spot_img
Homeຂ່າວພາຍ​ໃນຄວາມເປັນມາຂອງວັນແມ່ຍິງສາກົນ

ຄວາມເປັນມາຂອງວັນແມ່ຍິງສາກົນ

Published on

ວັນແມ່ຍິງສາກົນ, ເຊິ່ງເປັນທີ່ຮູ້ຈັກໃນນາມ ວັນແຮງງານແມ່ຍິງສາກົນ (International Working Women’s Day) ແມ່ນຈັດຂື້ນໃນວັນທີ 8 ມີນາ ໃນແຕ່ລະປີ.

ຈຸດປະສົງຂອງການສະເຫຼີມສະຫຼອງແມ່ນ ຄວາມນັບຖື, ຄວາມຊາບຊື້ງ ແລະ ຄວາມຮັກ ຕໍ່ແມ່ຍິງ ສຳລັບຜົນສຳເລັດທາງເສດຖະກິດການເມຶອງ ແລະ ສັງຄົມຂອງແມ່ຍິງທົ່ວໄປ, ທຳອິດແມ່ນເປັນວຽກງານທາງການເມືອງສັງຄົມນິຍົມ. ຫຼັງຈາກນັ້ນ, ແນວຄິດທາງດ້ານການເມືອງແມ່ນປັບປ່ຽນເປັນພຽງແຕ່ໂອກາດສຳລັບຄົນທີ່ຈະສະແດງຄວາມຮັກຕໍ່ແມ່ຍິງແບບທີ່ຄ້າຍຄືກັບວັນແມ່ ແລະ ວັນວາເລັນທາຍ, ແຕ່ໃນບາງຂົງເຂດແນວຄິດການເມືອງ ແລະ ສິດທິມະນຸດທີ່ສະຫະປະຊາຊາດກຳນົດຍັງໝັ້ນຄົງຢູ່ ແລະ ການເຂົ້າໃຈໃນແນວຄິດການເມືອງ ແລະ ສັງຄົມຂອງການຕໍ່ສູ້ຂອງແມ່ຍິງທົ່ວໂລກມີກາຍເຜີຍແຜ່ ແລະ ພິຈາລະນາດ້ວຍຄວາມຫວັງ, ບາງຄົນສະເຫຼີມສະຫຼອງມື້ນີ້ດ້ວຍການມັດໂບສີມ້ວງ.

ປະຫວັດ ຂອງວັນແມ່ຍິງສາກົນ ເກີດຂຶ້ນຈາກກຳມະກອນຍິງໃນໂຮງງານທໍຜ້າ ຢູ່ເມືອງນິວຢອກ, ສະຫະລັດອາເມລິກາລຸກຮື້ຂຶ້ນປະທ້ວງໃຫ້ນາຍຈ້າງເພີ່ມຄ່າແຮງງານໃຫ້ ແລະ ຂໍສິດຂອງເຂົາເຈົ້າ. ແຕ່ສຸດທ້າຍແມ່ຍິງຈຳນວນ 119 ຄົນ ໄດ້ເສຍຊິວີດຈາກເຫດການນີ້ຍ້ອນມີການລອບວາງເພີງໄຟໄໝ້ໂຮງງານບ່ອນທີ່ພວກເຂົານັ່ງເຮັດວຽກຢູ່ນຳກັນ, ເຫດການທັງໝົດເກີດຂຶ້ນ ໃນວັນທີ 8 ມີນາ 1857.

ຫຼັງຈາກນັ້ນ, ໃນປີ 1907 ກຳມະກອນຍິງໃນໂຮງງານທໍຜ້າ ຢູ່ເມືອງຊິກຄາໂກ ສະຫະລັດອາເມລິກາບໍ່ສາມາດທົນຕໍ່ການຂົ່ມເຫັງ, ການກົດຂີ່, ການລ່ວງລະເມີດຂອງນາຍຈ້າງທີ່ໃຊ້ພວກເຂົາຄືກັບທາດ. ເນື່ອງຈາກວ່າແມ່ຍິງເຫຼົ່ານີ້ ເຮັດວຽກໜັກຕົກເຖິງມຶ້ລະ 16-17 ຊົ່ວໂມງຕໍ່ມື້ ໂດຍບໍ່ມີມຶ້ພັກ ບໍ່ມີປະກັນໄພແຮງງານ ເປັນຜົນໃຫ້ເກີດການເຈັບປ່ວຍ ແລະ ລົ້ມຕາຍຕາມມາ. ແຕ່ພັດໄດ້ຮັບຄ່າແຮງງານພຽງເລັກນ້ອຍ ແລະ ເມື່ອຖືພາກໍຖືກໄລ່ອອກ. Clara Setkin,  ສະຕີນັກການເມືອງສັງຄົມຍົມ ຊາວເຢີລະມະນີ ຕັດສິນໃຈຊັກຊ່ວນກຳມະກອນຍິງນັດຢຸດງານໃນວັນທີ 8 ມີນາ 1907 ໂດຍຮຽກຮ້ອງໃຫ້ນາຍຈ້າງຫຼຸດຜ່ອນເວລາເຮັດວຽກຂອງເຂົາເຈົ້າລົງເຫຼືອ 8 ຊົ່ວໂມງຕໍ່ມື້ ແລະ ໃຫ້ປັບປຸງສະຫວັດດີການຂອງເຂົາເຈົ້າທຸກຢ່າງແລະໃຫ້ແມ່ຍິງມີສິດ ລົງຄະແນນສຽງເລືອກຕັ້ງ.

