spot_img
Homeຂ່າວຕ່າງປະເທດຂໍ້ດີ-ຂໍ້ເສຍ ຂອງວັກຊີນ Sinovac ແລະ AstraZeneca ຕ່າງກັນແນວໃດ

ຂໍ້ດີ-ຂໍ້ເສຍ ຂອງວັກຊີນ Sinovac ແລະ AstraZeneca ຕ່າງກັນແນວໃດ

Published on

ຖ້າປຽບທຽບກັນໃນດ້ານຄວາມປອດໄພ ວັກຊີນ Sinovac ເປັນຊີນເຊື້ອຕາຍ ຄືຜະລິດຈາກໄວຣັສທີ່ບໍ່ມີຊີວິດແລ້ວ ຈ່ຶງຖືວ່າມີຄວາມປອດໄພສູງ ເຊິ່ງຜົນການທົດລອງກໍ່ພົບວ່າວັກຊີນ Sinovac ມີຜົນຂ້າງຄຽງໜ້ອຍກວ່່າ ແລະ ບໍ່ມີອາການຮຸນແຮງ ໃນຂະນະທີ່ວັກຊີນ AstraZeneca ເປັນການໃຊ້ໄວຣັດອະດິໂນທີ່ກໍ່ໂຣກໃນລິງຊິມແປນຊີເປັນຕົວພາ (Adenoviral Vector) ເຮັດໃຫ້ເກີດຜົນຂ້ຽງຄຽງຫຼາຍກວ່າ ແຕ່ບໍ່ຮຸນແຮງເຊັ່ນ: ອ່ອນເພຍ, ປວດຫົວ,​ ປວດເມື່ອຍກ້າມເນື້ອ ແຕ່ຜູ້ສູງອາຍຸພົບໜ້ອຍກວ່າຜູ້ໃຫຍ່.

ຜູ້ທີ່ສາມາດຊັກວັກຊີນໄດ້ ເຊິ່ງວັກຊີນ Sinovac ຍັງບໍ່ມີຂໍ້ມູນການສຶກສາປະສິດທິພາບໃນຜູ້ສູງອາຍຸ (ກຸ່ມຕົວຢ່າງນ້ອຍ ອຍ ຈຶ່ງບໍ່ອະນຸມັດ) ເຮັດໃຫ້ສາມາດຊັກໄດ້ສະເພາະໃນກຸ່ມອາຍຸ 18-59 ປີ ດັ່ງນັ້ນ, ຜູ້ສູງອາຍຸຕັ້ງແຕ່ 60 ປີຂຶ້ນໄປ ຈຶ່ງຕ້ອງຊັກວັກຊີນ AstraZeneca ສຳລັບຜູ້ທີ່ມີໂຣກປະຈຳຕົວສາມາດຊັກໄດ້ທັງ 2 ຊະນິດ ສ່ວນຂໍ້ຫ້າມຄືຜູ້ທີ່ແພ້ຮຸນແຮງການຊັກຄັ້ງທຳອິດ ຫຼື ແພ້ສ່ວນປະກອບຂອງວັກຊີນ ຜູ້ປ່ວຍໂຣກຊໍ້າເຮື້ອທີ່ອາການຍັງບໍ່ຄົງທີ່ ເຊັ່ນ: ໂຣກຫຼອດເລືອດຫົວໃຈທີ່ຫາກໍ່ປິ່ນປົວແລ້ວ ແມ່ນບໍ່ແນະນຳໃຫ້ຊັກວັກຊີນ.

ສະຫຼຸບແລ້ວ ວັກຊີນທັງ 2 ບໍລິສັດ ມີຄວາມປອດໄພ ແລະ ປະສິດທິພາບໃກ້ຄຽງກັນ ຂໍ້ດີຂອງວັກຊີນ Sinovac ຄືມີຜົນຂ້າງຄຽງໜ້ອຍກວ່າ ວັກຊີນຂອງແອສຕຣ້າເຊນນິກ້າ ຄືຄວາມໜ້າເຊື່ອຖືຂອງຜົນການສຶກສາ ແລະ ມີຂໍ້ມູນໃນຜູ້ສູງອາຍຸ ແນວໃດກໍ່ຕາມຂໍ້ມູນກ່ຽວກັບວັກຊີນເຫຼົ່ານີ້ຈະຍັງມີການອັບເດດອີກໃນອານາຄົດ.

ຮຽບຮຽງຂ່າວ:​ ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...