spot_img
Homeຂ່າວທ້ອງຖິ່ນເຈົ້າໝ້າທີ່ຢືນຢັນ ຂົວຂ້າມນ້ຳຄານ 3 ມາດຕະຖານດີ ແກ້ຫາງສຽງຂົວບໍ່ໄດ້ມາດຕະຖານ!

ເຈົ້າໝ້າທີ່ຢືນຢັນ ຂົວຂ້າມນ້ຳຄານ 3 ມາດຕະຖານດີ ແກ້ຫາງສຽງຂົວບໍ່ໄດ້ມາດຕະຖານ!

Published on

68d789f71c0a8e592cdea044ba810f26

 

ຂົວ​ນ້ຳ​ຄານ 3 ເປັນ­ຄວາມ​ຫວັງໜຶ່ງ​ຂອງ​ລັດ​ ກໍ​ຄື​ແຂວງ​ຫຼວງ​ພະ​ບາງ ເພື່ອ​ເຊື່ອມ​ຈອດ​ເສັ້ນ­ທາງ​ເວັ້ນ​ຕົວ​ເມືອງ

ທ່ອງທ່ຽວປະ­ຈຸ​ບັນ​ໜ້າ​ວຽກ​ໂດຍ​ລວມ​ໃກ້​ສຳ­ເລັດ​ແລ້ວ­ ແຕ່​ກັບ​ມີ​ຫາງ​ສຽງ​ທາງລົບ​ຈາກສັງ­ຄົມ​ ກ່ຽວ​ບັນ­ຫາ​ການ​

ກໍ່­ສ້າງຄວາມ​ສາ­ມາດ​ຮັບ​ນ້ຳ­ໜັກ, ເຈົ້າ​ໜ້າ­ທີ່ກ່ຽວ­ຂ້ອງ​ຈິ່ງ​ລົງ​ກວດ­ກາ​ຄືນ ພ້ອມ​ຢືນຢັນ​ວ່າ​ຂົວ​ແຫ່ງ​ນີ້​ໄດ້​ມາດ­

ຕະ­ຖານ​ດີ ​ທັງຮັບ­ປະ­ກັນ​ຄວາມ​ປອດ​ໄພ​ການ​ໃຊ້​ງານ.

 

ຈາກ​ຫາງ​ສຽງ​ຂອງ​ສັງ­ຄົມ​ຈົ່ມ​ວ່າ ການ​ກໍ່­ສ້າງ​ຂົວ​ຂ້າມ​ນ້ຳ​ຄານ​ແຫ່ງ​ທີ 3 ຢູ່​ເສັ້ນ­ທາງ​ເວັ້ນ​ຕົວ​ເມືອງ​ຫຼວງ​ພະ​ບາງ

ເຂດ​ບ້ານ​ຜາ​ນົມ ໜ່ວຍ​ງານ​ກ່ຽວ­ຂ້ອງຕ່າງໆ​ ຈິ່ງ​ໄດ້​ລົງ­ພື້ນ​ທີ່​ສຳ​ຫຼວດ​ຕົວ​ຈິງຂອງ​ການ​ກໍ່­ສ້າງ​ໃນ​ວັນ​ທີ 18 ຕຸ­ລາ

2014 ຜ່ານ​ມາ​ນີ້ ເພື່ອ​ວິ­ເຄາະ​ເບິ່ງ​ສາເຫດ​ຕົວ​ຈິງ​ຮ່ວມ​ກັບ​ ບໍ­ລິ­ສັດ​ ຜູ້​ຮັບ​ເໝົາກໍ່­ສ້າງ​ ລວມ​ທັງ​ຜູ້​ອອກ​ແບບ​ໂຄງ

­ການ.

 

ທ່ານ ບຼົ່ງ​ວ່າງ ຫວ່າງ​ເຈ່ຍ​ຊາ ຫົວ­ໜ້າຂະ­ແຫນງ​ຄຸ້ມ​ຄອງ​ທາງ­ບົກ​ພະ​ແນກໂຍ­ທາ​ທິ​ການ ແລະ ຂົນ­ສົ່ງ (ຍທຂ)

ແຂວງ​ຫຼວງ​ພະ​ບາງ ທັງ​ເປັນ​ຫົວ­ໜ້າ​ຮັບຜິດ​ຊອບ​ໂຄງ­ການ​ກໍ່­ສ້າງ​ເສັ້ນ­ທາງ​ເວັ້ນຕົວ​ເມືອງ​ຫຼວງ​ພະ​ບາງ​ ແຕ່​ບ້ານ​

