Homeຂ່າວຕ່າງປະເທດປະເທດຈີນເລີ່ມມີການດັດແປງພັນທຸກໍາໝູ ແລະ ສັດອື່ນໆ ເພື່ອຫຼຸດຜ່ອນການນໍາເຂົ້າ

ປະເທດຈີນເລີ່ມມີການດັດແປງພັນທຸກໍາໝູ ແລະ ສັດອື່ນໆ ເພື່ອຫຼຸດຜ່ອນການນໍາເຂົ້າ

Published on

ສໍານັກຂ່າວບູມເບີກໄດ້ລາຍງານວ່າ: ຈີນກໍາລັງພະຍາຍາມດັດແປງພັນທຸກໍາຂອງໝູ ແລະ ສັດອື່ນໆພາຍໃນ 10 ປີຂ້າງໜ້າ ເພື່ອເພາະພັນສັດທີ່ສາມາດຜະລິດຊີ້ນໄດ້ຫຼາຍຂື້ນແຕ່ເຮັດໃຫ້ສັດກິນອາຫານໜ້ອຍລົງ.

ທາງກະຊວງກະສິກໍາຂອງຈີນໄດ້ບອກວ່າໂຄງການນີ້ຈະດໍາເນີນໄປຈົນເຖິງປີ 2035 ເຊິ່ງກວມເອົາໝູ, ງົວນົມ, ງົວພັນຊີ້ນ, ແກະ ແລະ ໄກ່ ເຊິ່ງຫາກດໍາເນີນການສໍາເລັດປະເທດຈີນຈະມີຄວາມສາມາດໃນການແຂ່ງຂັນທາງດ້ານການເພາະພັນໃນລະດັບສາກົນ.

ທ່ານ ຊື ຈຽນຈົງ ເຈົ້າໜ້າທີ່ຈາກກົມສັດແຫ່ງຊາດຂອງກະຊວງກະສິກໍາ ແລະ ຄະນະກໍາມະການຊັບພະຍາກອນພັນທຸກໍາສັດປີກ ໄດ້ເປີດເຜີຍຕໍ່ກັບນັກຂ່າວວ່າຜົນຜະລິດທີ່ໄດ້ຈາກໝູນັ້ນແມ່ນຕໍ່າກວ່າປະເທດອື່ນໆທີ່ພັດທະນາແລ້ວປະມານ 30% ໃນຂະນະທີ່ງົວນົມສາມາດຜະລິດນົມໄດ້ພຽງແຕ່ 80% ເທົ່ານັ້ນເມື່ອທຽບກັບປະເທດອື່ນໆ. ນອກຈາກນີ້, ຈີນຍັງຕ້ອງເພິ່ງພາສິນຄ້າຈາກຕ່າງປະເທດໃນການຜະລິດຊີ້ນໄກ່.

ຖ້າສາມາດດັດແປງພັນທຸກໍາຂອງໝູໄດ້ນັ້ນກໍຈະຊ່ວຍຫຼຸດການໃຊ້ອາຫານສັດໄປໄດ້ຫຼາຍລ້ານໂຕນ ນອກຈາກນີ້ຍັງຊ່ວຍສະໜັບສະໜຸນການປ່ຽນແປງຂອງອຸດສາຫະກໍາໝູ ແລະ ສັດອື່ນໆໄດ້ອີກດ້ວຍ ແລະ ເພື່ອຫຼຸດການນໍາເຂົ້າສິນຄ້າຈາກຕ່າງປະເທດເພື່ອສົ່ງເສີມລາຍໄດ້ຂອງປະຊາຊົນພາຍໃນປະເທດ.

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...