ຢ່າງໃດກໍຕາມ, ເຖິງແມ່ນວ່າການຮຽກຮ້ອງຂໍ້ນີ້ຈະບໍ່ສຳເລັດກຳມະກອນຍິງຫຼາຍຮ້ອຍຄົນຖືກຈັບ. ແຕ່ເຮັດໃຫ້ແມ່ຍິງທົ່ວໂລກສະໜັບສະໜູນການກະທຳຂອງ Clara Setkin ແລະ ເຮັດໃຫ້ແມ່ຍິງທົ່ງໂລກຮູ້ເຖິງສິດທິຂອງເຂົາເຈົ້າຫຼາຍຂຶ້ນ.

ໃນວັນທີ 8 ມິນາ 1908, ແຮງງານຍີງຫຼາຍກວ່າ 15,000 ຄົນ ໄດ້ຮ່ວມເດີນຂະບວນ ທົ່ວເມືອງນິວຢອກ ຮຽກຮ້ອງໃຫ້ເລີກໃຊ້ແຮງງານເດັກ ໂດຍມີຄຳຂວັນການດົງນະລົງວ່າ “ເຂົ້າຈີ່ແລະດອກກຸຫຼາບ” ໝາຍເຖິງການໄດ້ຮັບອາຫານທີ່ພຽງພໍ ແລະ ຄຸນນະພາບຂອງຊີວິດທີ່ດີຂຶ້ນນັ້ນເອງ.

ຈົນມາຮອດ ວັນທີ 8 ມີນາ 1910 ຄວາມພະຍາຍາມຂອງກຳມະກອນຍິງກຸມນີ້ກໍ່ໄດ້ຮັບຜົນສຳເລັດ. ເມື່ອມີຜູ້ຕ່າງໜ້າແມ່ຍິງຈາກ 17 ບັນດາປະເທດ ໄດ້ເຂົ້າຮ່ວມສະມາຄົມສະຕີສັງຄົມນິຍົມຄັ້ງທີ 2 ຢູ່ເມືອງໂຄເປນເຮເກນ, ປະເທດເດນມາກ ໂດຍມີຄຳຂວັນໄດ້ປະກາດຮັບຮອງເອົາຂອງບັນດາກຳມະກອນຍິງ ໃນລະບົບສາມ 8 ຄື ຕ້ອງອານຸຍາດໃກ້ແມ່ຍິງເຮັດວຽກ 8 ຊົ່ວໂມງຕໍ່ມື້, ໃຫ້ເວລາສຶກສາຄວາມຮູ້ ເພື່ອພັດທະນາສັກກະຍະພາບຂອງຕົນອີກ 8 ຊົ່ວໂມງ ເປັນເວລາພັກຜ່ອນ. ພ້ອມກັນນີ້ຍັງໄດ້ປັບເງິນຄ່າແຮງງານໃຫ້ເທົ່າກັບຄ່າແຮງງານຊາຍ ແລະ ຍັງມີການຄຸ້ມຄອງສະຫວັດດີການແມ່ຍິງ ແລະ ແຮງງານເດັກ.

ທັງນີ້ ຍັງໄດ້ຮັບເອົາຂໍ້ສະເໜີ ຂອງ Clara Setkin ດ້ວຍການກຳນົດໃຫ້ ວັນທີ 8 ມີນາ ຂອງທຸກໆປີ ແມ່ນວັນແມ່ຍິງສາກົນ.

