spot_img
Homeຂ່າວຕ່າງປະເທດ10 ປະເທດທີ່ມີໜີ້ສິນແຫ່ງຊາດຫຼາຍທີ່ສຸດໃນໂລກ

10 ປະເທດທີ່ມີໜີ້ສິນແຫ່ງຊາດຫຼາຍທີ່ສຸດໃນໂລກ

Published on

ເມື່ອອາທິດທີ່ຜ່ານມາສະຖາບັນການເງິນລະຫວ່າງປະເທດ (IIF) ເປີດເຜີຍວ່າ ໜີ້ສິນທົ່ວໂລກໃນໄຕມາດທຳອິດຂອງປີ 2021 ຫຼຸດລົງເປັນຄັ້ງທຳອິດໃນຮອບ 10 ໄຕມາດ ໂດຍຫຼຸດລົງ 1,7 ພັນຕື້ໂດລາເປັນ 289 ພັນຕື້ໂດລາ.

ເຖິງຢ່າງໃດກໍ່ຕາມ, ໜີ້ສິນທົ່ວໂລກຍັງເພີ່ມຂຶ້ນປະມານ 12% ນັບຕັ້ງແຕ່ປີ 2019 ຍ້ອນການລະບາດຂອງ COVID-19, ໂດຍ IIF ກ່າວວ່າໃນປີ 2020, ໜີ້ສິນທົ່ວໂລກໄດ້ເພີ່ມຂື້ນເປັນລະດັບສູງ. World Population Review ໄດ້ຈັດອັນດັບຫນີ້ສິນແຫ່ງຊາດຫຼາຍທີ່ສຸດໃນໂລກດັ່ງຕໍ່ໄປນີ້:

ອັນດັບ 1: ຍີ່ປຸ່ນ (ປະຊາກອນ 126 ລ້ານຄົນ) ມີໜີ້ສິນແຫ່ງຊາດທີ່ສູງທີ່ສຸດໃນໂລກຢູ່ທີ່ 234,18% ຂອງ GDP.

ອັນດັບ 2: ເວເນຊູເອລາ (ປະຊາກອນປະມານ 28,7 ລ້ານຄົນ) ດ້ວຍອັດຕາໜີ້ສິນທົ່ວປະເທດ 214,45% ຂອງ GDP.

ອັນດັບ 3: ຊູດານ (ປະຊາກອນປະມານ 42,8 ລ້ານຄົນ) ດ້ວຍອັດຕາໜີ້ສິນຂອງປະເທດ 177,87% ຂອງ GDP.

ອັນດັບທີ 4: ປະເທດເກຣັກ (ປະຊາກອນປະມານ 10,3 ລ້ານຄົນ), ດ້ວຍອັດຕາໜີ້ສິນຂອງປະເທດ 174,15% ຂອງ GDP.

ອັນດັບທີ 5: ປະເທດເລບານອນ (ປະຊາກອນປະມານ 6.77 ລ້ານຄົນ) ທີ່ມີອັດຕາຫນີ້ສິນແຫ່ງຊາດ 157,81% ຂອງ GDP.

ອັນດັບທີ 6: ປະເທດອີຕາລີ (ປະຊາກອນປະມານ 60,3 ລ້ານຄົນ) ເຊິ່ງມີອັດຕາໜີ້ສິນແຫ່ງຊາດເທົ່າກັບ 133,43% ຂອງ GDP.

ອັນດັບທີ 7: ປະເທດ Eritrea (ປະຊາກອນປະມານ 3,6 ລ້ານຄົນ) ດ້ວຍອັດຕາໜີ້ສິນຂອງປະເທດ 127,34% ຂອງ GDP.

ອັນດັບ 8: ສາທາລະນະລັດ Cape Verde (ປະມານປະມານ 5,6 ແສນຄົນ) ດ້ວຍອັດຕາໜີ້ສິນຂອງປະເທດ 125,29% ຂອງ GDP.

ອັນດັບ 9: ໂມຊຳບິກ (ປະຊາກອນປະມານ 32,16 ລ້ານຄົນ) ດ້ວຍອັດຕາໜີ້ສິນທົ່ວປະເທດ 124,46% ຂອງ GDP.

ອັນດັບ 10: ປອກຕຸຍການ (ປະຊາກອນປະມານ 10.17 ລ້ານຄົນ) ດ້ວຍອັດຕາໜີ້ສິນຂອງປະເທດ 119,46% ຂອງ GDP.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...