spot_img
Homeຂ່າວຕ່າງປະເທດປັດຈຸບັນມີ 13 ວັກຊີນທົ່ວໂລກເຂົ້າສູ່ການສຶກສາເຟສ 3 ຄາດວ່າພ້ອມໃຊ້ງານໄວທີ່ສຸດກາງປີ 2021.

ປັດຈຸບັນມີ 13 ວັກຊີນທົ່ວໂລກເຂົ້າສູ່ການສຶກສາເຟສ 3 ຄາດວ່າພ້ອມໃຊ້ງານໄວທີ່ສຸດກາງປີ 2021.

Published on

ມີບໍລິສັດຫຼາຍແຫ່ງກຳລັງເລັ່ງພັດທະນາວັກຊີນໂຄວິດ-19. ປັດຈຸບັນ, ມີ 11 ວັກຊີນເຂົ້າສູ່ການສຶກສາເຟສ 3 ຄາດວ່າພ້ອມໃຊ້ງານໄວທີ່ສຸດກາງປີ 2021.

ອີງຕາມຂໍ້ມູນຈາກ thaipbs ລາຍງານວ່າ ສຳລັບກຸ່ມບໍລິສັດທີສຶກສາໄລຍະ 3 ທັງ 11 ບໍລິສັດມີຄື: ຢາວັກຊີນຕົວທຳອິດ ເປັນວັກຊີນຂອງອາເມລິກາ ຈາກບໍລິສັດ moderna ໂດຍໃຊ້ເທັກໂນໂລຍີໃໝ່ mRNA vaccine (Genetic vaccine) ເລີ່ມສຶກສາໃນໄລຍະ 3 ເມື່ອເດືອນ ກໍລະກົດ 2020. ເຊິ່ງໄດ້ສຶກສາກັບກຸ່ມທົດລອງ 30,000ຄົນ.

ວກຊີນຕົວທີ 2 ເປັນຂອງບໍລິສັດ  BioNTech Pfizer ແລະ Fosun Pharma ເປັນບໍລິສັດສັນຊາດເຢຍລະມັນ, ອາເມລິກາ ແລະ ຈີນ ຮ່ວມກັນ ໂດຍໃຊ້ເທັກໂນໂລຍີ mRNA vaccine (Genetic vaccine) ເຊິ່ງໄດ້ສຶກສາກັບກຸ່ມທົດລອງ 43,000 ຄົນ.

ສຳລັບວັກຊີນຕົວທີ 3 ເປັນຂອງບໍລິສັດປະເທດຈີນ CanSinoBIO ໃໍຊ້ Adenovirus (Ad5) เເປັນຕົວນຳເຊື້ອ (Viral vector vaccine) ໃຊ້ໄວຣັສຕົວໜຶ່ງທີ່ບໍ່ກໍ່ໃຫ້ເກີດໂຣກໃນຄົນແລ້ວນຳພັນທຸກຳຂອງວັກຊີນໂວຄິດ-19 ເຂົ້າໄປ ເພື່ອກະຕຸ້ນພູມຄຸ້ມກັນໃນຕົວຄົນ ສຶກສາໃນຊາອຸດິອາຣະເບຍ, ປາກີສຖານ ແລະ ຣັດເຊຍ.

ຂະນະທີ່ໃນຣັດເຊຍ ໂດຍສະຖາບັນ Gamaleya ໃຊ້ Adenovirus 2 ຊະນິດ (Ad5, Ad26) ເປັນຕົວນຳເຊື້ອ (Viral vector vaccine) ໄປປະສົມກັບວັກຊີນ COVID-19 ຕັ້ງຊື່ປ້ອງກັນວັກຊີນໂຄວິດ-19 ວ່າ Sputnik V ປັດຈຸບັນສຶກສາຮອດໄລຍະ 3 ກຸ່ມທົດລອງຈຳນວນ 40,000 ຄົນໃນ ເບລາຣຸສ, ສະຫະລັດອາຫຼັບເອມິເຣສ, ເວເນຊູເອລາ ແລະ ອິນເດຍ ເມື່ອເດືອນ ຕຸລາ 2020.

ວັກຊີນຕົວທີ 4 ຂອງ Johnson & Johnson ໃນອາເມລິກາ ໃຊ້ Adenovirus (Ad26) ເປັນຕົວນຳເຊື້ອ (Viral vector vaccine) ເລີ່ມສຶກສາໃນໄລຍະທີ 3 ກັບກຸ່ມທົດລອງຈຳນວນ 60,000 ຄົນ ເປັນວັກຊີນຕົວດຽວທີ່ຊັກ 1 ເຂັມ ໃນວັນທີ 12 ຕຸລາ 2020 ພົບວ່າເກີດພາວະແຊກຊ້ອນໃນກຸ່ມທົດລອງ 1 ຄົນ ກ່ອນຈະກັບມາສຶກສາຕໍ່ໃນ 11 ວັນ ຜົນຂອງການທົດລອງໄລຍະ 3 ຄາດວ່າຈະສຳເລດທ້າຍປີ 2020 ແລະ ຈະສາມາດຜະລິດວັກຊີນໄດ້ 1,000 ລານໂດສໃນປີ 2021.

