ວິກິດໂຄວິດ – 19 ໄດ້ສົ່ງຜົນກະທົບເຮັດໃຫ້ມູນຄ່າເງິນກີບ ທຽບກັບໂດລາອາເມລິກາ ແລະ ບາດໄທ ມີມູນຄ່າໜ້ອຍລົງ ( Kip depreciation ) ກະທົບໂດຍກົງຕໍ່ຜູ້ບໍລິໂພກ ໂດຍສະເພາະການປັບລາຄາສິນຄ້າຂອງຜູ້ຜະລິດ ແລະ ຜູ້ຄ້າຂາຍພາຍໃນປະເທດ ເພາະສິນຄ້າສ່ວນໃຫຍ່ ຫຼື ເກືອບທັງໝົດແມ່ນຕ້ອງອາໄສວັດຖຸດິບນຳເຂົ້າຈາກຕ່າງປະເທດ.
ອີງຕາມບົດຄົ້ນຄ້ວາໂດຍຫຍໍ້ດ້ານນະໂຍບາຍ ໃນຫົວຂໍ້ເງິນກີບອ່ອນຄ່າກະທົບໂດຍກົງຕໍ່ຜູ້ບໍລິໂພກ ແລະ ທຸລະກິດພາຍໃນປະເທດ ໃນໄລຍະການລະບາດຂອງພະຍາດໂຄວິດ – 19 ຂອງສະຖາບັນຄົ້ນຄວ້າເສດຖະກິດອຸດສາຫະກໍາ ແລະ ການຄ້າ, ກະຊວງອຸດສາຫະກໍາ ແລະ ການຄ້າວ່າ: ຜົນກະທົບຂອງໂຄວິດ – 19 ຕໍ່ເສດຖະກິດຂອງ ສປປ ລາວ ແມ່ນບໍ່ຕ່າງກັບປະເທດກຳລັງພັດທະນາອື່ນໆ ໂດຍສະເພາະການສົ່ງອອກ, ການລົງທຶນຕ່າງປະເທດ ແລະ ຂະແໜງບໍລິການຕິດພັນກັບການທ່ອງທ່ຽວ, ໂຮງແຮມ, ເຮືອນພັກ, ຮ້ານອາຫານ ແລະ ບັນດາສະຖານທີ່ທ່ອງທ່ຽວຕ່ງໆຫຼາຍແຫ່ງຢຸດຊົ່ວຄາວ.
ຈາກສະພາບການດັ່ງກ່າວເຮັດໃຫ້ເງິນກີບອ່ອນຄ່າລົງ ທຸລະກິດພາຍໃນຕ້ອງໄດ້ປັບຖານຕົ້ນທຶນການຜະລິດ ແລະ ລາຄາຂາຍໃໝ່ໃນໄລຍະຜ່ານມາ ເຊິ່ງຈາກການລາຍງານດັດຊະນີລາຄາການຊົມໃຊ້ ແລະ ເງິນເຟີ້ຂອງປະເທດໃນທ້າຍປີ 2020 (ເດືອນທັນວາ) ພົບລາຄາສິນຄ້າໃນທຸກໝວດໃນປີ 2020 ທຽບກັບປີ 2019 ເພີ່ມຂື້ນທັງໝົດເຊັ່ນ: ສະບຽງອາຫານ ເພີ່ມຂື້ນ 4,71%, ໝວດເຄື່ອງນຸ່ງ 4,17% ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂື້ນ 3,84% ແລະ ໝວດຮັກສາສຸຂະພາບ ແລະ ຢາເພີ່ມຂື້ນ 4,93%, ໝວດຂົນສົ່ງ 1,30% ແລະ ໝວດວັດຖຸມີຄ່າ ເພີ່ມ 10%.
ໃນສະພາບການອ່ອນຄ່າຂອງເງິນກີບ (ເງິນເຟີ້) ໄດ້ສົ່ງຜົນກະທົບໂດຍກົງຕໍ່ຜູ້ບໍລິໂພກ ໂດຍສະເພາະການປັບລາຄາສິນຄ້າຂອງຜູ້ຜະລິດ ແລະ ຜູ້ຄ້າຂາຍພາຍໃນປະເທດ. ດັ່ງນັ້ນບົດສຶກສານີ້ຈຶ່ງຍົກໃຫ້ເຫັນບາງທັດສະນະດ້ານວິຊາການເພື່ອປະກອບສ່ວນສະເໜີແນະວິທີການແກ້ໄຂໃນສະພາບເງິນກີບອ່ອນຄ່າຈາກວິກິດໂຄວິດ-19 ທີ່ຍັງໜັກຢູ່ຫຼາຍປະເທດໃນປັດຈຸບັນ.
ປັດໄຈ ເຮັດໃຫ້ເງິນກີບອ່ອນຄ່າ ການຂຶ້ນ – ລົງມູນຄ່າຂອງເງິນກີບ ທຽບກັບເງິນສະກຸນຫຼັກໃນລະບົບການຕ່າງປະເທດແມ່ນບໍ່ຕ່າງກັບເງິນຕາຂອງປະເທດອື່ນໆໃນໂລກ ອີງຕາມສະພາບການຄ້າຂອງປະເທດທີ່ຕິດພັນກັບປະເທດໃກ້ຄຽງເປັນຫຼັກຈຶ່ງເຮັດໃຫ້ເງິນກີບຜູກຕິດກັບສອງສະກຸນເງິນຕ່າງປະເທດ ຄື ໂດລາສະຫະລັດ ແລະ ໄທບາດ.