Homeນານາສາລະການຈູດບໍ່ແມ່ນການກຳຈັດຂີ້ເຫຍື້ອທີ່ຖືກຕ້ອງ

ການຈູດບໍ່ແມ່ນການກຳຈັດຂີ້ເຫຍື້ອທີ່ຖືກຕ້ອງ

Published on

ດັ່ງທີ່ເຮົາຮູ້ໃນປະຈຸບັນ, ການຈູດຂີ້ເຫຍື້ອແມ່ນການສ້າງມົນລະພິດທາງອາກາດ ແລະ ເປັນສາເຫດໃນການເກີດຝຸ່ນລະອອງ ເມື່ອຝຸ່ນ ແລະ ຄວັນເຂົ້າໄປໃນຮ່າງກາຍ ຈະເຮັດລະບົບທາງເດີນຫາຍໃຈມີການລະຄາຍເຄືອງ, ເຄືອງດັງ, ຈາມ ແລະ ເມື່ອສະສົມໄປເລື່ອຍໆກໍ່ຈະໃຫ້ປອດມີບັນຫາ, ຫອບຫືດ, ຫົວໃຈວາຍ ຈົນໄປເຖິງການກໍ່ໃຫ້ເກີດມະເຮັງປອດ ແລະ ພະຍາດແຊກແຊງຕ່າງໆຕາມມາ.

ການຈູດຂີ້ເຫຍື້ອຍັງເປັນສາເຫດໃນການເກີດອັກຄີໄພເຊັ່ນ: ໄຟໄໝ້ປ່າ, ບ້ານເຮືອນຂອງປະຊາຊົນ, ຮ້ານອາຫານ… ຍ້ອນການຈູດຂີ້ເຫຍື້ອແລ້ວລາມໄປຫາບໍລິເວນທີ່ໃກ້ຄຽງ ໂດຍສະເພາະຍາມອາກາດຮ້ອນ ແຮ່ງໄວຕໍ່ການຕິດໄຟ.

ດັ່ງນັ້ນ, ເຮົາມາຮູ້ຈັກວິທີການກຳຈັດຂີ້ເຫຍື້ອໃຫ້ຖືກຕ້ອງເຊິ່ງມີດັ່ງນີ້:

1. ໃບໄມ້ແຫ້ງ :  ເຮັດໃຫ້ໝູ້ນພໍປະມານ ແລ້ວນຳໄປໃສ່ກ້ອງຕົ້ນໄມ້ ແລະ ໜ້າດິນທີ່ມີບໍລະເວນຫຼຸບໃຫ້ພຽງ ພ້ອມຍັງສາມາດນຳໄປເຮັດປຸຍ ໂດຍການໝັກມ້ຽນໃນຖັງດຳພ້ອມປະສົມກັບນໍ້າຊີວະພາບ.

2. ຕຸກນໍ້າ ແລະ ແກັດເຈ້ຍ: ແຍກອອກມາຈາກຂີ້ເຫຍື້ອປະເພດອື່ນ ແລ້ວທ້ອນມ້ຽນຂາຍ ແທນການນຳໄປຈູດ.

3. ຖົງຢາງ : ຫຼັງຈາກໃຊ້ແລ້ວຄວນເກັບໃສ່ຖົງດຳເພື່ອຖ້າລົດເກັບຂີ້ເຫຍື້ອມາເອົາ ແທນການຈູດ.

4. ຫຼອດໄຟ, ແບັດເຕີຣີ : ຄວນແຍກກັບຖົງຕ່າງຫາກ ແລ້ວແຈ້ງໃຫ້ລົດຂີ້ເຫຍື້ອຊາບເມື່ອມາເອົາ. ຢ່າຈູດເດັດຂາດ ເພາະດອກໄຟອາດແຕກໃນລະຫວ່າງຈູດແລ້ວກະເດັນໃສ່ຮ່າງກາຍ.

5. ເສດອາຫານ : ນຳເອົາໃສ່ຮາກຕົ້ນໄມ້ ເພາະເສດອາຫານກໍ່ເປັນປຸຍຊະນິດໜຶ່ງ ແຕ່ຕ້ອງເອົາມ້ຽນບໍລິເວນແດດແຮງໆ.

ພຽງເທົ່ານີ້ເຮົາກໍກາຍເປັນສ່ວນໜຶ່ງໃນການຫຼຸດຜ່ອນມົນລະພິດທາງອາກາດ ແລະ ຝຸ່ນລະອອງທີ່ມານຳການຈູດຂີ້ເຫຍື້ອ, ພ້ອມເຮັດໃຫ້ປະມານຂີ້ເຫຍື້ອໃນບ້ານຫຼຸດລົງອີກດ້ວຍ.

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...