໍຖືວ່າສູງດອກເບ້ຍ 3% ຕໍ່ເດືອນ ແມ່ນບໍ່ສູງ. ສຳລັບທຸລະກິດບາງຢ່າງຖ້າຜົນຕອບແທນຕໍ່າກໍຖືວ່າສູງພໍສົມຄວນ.
ທີ່ມາ: ບຸນທ່ຽງ ລັດຕະນະວົງ