Homeສຸຂະພາບ ແລະ ສີ່ງແວດລ້ອມຜົນການວິໄຈຈາກເມັດເລືອດບອກໄດ້ວ່າມະນຸດສາມາດມີອາຍຸຢືນຍາວເຖິງ 150 ປີ!!

ຜົນການວິໄຈຈາກເມັດເລືອດບອກໄດ້ວ່າມະນຸດສາມາດມີອາຍຸຢືນຍາວເຖິງ 150 ປີ!!

Published on

ທີມນັກວິໄຈຈາກບໍລິສັດເທັກໂນໂລຢີຊີວະພາບເຈໂຣ (Gero) ໃນປະເທດສິງກະໂປໄດ້ເຜີຍແຜ່ຜົນການວິໄຈເມັດເລືອດທີ່ກ່ຽວກັບມະນຸດໃນວາລະສານ Nature Communications ໂດຍລະບຸວ່າຄົນເຮົາສາມາດມີຊີວິດຢືນຍາວໄດ້ສູງສຸດເຖິງ 120 – 150 ປີແຕ່ຈະບໍ່ເກີນໄປກວ່ານີ້ ເນື່ອງຈາກເຊລໃນຮ່າງກາຍບໍ່ສາມາດຟື້ນຟູຕົນເອງໄດ້ອີກ.

ທີມນັກວິໄຈສາມາດຮູ້ເຖິງຂີດຈໍາກັດຂອງອາຍຸໄຂມະນຸດໄດ້ຈາກການວິເຄາະຜົນກວດຈາກເມັດເລືອດຂອງປະຊາກອນທີ່ມີອາຍຸຕ່າງກັນໃນສະຫະລັດອາເມລິກາ, ອັງກິດ ແລະ ຣັດເຊຍ ຈໍານວນ 500,000 ຄົນ ເພື່ອເບິ່ງສັດສ່ວນລະຫວ່າງເມັດເລືອດຂາວສອງຊະນິດກັບຄວາມແຕກຕ່າງຂອງເມັດເລືອດແດງທີ່ຮ່າງກາຍຜະລິດອອກມາ ເຊິ່ງວ່າຖ້າຄົນເຮົາມີອາຍຸທີ່ຫຼາຍຂື້ນຄວາມປ່ຽນແປງຂອງປະລິມານ ແລະ ຂະໜາດຂອງເມັດເລືອດກໍຍິ່ງປາກົດຊັດເຈນຂື້ນ. ການປ່ຽນແປງຂອງເມັດເລືອດດັ່ງກ່າວເປັນໂຕບົ່ງຊີ້ທາງດ້ານຊີວະພາບທີ່ສະແດງໃຫ້ເຫັນເຖິງຄວາມປ່ຽນແປງທາງດ້ານອາຍຸຂອງມະນຸດ.

ເຖິງຢ່າງໃດກໍຕາມການມີອາຍຸທີ່ຢືນຍາວນັ້ນເປັນຄົນລະຢ່າງກັບການມີສຸຂະພາບດີໃນຊ່ວງເວລາທີ່ເຖົ້າລົງ ເຊິ່ງທີມຜູ້ວິໄຈແນະນໍາວ່າຄວນຈະຕ້ອງມີການສຶກສາຕໍ່ໄປເຖິງຊ່ວງອາຍຸທີ່ດົນທີ່ສຸດທີ່ຄົນເຮົາຈະສາມາດມີຊີວິດຢູ່ໄດ້ໂດຍມີສຸຂະພາບທີ່ແຂງແຮງ ແລະ ໃນປັດຈຸບັນນີ້ຄົນທີ່ມີອາຍຸຫຼາຍທີ່ສຸດໃນໂລກແມ່ນຄົນຝຣັ່ງທີ່ມີອາຍຸ 122 ປີ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...