ວັກຊີນຕົວທີ 5 ເປັນຂອງ AstraZeneca ແລະ ມະຫາວິທະຍາໄລອອກຟອດ ຈັບມືກັນພັດທະນາວັກຊີນໂຄວິດ-19 ເປັນຄວາມຮ່ວມມືກັນລະຫວ່າງອັງກິດ ແລະ ສະວີເດນ ໂດຍໃຊ້ Chimpanzee Adenovirus (ChAdOx1) ເປັນຕົວນຳເຊື້ອ (Viral vector vaccine) ຂະນະສຶກສາໄລຍະ 3 ຈຳນວນ 30,000 ຄົນ ໃນບາຊິນ, ແອຟຣິກາໃຕ້ ແລະ ອາເມລິກາ ໃນວັນທີ 6 ກັນຍາ 2020 ພົບພາວະແຊກຊ້ອນໃນກຸ່ມທົດລອງ 1 ຄົນ ເຮັດໃຫ້ຕ້ອງຢຸດການສຶກສາ 1 ອທິດ ແລະ ວັນທີ 21 ຕຸລາ 2020 ກຸ່ມທົດລອງເສຍຊີວິດໃນບາຊິນ ກ່ອນທີ່ສ່ຳນັກງານຂະນະກຳມະການອາຫານ ແລະ ຢາ (FDA) ຈະກັບມາສຶກສາຕໍ່ໃນວັນທີ 23 ຕຸລາ ທີ່ຜ່ານມາ.

ວັກຊີນຕົວທີ 6 ຄື ວັກຊີນຂອງບໍລິສັດ NOVAVAX ອາເມລິກາໃຊ້ Coronavirus protein ໃນການຜະລິດ Protein-based vaccine ເລີ່ມສຶກສາໃນໄລຍະ 3 ກັບກຸ່ມທົດລອງ 15,000 ຄົນ ໃນອັງກິດ ເມື່ອເດືອນ ກັນຍາ 2020 ແລະ ສຶກສາໃນອາເມລິກາ ເມື່ອເດືອນ ຕຸລາ 2020 ຄາດວ່າຜົນການສຶກສາຈະອອກມາໃນຕົ້ນປີ 2021.

ວັກຊີນຕົວທີ 7 ມາຈາກປະເທດຈີນ ໂດຍ Wuhan Institute of Biological Products ແລະ ສຶກສາໂດຍບໍລິສັດ Sinopharm ໃຊ້ເຊື້ອ Coronavirus ທີ່ອ່ອນແຮງ ຫຼື ຕາຍ (Inactivated/Attenuated coronavirus vaccine) ບໍ່ກໍ່ໃຫ້ເກີດໂຣກແຕ່ກະຕຸ້ນພຸມຄຸ້ມກັນໄດ້ ເລີ່ມສຶກສາໄລຍະ 3 ໃນສະຫະລັດອາຫຼັບເອມິເຣດ ເມື່ອເດືອນກັນຍາ 2020 ແລະ ໃນເປຣູ, ໂມຣັອກໂຄ ເມື່ອເດືອນ ຕຸລາ ແລະ ໃນວັນທີ 14 ກັນຍາ 2020 ສະຫະລັດອາຫຼັບເອມີເຣສໄດ້ອະນຸມັດໃຫ້ວັກຊີນແບບສຸກເສີນ ເລັ່ງດ່ວນແກ່ບຸກຄະລາກອນທີ່ດູແລດ້ານສຸຂະພາບ ເຊິ່ງຂະນະນີ້ຍັງບໍ່ມີຜົນກະທົບດ້ານລົບ.

ວັກຊີນຕົວທີ 8 ຈາກສະຖາບັນ Beijing Institute of Biological Products ຂອງຈີນ ຍັງໃຊ້ເຊື້ອ Coronavirus ທີ່ອ່ອນກຳລັງ ຫຼື ຕາຍ (Inactivated/Attenuated coronavirus vaccine) ໂດຍເລີ່ມສຶກສາໄລຍະ 3 ໃນສະຫະລັດອາຫຼັບເອມິເຣດ ແລະ ອາເຈນຕີນາ ໂດຍເມື່ອວັນທີ 14 ກັນຍາ 2020 ສະຫະລັດອາຫຼັບເອມິເຣດ ໄດ້ອະນຸມັດໃຫ້ຊັກວັກຊີນນີ້ແບບສຸກເສີນ ເລັ່ງດ່ວນແກ່ບຸກຄະລາກອນທີ່ດູແລສຸຂະພາບ ໃນເດືອນຕຸລາ 2020 ປະທານບໍລິສັດໄດ້ປະກາດຈະຜະລິດວັກຊີນທງ 2 ຊຸນິດໃຫ້ໄດ້ປີລະ 1,000 ລ້ານໂດສ.