ກົກ​ງີ້ວ ຫາ​ບ້ານ​ພອນໄຊ ໄດ້​ໃຫ້​ສຳ­ພາດຕໍ່​ສື່​ຂ່າວເສດ­ຖະ­ກິດ-ສັງ­ຄົມ​ໃນ​ຕອນ​ບ່າຍ​ຂອງວັນ​ດຽວ​ກັນ​ຮູ້​ວ່າ: ຂົວ​ຂ້າມ​

ນ້ຳ​ຄານ ແຫ່ງ​ທີ 3 ທີ່​ນອນ​ຢູ່​ໃນ​ເສັ້ນ­ທາງ​ເລກ 13 ເໜືອ ເສັ້ນ­ທາງ​ເວັ້ນ​ຕົວ​ເມືອງ​ຫຼວງພະ​ບາງ ຕາມ​ຄວາມ​ເປັນ​ຈິງ

​ຂົວ​ແຫ່ງດັ່ງ­ກ່າວ​ ແມ່ນ​ໄດ້​ປະ­ຕິ­ບັດ​ຕາມ​ມາດ​ຕະຖານ​ການ​ອອກ​ແບບ AASHTO ທີ່​ນຳໃຊ້​ໃນ​ທົ່ວ​ໂລກ ແລະ ໄດ້​ປະ­

ຕິ­ບັດ​ຕາມຂັ້ນ​ຕອນ​ຂອງ​ວິ­ຊາ​ການ​ຄື​ໄດ້​ເລີ່ມ​ຕົ້ນຈາກ​ການ​ວ່າ​ຈ້າງ​ບໍ­ລິ­ສັດ​ສຳ​ຫຼວດ​ອອກແບບ (ສະ­ເພາະ​ຂົວ​ແມ່ນ​

ໄດ້​ຈ້າງ​ຜູ້​ຊ່ຽວຊານ​ທີ່​ມີ​ປະ­ສົບ​ການ​ຈາກ​ຕ່າງ­ປະ­ເທດເປັນ​ຜູ້​ອອກ​ແບບ), ມີ​ການ​ສຳ​ຫຼວດ​ສ່ອງ​ກ້ອງ​ເອົາ​ຄ່າ​ລະດັບ,

ແລວ​ນ້ຳ, ຄວາມ​ກວ້າງ, ລະ­ດັບນ້ຳ​ຕ່ຳ​ສຸດ-ສູງ​ສຸດ, ມີ​ການ​ຊີ​ເຈາະ​ຊັ້ນດິນ​ທໍ­ລະ­ນີ​ສາດ​ໃນ​ທຸກໆ​ເສົາ ແລະ ເອົາໄປ​ວິ­

ເຄາະ​ວິ­ໄຈ​ເພື່ອ​ຄຳ­ນວນ​ຄວາມ​ສາມາດ​ຮັບ​ນ້ຳ­ໜັກ​ຂອງ​ດິນ​ມາ​ ອອກ​ແບບເປັນ​ຮາກ​ຖານ​ເສົາ​ໃຫ້​ຮັບ­ປະ­ກັນ ແລະ

ປະ­ຢັດ. ມີ​ການ​ຄິດ­ໄລ່​ນ້ຳ­ໜັກ​ຄົງ​ທີ່, ນ້ຳໜັກ​ຈອນ, ແຮງ​ນ້ຳ​ແຮງ​ລົມ ແລະ ແຜ່ນດິນ​ໄຫວ​ເປັນ​ຢ່າງ​ດີ.

 

ທ່ານ ເຈີ​ລີ່ ຊ່ຽວ­ຊານ​ໃນ​ການ​ອອກແບບ ແລະ ຄິດ­ໄລ່​ໂຄງ​ສ້າງ​ຂົວ​ນ້ຳ​ຄານແຫ່ງ​ທີ 3 ຂອງ​ໂຄງ­ການ​ທາງ​ເວັ້ນ​ຕົວ​

ເມືອງ​ຫຼວງ​ພະ​ບາງ​ຈາກ​ປະ­ເທດ​ຟີ​ລິບປິນ ​ໄດ້​ຢືນ­ຢັນ​ຕໍ່​ສື່​ມວນ​ຊົນ​ວ່າ: ຂົວ​ແຫ່ງນີ້​ແມ່ນ​ຕົນ​ເອງ​ເປັນ​ຜູ້​ອອກ​ແບບ

ແລະ ຄິດ­ໄລ່​ຮັບ­ຮອງ​ວ່າ​ໄດ້​ມາດ­ຕະ­ຖານ​ດີ ພາຍ­ຫຼັງ​ຜ່ານ​ປະ­ສົບ​ການ​ຫລາຍ​ປີ​ ທີ່​ໄດ້ອອກ​ແບບ ແລະ ຄິດ­ໄລ່​ສ້າງ​ຂົວ

