Homeຂ່າວພາຍ​ໃນນ້ຳປະປານະຄອນຫລວງ ປັບລາຄາຂຶ້ນ 550 ກີບຕໍ່ແມັດກ້ອນ!

ນ້ຳປະປານະຄອນຫລວງ ປັບລາຄາຂຶ້ນ 550 ກີບຕໍ່ແມັດກ້ອນ!

Published on

writebill

 

ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປາ ນະຄອນຫຼວງ​ວຽງ​ຈັນ ໄດ້​ດັດ​ປັບ​ລາຄາ​ນ້ຳ​ປະປາ​ໃໝ່​ຈາກ 1.350 ກີບ/ແມັດກ້ອນ ເປັນ

1.900 ກີບ/ແມັດ​ກ້ອນ ທັງ​ນີ້​ເພື່ອ​ໃຫ້​ສອດຄ່ອງ ແລະ ແທດເໝາະ​ກັບການ​ດຳເນີນທຸລະ​ກິດ ໃນ​ສະພາບ​ປັດຈຸບັນ

ແລະ ສາມາດ​ກຸ້ມ​ຕົນ​ເອງ​ທາງ​ດ້ານ​ການ​ເງິນ ມີ​ຄວາມ​ສາມາດ​ທົດ​ແທນ​ຕົ້ນ​ທຶນ ແລະ ດອກ​ເບ້ຍ​ເງິນ​ກູ້​ພາຍ​ໃນ

-ຕ່າງປະເທດ ລວມ​ເຖິງ​ການຊຳລະ​ກະແສ​ໄຟຟ້າ ວັດຖຸ​ດິບ ອຸປະກອນ ທໍ່​ນ້ຳ ​ໃຫ້ທັນ​ກັບ​ເວລາ ແລະ ຕາມ​ສັນຍາ

ເພື່ອ​ຫຼີກເວັ້ນ​ຈາກ​ການ​ຖົມ​ຂຸມ​ຂອງ​ລັດຖະບານ ແລະ ມີ​ທຶນ​ໃນ​ການ​ຂະຫຍາຍ​ກຳລັງ​ການ​ຜະລິດ ​ໃຫ້​ສູງຂຶ້ນ​ເທື່ອ​

ລະ​ກ້າວ.

 

laopost
ທ່ານ ຄຳ​ເຜີຍ ວົງສາ​​ຄຳ​ຜຸຍ ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປາ​ ນະຄອນຫລວງ​ວຽງ​ຈັນ

 

ທ່ານ ຄຳ​ເຜີຍ ວົງສາ​​ຄຳ​ຜຸຍ ອຳນວຍ​ການ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປາ​ ນະຄອນຫລວງ​ວຽງ​ຈັນ ໄດ້​ຖະແຫຼງ​ຂ່າວ​ຕໍ່

​ສື່​ມວນ​ຊົນ​ໃນ​ວັນ​ທີ 22 ເດືອນ​ຕຸລາ ປີ 2014 ນີ້ ຢູ່​ລັດ​ວິ​ສາ​ຫະ​ກິດ​ດັ່ງກ່າວ​ວ່າ: ສາເຫດ​ທີ່ພາໃຫ້​ມີ​ການ​ດັດ​ປັບ​ລາ

ຄາ​ນ້ຳ​ປະປາ​ຄັ້ງ​ນີ້ ແມ່ນ​ຍ້ອນ​ອົງ​ປະກອບ​ລາຍຈ່າຍ​ການ​ຜະລິດ​ນ້ຳ​ປະປາ​ຕໍ່​ຫົວໜ່ວຍ​ມີ​ການ​ປ່ຽນແປງເຊັ່ນ: ຄາ​

ລາ​ວັດຖຸ​ດິບ ລາຄາ​ເຄື່ອງ​ອາໄຫຼ່​ໂປ້ມ​ນ້ຳ ລາຄາ​ທໍ່​ນ້ຳ-ອຸປະກອນ​ຕ່າງໆ ຄ່າ​ກະແສ​ໄຟຟ້າ ແລະ ຄ່າ​ແຮງ​ງານ​ມີ​ການ

ປັບ​ຂຶ້ນ​ແຕ່​ລະ​ປີ ແລະ ການ​ເໜັງ​ຕີງ​ເພີ່ມ​ຂຶ້ນຕາມ​ສະພາບ​ເງິນເຟີ້​ ຕາມ​ກົນ​ໄກ​ຕະຫຼາດ​ໃນແຕ່​ລະ​ໄລຍະ ລາຄາ​

ນ້ຳ​ປະປາ​ທີ່​ປະຕິບັດ​ປີ 2009 ຜ່ານ​ມາ ສະເລ່ຍ 1.350 ກີບ/ແມັດ​ກ້ອນ ບໍ່​ສາມາດ​ດຸ່ນ​ດ່ຽງ​ຕົ້ນ​ທຶນ​ຕົວ​ຈິງ​ໄດ້ ເຊິ່ງ​

ລາຄາ​ການ​ຜະລິດ​ຕົວ​ຈິງ​ໃນ​ປັດຈຸບັນ ​ສະເລ່ຍ​ແມ່ນ 1.900 ກີບ/ແມັດ​ກ້ອນ ເພື່ອ​ໃຫ້​ສະພາບ​ການ​ດຳເນີນ​ທຸລະ​

