Homeຂ່າວຕ່າງປະເທດWHO ຍົກໃຫ້ໂຄວິດສາຍພັນອິນເດຍເປັນສາຍພັນທີ່ໜ້າກັງວົນລະດັບໂລກແຜ່ລະບາດ 44 ປະເທດ

WHO ຍົກໃຫ້ໂຄວິດສາຍພັນອິນເດຍເປັນສາຍພັນທີ່ໜ້າກັງວົນລະດັບໂລກແຜ່ລະບາດ 44 ປະເທດ

Published on

ຫຼັງຈາກເຈົ້າໜ້າທີ່ຈາກອົງການອະນາໄມໂລກກ່າວໃນວັນທີ 10 ພຶດສະພາ 2021 ວ່າການລະບາດຂອງໂຄວິດ-19 ສາຍພັນ B.1.617 ໄດ້ຖືກກວດພົບເປັນຄັ້ງທຳອິດໃນປະເທດອິນເດຍເມື່ອເດືອນຕຸລາ 2020, ເປັນສາຍພັນທີ່ “ໜັ້າກັງວົນລະດັບໂລກ” ເນືື່ອງຈາກວ່າປັດຈຸບັນພົບການແຜ່ລະບາດຂອງສາຍພັນນີ້ໃນ 44 ປະເທດທົ່ວໂລກ.

ຜົນຂອງການສຶກສາເບື້ອງຕົ້ນໄດ້ສະແດງໃຫ້ເຫັນວ່າເຊື້ອໄວຣັດດັ່ງກາວແຜ່ລະບາດໄດ້ຫຼາຍກ່ວາເຊື້ອໄວຣັດດັ່ງເດີມ ແລະ ມີຫຼັກຖານທີ່ບົ່ງບອກວ່າອາດຫຼົບລ້ຽງພູມຄຸ້ມກັນຂອງຮ່າງກາຍທີ່ເກີດຈາກໄວຣັດ ຫຼື ການຕິດເຊື້ອມາກ່ອນໄດ້ອີກດ້ວຍ. ແນວໃດກໍ່ຕາມກໍ່ຍັງຕ້ອງມີການສຶກສາເພີ່ມເຕີມ ແລະ ຂໍ້ມູນປັດຈຸບັນຍັງຖືວ່າວັກຊີນຍັງຄົງມີປະສິດທິພາບໃນການປ້ອງກັນໂຣກ ແລະ ການເສຍຊີວິດໄດ້.

ນອກຈາກນີ້, ຍັງມີໄວຣັດກາຍພັນອີກສາຍພັນໜຶ່ງທີ່ພົບໃນອິນເດຍຄື: B.1.618 ເຊິ່ງມີການກາຍພັນເຖິງ 3 ຕຳແໜ່ງ E484K ແລະ D614G ແລະ ກົດອະມິໂນ H146 ແລະ Y145 ໄດ້ຫາຍໄປ ເຊິ່ງເຮັດໃຫ້ໄວຣັດສາມາດແຜ່ລະບາດໄດ້ໄວຂຶ້ນ ແລະ ຫຼົບຫຼີກພູມຄຸ້ມກັນຂອງມະນຸດໄດ້ດີຂຶ້ນກວ່າເກົ່າ.

ຫຼ້າສຸດ, ອົງການອານາໄມໂລກປະກາດວ່າ ພົບເຊື້ອກາຍພັນ B.1.617 ຫຼາຍກ່ວາ 4,500 ກໍລະນີ ໄດ້ຖືກພົບເຫັນຢູ່ໃນ 44 ປະເທດຈາກ 6 ຂົງເຂດຂອງອົງການອະນາໄມໂລກ. ອັງກິດແມ່ນປະເທດທີ່ມີການສົ່ງເຊື້ອໄວຣັດສູງທີ່ສຸດຮອງລົງມາຈາກອິນເດຍ.

ຮຽບຮຽງຂ່າວ: ພຸດສະດີ

 

 

 

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...