ວັກຊີນຕົວທີ 9 ເປັນຄວາມຮ່ວມມືຂອງ Indian Council of Medical Research และ National Institute of Virology ໂດຍບໍລິສັດ Bharat Biotech ຜະລິດຕະພັນວັກຊີນ Covaxin ໃຊ້ເຊື້ອ Coronavirus ທີ່ອ່ອນກຳລັງ ຫຼື ຕາຍ (Inactivated/Attenuated coronavirus vaccine) ໂດຍເລີ່ມສຶກສາໃນໄລຍະ 3 ໃນວັນທີ 23 ຕຸລາ 2020.

ວັກຊີນຕົວທີ 10 ບໍລິສັດ Sinovac Biotech ຂອງຈີນ ຍັງໄດ້ຜະລິດທີ່ມີຊື່ວ່າ CoronaVac ໂດຍໃຊ້ Coronavirus ທີ່ອ່ອນກຳລັງ ຫຼື ຕາຍ (Inactivated/Attenuated coronavirus vaccine) ໃນເດືອນ ກໍລະກົດ 2020 ເລີ່ມສຶກສາໄລຍະ 3 ໃນບາຊິນ ຕໍ່ດ້ວຍອິນໂດເນເຊຍ ແລະ ຕວັກກີ ໃນຂະນະທີ່ເດືອນ ກໍລະກົດ 2020 ສຶກສາໄລຍະ 1 ແລະ 2 ໃນເດກ ແລະ ວັນທີ 19 ຕຸລາ 2020 ທີ່ຜ່ານມາ. ປະກາດເປັນວັກຊີນທີ່ປອດໄພທີ່ສຸດໃນວັກຊີນ 5 ຕົວທີ່ໄດ້ເຮັດການສຶກສາໄລຍະ 3.

ວັັກຊີນຕົວທີ 11 Sinovac ກຳລັງເລັ່ງໂຄງການຜະລິດວັກຊີນ CoronaVac ເພື່ອກະຈາຍໃຫ້ປະຊາຄົມໂລກ ໂດຍໃນເບື້ອງຕົ້ນຜະລິດ 40 ລ້ານໂດສໃຫ້ອິນໂດເນເຊຍພາຍໃນ ເດືອນ ມີນາ 2021 ແລະ ພາຍໃນຕົ້ນປີ 2021 ຈະຜະລິດອອກທົ່ວໂລກ ລວມມເຖິງອາເມລິກາ.

ວັກຊີນຕົວທີ 12 COVAXIN ບໍລິສັດ ພາຣັດ ໄບໂອເທດ ຜູ້ຜະລິດວັກຊີນສັກເຂົ້າກ້າມເນື້ອ COVAXIN ລະບຸວ່າກຳລັງເລັ່ງຜະລິດວັກຊີນໃຫ້ໄດ້ 700 ລ້ານໂດສ ທັງນີ້, ວັກຊີນ COVAXIN ໄດ້ຮັບການອະນຸມັດໃຊ້ສກເສີນໃນອິນເດຍຮຽບຮ້ອຍແລ້ວ ແຕ່ກໍ່ຖືກວິຈານເຖິງຜົນການທົດສອບທີ່ບໍ່ໂປ່ງໃສ ແລະ ຍັງບໍ່ມີຂໍ້ມູນທີ່ສະແດງປະສິດທິພາບຂອງວັກຊີນຢ່ຽງພຽງພໍ.

ວັກຊີນອີກໜຶ່ງຕົວຂອງອິນເດຍ (ວັກຊີນຕົວທີ 13) ຄື: Covishield ເຊິ່່ງອິນເດຍຮ່ວມພັດທະນາໂດຍແອສຕຣ້າເຊເນເກ້າ ແລະ ມະຫາວິຍາໄລອອກຟັອດ ກໍ່ໄດ້ຮັບອະນຸຍາດໃຊ້ສຸກເສີນແລ້ວເຊັ່ນດຽວກັນ ແລະ ຕອນນີ້ກຳລັງດຳເນີນການຜະລິດໂດຍສະຖາບັນເຊຣຸ່ມແຫ່ງອິນເດຍ (Serum Institute of India ຫຼື SII) ຈາກການລາຍງານຂອງສຳນັກຂ່າວຣອຍເຕີ ລະບຸວ່າ SLL ສາມາດຜະລິດວັກຊີນ Covishield ໄດ້ເດືອນລະ 50 ລ້ານໂດສ ແລະ ວາງແຜນທີ່ຈະເພີ່ມກຳລັງການຜະລິດໃຫ້ໄດ້ 100 ລ້ານໂດສ ໃນໄລຍະເດືອນມີນາ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ງົດງາມທີ່ສຸດຈາກທົ່ວໂລກ ຕາດກວາງຊີ ແຂວງຫຼວງພະບາງ ຖືຈັດຢູ່ໃນ 21 ນໍ້າຕົກທີ່ສວຍງາມຈາກທົ່ວໂລກ ປີ 2025