​ຂ້າມນ້ຳ​ຫຼາຍ​ແຫ່ງ​ໃນ​ທົ່ວ​ປະເທດ​ລາວ​ນັບ ແຕ່​ປີ 1992 ຈົນ​ເຖິງ​ປະ­ຈຸ​ບັນ ໂດຍ​ສະເພາະ​ຢູ່​ຫຼວງ​ພະ​ບາງ​ມີ: ຂົວ​ນ້ຳ​ມິ່ງ,

ຂົວນ້ຳ​ຄານ 2 ທີ່​ໃຊ້​ໃນ​ທຸກ​ມື້­ນີ້, ຂົວ​ນ້ຳເຊືອງ, ນ້ຳ​ອູ ແລະ ຍັງ​ອີກ​ຫຼາຍໆ​ແຫ່ງຕື່ມ​ອີກ​ ທີ່​ຍັງ​ໃຊ້​ໄດ້​ເຖິງ​ທຸກ​ມື້­ນີ້ ແລະ

ຂົວນ້ຳ​ຄານ​ແຫ່ງ​ທີ 3 ກໍ​ເຊັ່ນ​ດຽວ​ກັນ​ເຊື່ອວ່າ­ການ​ອອກ​ແບບ​ໄດ້​ຕາມ​ມາດ­ຕະ­ຖານ ແລະ ນຳ​ໃຊ້​ໄດ້​ບໍ່​ມີ​ບັນ­ຫາ​ຫຍັງ.

 

ທາງ​ດ້ານ ທ່ານ ບຸນ​ລັດ ທະ­ນູ­ສິນ ຫົວ­ໜ້າ​ວິ­ຊາ​ການ​ບໍ­ລິ­ສັດ​ພູ​ສີ​ຍັງ​ໄດ້​ກ່າວຢ້ຳ​ວ່າ: ຂົວ​ແຫ່ງ​ນີ້​ທາງ​ວິ­ຊາ​ການ​ຂອງ

​ບໍ­ລິ­ສັດ​ພູ​ສີ​ກໍ່­ສ້າງ​ຂົວ​ທາງ ຈຳ­ກັດ ແມ່ນ​ໄດ້​ປະ­ຕິ­ບັດ​ຕາມ​ຂັ້ນ​ຕອນ​ທຸກ​ຢ່າງ​ຂອງການ​ອອກ​ແບບ ຊຶ່ງ​ມີ​ບໍ­ລິ­ສັດ​ວຽງ

​ຈັນ ທີ່​ປຶກ­ສາ​ເປັນ​ຜູ້​ສຳ​ຫຼວດ​ອອກ​ແບບ, ຫຼັງຈາກ​ນັ້ນ ​ບໍ­ລິ­ສັດ​ພູ​ສີ​ເປັນ​ຜູ້​ຮັບ​ເໝົາ​ລົງທຶນ​ກ່ອນ, ໃນ​ມູນ​ຄ່າ 22,9

ລ້ານ​ໂດ​ລາສະ­ຫະ­ລັດ, ເສັ້ນ­ທາງ​ມີ​ຄວາມ​ຍາວ 18,4 ກິ­ໂລ­ແມັດ ແລະ ພະ​ແນກ ຍທຂ ໄດ້​ຄັດ​ເລືອກ​ໃຫ້​ບໍ­ລິ­ສັດ​ວາ­ທະ​

ລິນ​ທີ່​ປຶກສາ​ເປັນ​ຜູ້​ຄຸມ​ງານ​ການ​ກໍ່­ສ້າງ ຊຶ່ງ​ລົງ­ມືຈັດ​ຕັ້ງ​ປະ­ຕິ­ບັດ​ນັບ​ແຕ່​ວັນ​ທີ 27 ມິ­ຖຸ­ນາ 2011 ເປັນ­ຕົ້ນ​ມາ, ມາ​

ຮອດ​ປະ­ຈຸ​ບັນ ປະ­ຕິ­ບັດ​ໄດ້ 93% ແລ້ວ ແລະ ກຽມພ້ອມ​ເປີດ​ໃຊ້​ໃນ​ຕົ້ນ​ປີ 2015 ນີ້​ດ້ວຍ​ຄຸນ​ນະ​ພາບ​ທີ່​ໄດ້​ມາດ­ຕະ­

ຖານ​ແນ່­ນອນ.

