spot_img
Homeຂ່າວທ້ອງຖິ່ນອັດຕາເງິນເຟີ້ເພີ່ມຂຶ້ນ ແລະ ເງິນກີບອ່ອນຄ່າ ເປັນສາເຫດເຮັດໃຫ້ລາຄາສິນຄ້າແພງຂຶ້ນ

ອັດຕາເງິນເຟີ້ເພີ່ມຂຶ້ນ ແລະ ເງິນກີບອ່ອນຄ່າ ເປັນສາເຫດເຮັດໃຫ້ລາຄາສິນຄ້າແພງຂຶ້ນ

Published on

ປັດຈຸບັນ, ສິນຄ້າຕ່າງໆໃນຂອບເຂດ ທົ່ວປະເທດ ມີການເໜັງຕີງ ແລະ ມີລາ ຄາແພງຂຶ້ນ ຖ້າທຽບໃສ່ຫຼາຍປີຜ່ານມາ ຈະເຫັນໄດ້ວ່າລາຄາສິນຄ້າອຸປະໂພກ-ບໍລິໂພກຈະກ້າວກະໂດນຂຶ້ນສູງເກືອບ ເຄິ່ງໜຶ່ງຂອງລາຄາສິນຄ້າໃນເມື່ອກ່ອນ ເຊິ່ງສາເຫດຫຼັກໆທີ່ເຮັດໃຫ້ລາຄາສິນ ຄ້າແພງຂຶ້ນແມ່ນເກີດຈາກອັດຕາເງິນເຟີ້ ເພີ່ມຂຶ້ນ ແລະ ເງິນກີບອ່ອນຄ່າ ເມື່ອທຽບໃສ່ກັບສະກຸນເງິນໂດລາ ແລະ ເງິນບາດ.

ໜັງສືພິມປ້ອງກັນຄວາມສະຫງົບ ລາຍງານວ່າ ສະຫາຍ ທອງລຸນ ສີສຸລິດ ກຳມະ ການກົມການເມືອງສູນກາງພັກ ນາຍົກລັດ ຖະມົນຕີ ໄດ້ລາຍງານຕໍ່ກອງປະຊຸມ ໃຫຍ່ ຄັ້ງທີ XI ຂອງພັກປະຊາຊົນ ປະຕິ ວັດລາວ ໃນວັນທີ 13 ມັງກອນ 2021 ວ່າ: ອັດຕາເງິນເຟີ້ ໃນໄລຍະປີ 2016 ຫາ ເດືອນພະຈິກ 2020 ສະເລ່ຍ ເພີ່ມຂຶ້ນ ໃນລະດັບ 2,61% ຕໍ່ປີ, ເຊິ່ງຢູ່ໃນຂອບ ຂອງແຜນການວາງໄວ້; ໃນນີ້, ນັບແຕ່ ກາງປີ 2019 ເປັນຕົ້ນມາ ອັດຕາເງິນ ເຟີ້ມີທ່າອ່ຽງເພີ່ມສູງຂຶ້ນຫຼາຍ ຈາກ 3% ໃນເດືອນກໍລະກົດ 2019 ມາເປັນ 6,94% ໃນເດືອນມັງກອນ 2020, 6,21% ໃນເດືອນກຸມພາ 2020, 6,14% ໃນເດືອນມີນາ 2020, 5,28% ໃນເດືອນມິຖຸນາ 2020, 5,12% ໃນເດືອນກໍລະກົດ 2020, 5,84% ໃນເດືອນສິງຫາ 2020 ແລະ ມີທ່າອ່ຽງຫຼຸດລົງມາ 4,63% ໃນເດືອນ ກັນຍາ 2020, 3,63% ໃນເດືອນຕຸ ລາ 2020 ແລະ 2,84% ໃນເດືອນພະ ຈິກ 2020; ໃນໄລຍະປີ 2016 ຫາ ເດືອນພະຈິກ 2020 ລາຄາໝວດສິນ ຄ້າ ທີ່ເພີ່ມຂຶ້ນສູງກວ່າໝູ່ແມ່ນໝວດອາຫານ ແລະ ເຄື່ອງດື່ມທີ່ບໍ່ມີທາດເຫຼົ້າ ສະ ເລ່ຍເພີ່ມຂຶ້ນ 3,81%, ໝວດ ເຄື່ອງນຸ່ງ ແລະ ເກີບ ສະເລ່ຍເພີ່ມຂຶ້ນ 3,61%, ໝວດການຮັກສາສຸຂະພາບ ເພີ່ມຂຶ້ນ 2,25%, ໝວດເຄື່ອງໃຊ້ໃນເຮືອນ ເພີ່ມຂຶ້ນ 2,01% ແລະ ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 1,58%.