ກິດ​ຄ່ອງ​ຕົວ ແລະ ສາມາດ​ຂະຫຍາຍ​ການ​ຜະລິດ​ໃຫ້​ໄດ້​ຕາມ​ແຜນ​ພັດທະນາ​ເສດຖະກິດ-ສັງຄົມ ທີ່​ທາງ​ນະຄອນ

ຫຼວງ​ວຽງ​ຈັນກຳນົດ​ໄວ້​ໃນ​ປີ 2015 ໃຫ້​ປະຊາຊົນ 7 ຕົວ​ເມືອງ ມີ​ນ້ຳ​ອາດ​ໃຊ້ 80-85% ແລະ ເພີ່ມ​ຂຶ້ນເປັນ 90-95%

ໃນ​ປີ 2020 ເພື່ອ​ໃຫ້​ຜູ້​ຊົມໃຊ້​ນ້ຳ​ມີ​ການ​ໃຊ້​ນ້ຳ​ຢ່າງ​ປະຢັດ ໃຊ້​ນ້ຳ​ໃຫ້​ເກີດ​ປະໂຫຍດ​ສູງ​ສຸດ ຊ່ວຍ​ຮັກສາ​ສະພາບ​ແວດ​

ລ້ອມ ແລະ ຮັກສາ​ແຫຼ່ງ​ນ້ຳ​ໃຫ້​ຍືນ​ຍົງ ເຮັດ​ໃຫ້​ທຸລະກິດ​ຂອງ​ລັດ​ມີ​ຄວາມ​ເຂັ້ມແຂງ ປະກອບສ່ວນ​ສ້າງລາຍ​ຮັບ​ເຂົ້າ

​ງົບປະມານ​ໃຫ້​ດີ​ຂຶ້ນ.

 

ທ່ານ​ຜູ້ອຳນວຍການ​ລັດ​ວິ​ສາ​ຫະ​ກິດ​ນ້ຳ​ປະປາ​ນະຄອນຫຼວງ ​ຍັງ​ໄດ້​ກ່າວ​ຕື່ມ​ວ່າ: ການ​ຂຶ້ນລາຄານ້ຳ​ປະປາ​ນີ້ ຈະ​ມີ​ຜົນ

​ກະທົບ​ໜ້ອຍ​ທີ່​ສຸດ​ຕໍ່​ຜູ້​ມີ​ລາຍ​ໄດ້​ຕ່ຳ ໂດຍ​ອີງ​ຕາມ​ການ​ກຳນົດ​ເງິນເດືອນ ເລກ​ທີ 3082/​ກງ ລົງ​ວັນ​ທີ 24/10/2013

ລາຍ​ໄດ້​ຕ່ຳ​ສຸດ​ຂັ້ນ 1/ຊັ້ນ1 ເທົ່າ​ກັບ 904.500 ກີບ/ຄົນ/ເດືອນ ອີງ​ຕາມ​ຫຼັກການ​ນຳ​ໃຊ້​ຄິດໄລ່​ລາຄາ​ຕາມ​ເງື່ອນໄຂ​

ຂອງ ADB ລາຄານ້ຳ​ຊົມໃຊ້​ປະເພດ​ຄົວ​ເຮືອນ​ໃຫ້​ຢູ່​ລະດັບ 4% ຂອງ​ລາຍ​ໄດ້​ຕ່ຳ​ສຸດ ເຊັ່ນ: ປະເພດ​ນຳ​ໃຊ້ນ້ຳ​ປະມານ

30 ແມັດ​ກ້ອນ/ເດືອນ/ຄົວ​ເຮືອນ ຕາມ​ລາຄາ​ເກົ່າ ຈະ​ໄດ້​ຈ່າຍ​ທັງ​ໝົດ​ລວມອາກອນ 31.450 ກີບ/ເດືອນ ກວມ​ເອົາ

3,47% ຂອງ​ເງິນເດືອນ​ຂັ້ນ​ຕ່ຳ ຖ້າ​ຄິດໄລ່​ຕາມລາຄາ​ໃໝ່ ​ຈະ​ໄດ້​ຈ່າຍ​ທັງ​ໝົດ​ລວມ​ອາກອນ 35.860 ກີບ ກວມ​ເອົາ

3,96% ຂອງ​ເງິນເດືອນ​ຂັ້ນ​ຕ່ຳ​ສຸດ ຜ່ານ​ການ​ຄິດໄລ່​ປະເພດ​ຄົວ​ເຮືອນ​ນຳ​ໃຊ້​ນ້ຳ​ປະປາ​ລະດັບ 1 ແມັດ​ກ້ອນ/ມື້ ຫຼື

30 ແມັດ​ກ້ອນ/ເດືອນ ແມ່ນ​ຍັງ​ຢູ່​ໃນ​ລະດັບ​ຕ່ຳ​ກວ່າ 4% ສະນັ້ນ​ຈຶ່ງ​ເວົ້າ​ໄດ້​ວ່າ ການ​ດັດ​ປັບລາຄາ​ນ້ຳ​ໃນ​ຄັ້ງນີ້​ແມ່ນ

​ສົມ​ເຫດ​ສົມ​ຜົນ ແລະ ເໝາະ​ສົມ​ມີ​ຜົນ​ກະທົບ​ໜ້ອຍ​ຕໍ່​ຜູ້​ຊົມໃຊ້.

 

ແຫລ່ງຂ່າວ: ວຽງຈັນໃໝ່

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...