 

ທາງ​ຄະ­ນະ​ທີ່​ລົງ​ສຳ​ຫຼວດ​ເທື່ອ​ນີ້​ຍັງ ກ່າວ​ຢືນ​ຢືນ​ວ່າ​ຂົວ​ແຫ່ງ​ນີ້​ໄດ້​ດຳ­ເນີນການ​ຢ່າງ​ເຄັ່ງ​ຄັດ​ທາງ​ດ້ານ​ມາດ­ຖານການ​

ກໍ່­ສ້າງ​ຈິ່ງ​ເຊື່ອ​ວ່າ​ຈະ​ສາ­ມາດ​ຮັບປະ­ກັນ​ໄດ້​ຄວາມ​ປອດ​ໄພ​ຂອງ​ການ​ໃຊ້ງານ ຊຶ່ງ​ກົງ­ກັນ­ຂ້າມ​ກັບ​ຫາງ​ສຽງ​ທີ່​ວ່າ ຂົວ​ນີ້​

ບໍ່​ໄດ້​ຄຸນ​ນະ​ພາບ ໂດຍ​ສະ­ເພາະແມ່ນ​ລົດ​ບັນ­ທຸກ​ໜັກ​ອັນ​ໄດ້​ສົ່ງ​ຜົນ​ເສຍຫາຍ​ຕໍ່​ພະ​ແນກ ຍທຂ, ຜູ້​ອອກ​ແບບ, ບໍ­ລິ­

ສັດ​ທີ່​ປຶກ­ສາ​ຄຸມ​ງານ ແລະ ບໍ­ລິ­ສັດຮັບ​ເໝົາ​ກໍ່­ສ້າງ​ ຕະ­ຫຼອດ​ເຖິງ​ນັກ​ວິ​ສະ​ວະກອນ​ໂຍ­ທາ​ທີ່​ກ່ຽວ­ຂ້ອງ.

 

ນຳ​ໜ້າ​ພາ​ທາງ​ຄະ­ນະ​ລົງ­ພື້ນ​ທີ່​ສຳ​ຫຼວດ​ຕົວ​ຈິງ​ຄັ້ງ​ນີ້​ໂດຍ ທ່ານ ບຼົ່ງ​ວ່າງ ຫວ່າງ​ເຈ່ຍ​ຊາ ຫົວ­ໜ້າ​ຂະ­ແໜງ​ຄຸ້ມ​ຄອງ

ທາງ­ບົກ​ພະ​ແນກ ຍທຂ ແຂວງ​ຫຼວງ​ພະບາງ ທັງ​ເປັນ​ຫົວ­ໜ້າ​ຮັບ­ຜິດ­ຊອບ​ໂຄງການ​ກໍ່­ສ້າງ​ເສັ້ນ­ທາງ​ເວັ້ນ​ຕົວ​ເມືອງ

ຫຼວງ​ພະ​ບາງ, ມີ​ທ່ານ ເຈີ​ລີ່ ຈາກ​ປະເທດ​ຟີ​ລິບ​ປິນ​ຊ່ຽວ­ຊານ​ໃນ​ການ​ອອກແບບ ແລະ ຄິດ­ໄລ່​ໂຄງ​ສ້າງ​ຂົວ​ນ້ຳ​ຄານ

ແຫ່ງ​ທີ 3 ຂອງ​ໂຄງ­ການ​ທາງ​ເວັ້ນ​ຕົວເມືອງ​ຫຼວງ​ພະ​ບາງ, ມີ​ທ່ານ ບຸນ​ລັດ ທະ­ນູ­ສິນ ຫົວ­ໜ້າ​ວິ­ຊາ​ການ​ບໍ­ລິ­ສັດ​ພູ​ສີ​ກໍ່

ສ້າງ, ມີ​ທ່ານ ສົມ​ລິດ ບຸບ­ຜາ​ປັນ­ຍາ ຮອງ​ຫົວ­ໜ້າ​ພະ​ແນກ​ຖະ­ແຫຼງ​ຂ່າວ, ວັດທະ­ນະ​ທຳ ແລະ ທ່ອງ​ທ່ຽວ ທັງ​ເປັນ​ຜູ້

ຊີ້​ນຳ​ວຽກ​ງານ​ສື່​ມວນ​ຊົນ​ແຂວງ​ຫຼວງພະ​ບາງ ພ້ອມ​ດ້ວຍ​ວິ­ຊາ​ການ​ທີ່​ກ່ຽວຂ້ອງ​ເຂົ້າ​ຮ່ວມ​ເປັນ​ພະ­ຍານ​ໃນ​ການ​ສຳ

ຫຼວດ.

 

ແຫລ່ງຂ່າວ: ເສດຖະກິດ – ສັງຄົມ

 

ບົດຄວາມຫຼ້າສຸດ

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...