ປັດໄຈຕົ້ນຕໍ ທີ່ເປັນສາເຫດໃຫ້ ອັດຕາເງິນເຟີ້ເພີ່ມຂຶ້ນ ແມ່ນເນື່ອງມາ ຈາກປະເທດເຮົາໄດ້ຮັບຜົນກະທົບຈາກໄພພິບັດທາງທໍາມະຊາດທີ່ກະທົບຕໍ່ ການຜະລິດ ແລະ ການບໍລິການເສຍຫາຍ ເຊິ່ງພາໃຫ້ລາຄາສິນຄ້າປະເພດພືດຜັກ ແລະ ຊີ້ນເພີ່ມສູງຂຶ້ນ; ນອກຈາກນີ້, ການຜະລິດພາຍໃນຍັງບໍ່ທັນຕອບສະໜອງກັບຄວາມຕ້ອງການຂອງສັງຄົມ; ສິນຄ້າອຸປະໂພກ ແລະ ບໍລິໂພກສ່ວນໃຫຍ່ ແມ່ນນໍາເຂົ້າຈາກຕ່າງປະເທດ ແລະ ລາ ຄາສິນຄ້າມີທ່າອ່ຽງເພີ່ມສູງຂຶ້ນຈາກ ສະພາບການອ່ອນຄ່າຂອງເງິນກີບ.

ສາເຫດທີ່ເຮັດໃຫ້ເງິນກີບມີການ ອ່ອນຄ່າຍ້ອນ ສປປ ລາວ ມີການຂາດດຸ່ນການຄ້າກັບຕ່າງປະເທດຢ່າງຕໍ່ເນື່ອງ, ການຜະລິດສິນຄ້າພາຍໃນຍັງອ່ອນ ນ້ອຍ ແລະ ບໍ່ພຽງພໍກັບຄວາມຕ້ອງການ ບວກກັບປັດໄຈພາຍນອກທີ່ສະກຸນ ເງິນໂດລາສະຫະລັດ ແລະ ເງິນບາດ ໄທແຂງຄ່າຂຶ້ນໃນຕະຫຼາດສາກົນ.

ເພື່ອຮັບປະກັນໃຫ້ອັດຕາເງິນເຟີ້ ໃຫ້ຢູ່ໃນເກນປົກກະຕິ ແລະ ຮັບປະ ກັນບໍ່ໃຫ້ເງິນກີບອ່ອນຄ່າລັດຖະ ບານ ຈະສູ້ຊົນໃນຫຼາຍໜ້າວຽກ ເພື່ອເຮັດ ໃຫ້ອັດຕາເງິນເຟີ້ຢູ່ໃນລະດັບສະເລ່ຍ ບໍ່ເກີນ 6% ແລະ ອັດ ຕາແລກປ່ຽນມີ ຄວາມສະຫງົບປົກກະຕິເໜັງຕີງໃນ ກອບບວກ ຫຼື ລົບ 5% ຕໍ່ປີເມື່ອທຽບໃສ່ເງິນໂດລາສະຫະລັດ, ສູ້ຊົນໃຫ້ຄັງສໍາຮອງເງິນຕາຕ່າງປະເທດກຸ້ມການນໍາເຂົ້າໄດ້ບໍ່ໃຫ້ຫຼຸດ 3 ເດືອນ ແລະ ຄວບ ຄມປະລິ ມານເງິນ M2 ເພີ່ມຂຶ້ນສະເລ່ຍບໍ່ເກີນ 20% ຕໍ່ປີ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...