ບົດຄວາມຫຼ້າສຸດ

ເສຍຊີວິດຢ່າງນ້ອຍ 4 ຄົນ ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ

ເກີດເຫດກວດຍິງຢູ່ບາແຫ່ງໜຶ່ງ ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ສຳນັກຂ່າວຕ່າງປະເທດລາຍງານໃນຊ່ວງຕອນເຊົ້າຂອງວັນອາທິດ 12 ຕຸລາ 2025 ເກີດເຫດເຫດການກວດຍິງ ພາຍໃນ ບາແຫ່ງໜຶ່ງ ເຊິ່ງເປັນບາທີ່ໄດ້ຮັບຄວາມນິຍົມຢູ່ໃນລັດເຊົາແຄໂລໄລນາ ສະຫະລັດອາເມລິກາ ເຊິ່ງເຫດການດັ່ງກ່າວເຮັດໃຫ້ມີຄົນເສຍຊີວິດຢ່າງນ້ອຍ 4 ຄົນ...

ເລີ່ມ! ວັນທີ 1 ພະຈິກ 2025 ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100%

ລາຍງານຈາກສຳນັກຂ່າວຕ່າງປະເທດ ໃນວັນທີ 10/10/2025 ທີ່ຜ່ານມາ ທ່ານ ໂດນັລ ທຣຳ ປະທານນາທິບໍດີ ສະຫະລັດອາເມລິກາ ໄດ້ອອກຄໍາສັ່ງ ຈະຮຽກເກັບພາສີນຳເຂົ້າສິນຄ້າຈາກຈີນ ເພີ່ມອີກ 100% ຈາກທີ່ປັດຈຸບັນສະຫະລັດເກັບພາສີສິນຄ້າຈີນຢູ່ທີ່...

ອຸທາຫອນ! ແມ່ຕູ້ຊາວຈີນມີຄວາມເຊື່ອແປກ ຕັດສິນໃຈກິນກົບສົດໆລົງທ້ອງ ຫວັງໃຫ້ເຊົາເຈັບຫຼັງ ແຕ່ສຸດທ້າຍອາການໜັກ

ເມື່ອປວດຫຼັງຫຼາຍຄົນອາດຈະເລືອກກິນຢາ ຫຼື ໄປຫາແພດ ແມ່ນບໍ່, ແຕ່ມີລາຍງານຂ່າວຈາກເມືອງຫາງໂຈ ປະເທດຈີນ, ເມືອບໍ່ດົນມານີ້ ວ່າ ມີແມ່ຕູ້ຄົນໜຶ່ງ ມີອາການເຈັບຫຼັງ ແລະເລືອກວິທີຮັກສາຕາມຄວາມເຊື່ອຂອງຕົນ ໂດຍການກືນກິນກົບສົດລົງທ້ອງ ຈົນເຮັດໃຫ້ເຊື້ອພະຍາດເຂົ້າສູ່ຮ່າງກາຍ. ເຊິ່ງກ່ອນເກີດເຫດແມ່ຕູ້ໄດ້ຂໍໃຫ້ພີ່ນ້ອງໄປຈັບກົບຂະໜາດນ້ອຍມາໃຫ້ ໂດຍບໍ່ໄດ້ບອກວ່າຈະເອົາໄປເຮັດຫຍັງ,...

ວັນການທູດລາວຄົບຮອບ 80 ປີ ປັດຈຸບັນ ລາວມີສາຍພົວພັນການທູດກັບ 151 ປະເທດ ມີສໍານັກງານຕາງໜ້າການທູດ ຢູ່ຕ່າງປະເທດ 41 ແຫ່ງ

ວັນການທູດລາວຄົບຮອບ 80 ປີ (12/10/1945-12/10/2025) ແມ່ນວັນສຳຄັນທາງປະຫວັດສາດຂອງຊາດ ທີ່ມີຄວາມໝາຍຄວາມສຳຄັນ ເພາະສະແດງອອກພູມປັນຍາຄວາມສະຫລາດສ່ອງໃສຂອງບັນພະບູລຸດ ແລະ ຄວາມສຳເລັດຂອງພາລະກິດຕ່າງໆຕັ້ງແຕ່ອາດີດຮອດປັດຈຸບັນ ແລະ ແນໃສ່ສືບຕໍ່ສ້າງເປັນບົດຮຽນ ເປັນມູນມັງມໍລະດົກຕົກທອດໃຫ້ແກ່ຄົນຮຸ່ນ ໃໝ່ຕໍ່ໆໄປໃນອະນາຄົດ. ເຊິ່ງກົມການເມືອງສູນກາງພັກໄດ້ອອກແຈ້ງການສະບັບເລກທີ...