Homeສຸຂະພາບ ແລະ ສີ່ງແວດລ້ອມໂຄວິດ-19 ເຖິງວ່າຈະສາມາດຮັກສາໃຫ້ເຊົາໄດ້ແລ້ວ ແຕ່ມັນກໍຍັງມີການສົ່ງຜົນກະທົບຕໍ່ກັບສຸຂະພາບໃນໄລຍະຍາວ

ໂຄວິດ-19 ເຖິງວ່າຈະສາມາດຮັກສາໃຫ້ເຊົາໄດ້ແລ້ວ ແຕ່ມັນກໍຍັງມີການສົ່ງຜົນກະທົບຕໍ່ກັບສຸຂະພາບໃນໄລຍະຍາວ

Published on

ນັກວິໄຈຫຼາຍຄົນຍັງພະຍາຍາມຄົ້ນຄວ້າຫາຄໍາຕອບກ່ຽວກັບອາການຂອງຜູ້ທີ່ຕິດພະຍາດໂຄວິດ-19 ທີ່ຈະສົ່ງຜົນກະທົບຕໍ່ກັບສຸຂະພາບໃນໄລຍະຍາວ ເນື່ອງຈາກວ່າການລະບາດຂອງພະຍາດນີ້ຫາກໍ່ເກີດຂື້ນຈຶ່ງເຮັດໃຫ້ນັກວິໄຈບໍ່ສາມາດສະຫຼຸບຜົນກະທົບທາງດ້ານສຸຂະພາບໃນໄລຍະຍາວໄດ້ຢ່າງຊັດເຈນ. ໃນປັດຈຸບັນນີ້ເຫັນວ່າຍອດຜູ້ຕິດເຊື້ອໂຄວິດ-19 ໃນທົ່ວໂລກເພີ່ມຂື້ນເປັນຈໍານວນຫຼາຍ ແຕ່ເຖິງຢ່າງໃດກໍຕາມຜົນກະທົບທາງດ້ານສຸຂະພາບຂອງຜູ້ທີ່ຕິດເຊື້ອນັ້ນຍັງບໍ່ຮຸນແຮງເຖິງຂັ້ນເຮັດໃຫ້ເສຍຊີວິດໃນທັນທີ.

ຈາກການສຶກສາຂອງມະຫາວິທະຍາໄລມິຊິແກນໃນສະຫະລັດອາເມລິກາທີ່ສຶກສາຈາກຜູ້ຕິດໂຄວິດ 1,250 ຄົນ ທີ່ມີອາການຮຸນແຮງຈົນຕ້ອງໄດ້ເຂົ້າຮັບປິ່ນປົວທີ່ໂຮງໝໍເຫັນວ່າມີຈໍານວນ 6.7% ທີ່ເສຍຊີວິດພາຍໃນໄລຍະເວລາ 60 ມື້ ຫຼັງຈາກທີ່ອອກຈາກໂຮງໝໍ ແລະ ອີກ 15.1% ຕ້ອງກັບເຂົ້າມາຮັບການປິ່ນປົວອີກຮອບໜຶ່ງ. ສະນັ້ນ, ຈຶ່ງມີຄວາມເປັນໄປໄດ້ທີ່ບາງຄົນຈະມີຜົນກະທົບຕໍ່ກັບສຸຂະພາບຢ່າງຮຸນແຮງ.

ໃນຂະນະດຽວກັນນັ້ນຜົນການສຶກສາຂອງມະຫາວິທະຍາໄລວໍຊິງຕັນພົບວ່າມີຜູ້ປ່ວຍທີ່ມີອາການປ່ວຍຊໍາເຮື້ອຫຼັງຈາກທີ່ເຊົາຈາກພະຍາດໂຄວິດ-19 ເປັນເວລາເຖິງ 9 ເດືອນ. ນັກວິໄຈບາງສ່ວນໄດ້ກ່າວວ່າເຊື້ອພະຍາດນີ້ເຮັດໃຫ້ເກີດບັນຫາຕໍ່ເນື່ອງໃນໄລຍະຍາວເປັນຕົ້ນແມ່ນອາການປວດເມື່ອຍຊໍາເຮື້ອຈົນບໍ່ສາມາດເຮັດກິດຈະກໍາປະຈໍາວັນໄດ້ ລວມໄປເຖິງອາການປວດກ້າມເນື້ອສະໝອງ, ໄຂສັນຫຼັງອັກເສບ, ສະໝອງເສື່ອມ, ເບົາຫວານ ແລະ ໄຕວາຍ. ນອກຈາກນີ້ຜູ້ທີ່ຕິດເຊື້ອໂຄວິດໃນໄລຍະຍາວປະມານ 68.9% ຈະມີປະສິດທິພາບໃນການເຮັດວຽກຫຼຸດລົງ.

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...