ວາລະສານ ການທ່ອງທ່ຽວຊື່ດັງຂອງໂລກ Travel + Leisure ໄດ້ຈັດອັນດັບ Top 21 Most Beautiful Waterfalls in the World...

ໄທເລີ່ມປະຕິບັດແລ້ວ ທະນາຄານເລີ່ມປາບປາມຂະບວນການບັນຊີມ້າ ຖ້າກວດພົບຄວາມສົງໄສ ຈະອາຍັດບັນຊີທັນທີ

ບັນຊີມ້າແມ່ນບັນຊີທະນາຄານທີ່ຖືກນໍາໃຊ້ໂດຍອາດຊະຍາກອນ ເພື່ອເກັບເງິນ ຫຼື ຟອກເງິນທີ່ໄດ້ມາແບບຜິດກົດໝາຍ ແມ່ນບັນຊີທີ່ຖືກຈ້າງໃຫ້ເປີດ ຫຼື ຖືກລັກຂໍ້ມູນໄປໃຊ້ ເພື່ອເປັນທາງຜ່ານຂອງເງິນທີ່ໄດ້ມາຈາກການກະທຳຜິດກົດໝາຍ ລວມທັງການພະນັນ. ໃນຊ່ວງໜຶ່ງອາທິດທີ່ຜ່ານມາ ທາງທະນາຄານເເຫ່ງປະເທດໄທ ເລີ່ມກວດສອບ ແລະ ລົງມືປະຕິບັດຢ່າງເຂັ້ມງວດ ໃນການອາຍັດບັນຊີມ້າ...

ຄວາມຫວັງໃໝ່ຂອງເນປານ ແຕ່ງຕັ້ງລັດຖະມົນຕີຄົນໃໝ່ ໂດຍຈະປະຕິບັດໜ້າຮັກສາການ 6 ເດືອນ

ພາຍຫຼັງຄວາມວຸ່ນວາຍຂອງເຫດການປະທ້ວງໃນປະເທດເນປານ ເຮັດໃຫ້ອະດີດນາຍຍົກລັດຖະມົນຕີໄດ້ລາອອກ ພ້ອມທັງເດີນທາງອອກນອກປະເທດ ນຳພາໃຫ້ເນປານບໍ່ມີຄົນດຳລົງຕໍາເເໜ່ງນາຍົກລັດຖະມົນຕີໃນໄລຍະໜຶ່ງ. ເຊິ່ງໃນວັນທີ 12 ກັນຍາ 2025 ທີ່ຜ່ານມາ, ໄດ້ມີການປະກາດແຕ່ງຕັ້ງ ທ່ານ ນາງ  ສຸຊີລາ ກາກີ ຂຶ້ນຮັບຕໍາແໜ່ງຮັກສາການນາຍົກລັດຖະມົນຕີ...

ສະຫຼົດ! ຊາຍອາຍຸ 26 ປີ (ເສຍຊີວິດ) ຍ້ອນຂັບລົດຕຳງົວ ທີ່ບ້ານວຽງແກ້ວ ເມືອງຈັນທະບູລີ ນະຄອນຫຼວງວຽງຈັນ

ບັນຫາການປ່ອຍສັດຊະຊາຍ ສ່ຽງເຮັດໃຫ້ຄົນອື່ນເກີດອຸບັດຕິເຫດ ເຖິງຂັ້ນເສຍຊີວິດໄດ້. ບັນຫາການປ່ອຍສັດລ້ຽງ (ງົວ, ຄວາຍ, ແບ້, ມ້າ...) ຍັງຄົງຖືກພົບເຫັນເລື້ອຍໆຢູ່ຫຼາຍໆຂົງເຂດ ຕັ້ງແຕ່ເຂດຊານເມືອງຈົນໄປເຖິງໃນເມືອງ. ຈົນກາຍເປັນຄວາມເຄີຍຊິນໄປແລ້ວສຳລັບຜູ້ສັນຈອນໄປມາທີ່ຕ້ອງລະວັງເອງ ແຕ່ບາງຄັ້ງກໍມີອຸບປະຕິເຫດຕາມມາ ເຊັ່ນ: ລົດໃຫຍ່ຕຳງົວ, ລົດຈັກຕຳງົວ,...