spot_img
Homeຂ່າວຕ່າງປະເທດຜູ້ສະໜັບສະໜູນທຣໍ້າບຸກສະພາເພື່ອຄັດຄ້ານການຮັບຮອງໄຊຊະນະ ໂຈ ໄບເດນ

ຜູ້ສະໜັບສະໜູນທຣໍ້າບຸກສະພາເພື່ອຄັດຄ້ານການຮັບຮອງໄຊຊະນະ ໂຈ ໄບເດນ

Published on

ສຳນັກຂ່າວ BBC ລາຍງານວ່າ ບັນດາຜູ້ສະໜັບສະໜູນອະດີດປະທານາທິບໍດີ ໂດນັລ ທຣໍ້າ ໄດ້ເຕົ້າໂຮມກັນກ່ອນທີ່ຈະບຸກເຂົ້າໃນອາຄານລັດສະພາແຫ່ງຊາດ ສ.ອາເມລິກາ ໃນຕອນບ່າຍວັນທີ 6 ມັງກອນ 2021 ໃນຂະນະທີ່ບັນດາສະມາຊິກສະພາໄດ້ມີການປະຊຸມເພື່ອຮອງຮັບໄຊຊະນະຂອງທ່ານ ໂຈ ໄບເດນ ຜູ້ນຳອາເມລິກາຄົນໃໝ່ ຈົນເຮັດໃຫ້ຕ້ອງຢຸດການປະຊຸມ ແລະ ປິດອາຄານສະພາທັນທີ.

ບັນດາຜູ້ຊຸມນຸມໄດ້ຮ້ອງອອກມາວ່າ “ພວກເຮົາຕ້ອງການທ່ານ ທຣໍ້າ” ສຽງດັງກຶກກ້ອງໄປທົ່ວອາຄານສະພາ, ທາງດ້ານເຈົ້າໜ້າທີ່ຮັກສາຄວາມປອດໄພໄດ້ນຳຕົວສະມາຊິກສະພາ ແລະ ສື່ມວນຊົນໄປພື້ນທີ່ທີ່ບໍ່ໄດ້ປິດລ້ອມ.

ໃນຂະນະດຽວກັນ, ກໍ່ມີການເສີມກຳລັງຈາກກອງກຳລັງຮັກສາຄວາມສະຫງົບ ເພື່ອຄວບຄຸມເຫດການທີ່ເກີດຂື້ນ ຫຼັງຈາກທ່ານ ທຣໍ້າ ໄດ້ກ່າວຕໍ່ໜ້າຜູ້ສະໜັບສະໜູນຫຼາຍພັນຄົນທີ່ເຂົ້າຮ່ວມເດີນຂະບວນໃນນະຄອນຫຼວງວໍຊິງຕັນກ່ອນໜ້ານີ້ວ່າ “ພວກເຮົາຈະບໍ່ຍອມແພ້” ເຖິງແມ່ນວ່າຜູ້ເລືອກຕັ້ງໄດ້ລົງຄະແນນສຽງຍອມຮັບທ່ານ ໄບເດນ ແມ່ນຜູ້ຊະນະການເລືອກຕັ້ງກໍ່ຕາມ.

ກ່ອນໜ້ານີ້, ບັນດາສະມາຊິກພັກຣີພັບບລີກັນພະຍາຍາມປະຕິເສດຜົນຂອງບາງລັດ ແຕ່ບໍ່ມີຫຼັກຖານພຽງພໍທີ່ຈະເຮັດແນວນັ້ນ. ຮອງປະທານາທິບໍດີ ໄມ ເພນ ປະທານສະພາສູງ ແລະ ສະພາຜູ້ແທນປະຊາຊົນ ແລະ ຈະປະກາດຜົນການນັບຄະແນນສຽງຂອງຄະນະກຳມະການເລືອກຕັ້ງ ຢືນຢັນວ່າທ່ານຈະບໍ່ຢຸດການຮັບຮອງວ່າທ່ານ ໄບເດນ ແມ່ນຜູ້ຊະນະການເລືອກຕັ້ງໄດ້ເປັນປະທານາທິບໍດີ. ເຖິງວ່າຈະມີການຮ້ອງຂໍຈາກທ່ານ ທຣໍ້າ ກໍ່ຕາມ.

ໃນລະຫວ່າງເຫດການດັ່ງກ່າວ, ທ່ານ ໄບເດນ ໄດ້ຮຽກຮ້ອງທ່ານ ທຣໍ້າ “ປະຕິບັດຕາມຄຳປະຕິຍານທີ່ທ່ານກ່າວ ແລະ ປົກປ້ອງປະຊາທິປະໄຕໂດຍການຢຸດຕິການຊຸມນຸມ.”

“ ການໂຈມຕີອາຄານລັດສະພາບໍ່ແມ່ນການຊຸມນຸມຮຽກຮ້ອງ. ແຕ່ມັນແມ່ນການກໍ່ກະບົດ.” ທ່ານ ໄບເດນ ກ່າວ “ປະຊາທິປະໄຕມີຄວາມບອບບາງ … ການທີ່ຈະປົກປ້ອງມັນໄວ້ຕ້ອງອາໄສຜູ້ນຳທີ່ອຸທິດຕົນເພື່ອຜົນປະໂຫຍດລວມ. ບໍ່ແມ່ນເພື່ອອຳນາດຂອງຕົວເອງ”.

ຫຼັງຈາກນັ້ນທ່ານ ທຣໍ້າ ໄດ້ລົງຂໍ້ຄວາມລົງໃນ Twitter ຮຽກຮ້ອງໃຫ້ຜູ້ປະທ້ວງຢ່າໃຊ້ຄວາມຮຸນແຮງ ແລະ ຍັງໄດ້ລົງວີດີໂອຫຼັງຈາກທ່ານ ໄບເດນ ໄດ້ກ່າວຄຳຖະແຫຼງ ແລະ ຢຸດການປະທ້ວງທີ່ເກີດຂື້ນໃນວໍຊິງຕັນ ແລະ ຫຼາຍພື້ນທີ່ໃນອາເມລິກາ.

ສິ່ງທີ່ເກີດຂື້ນໃນວໍຊິງຕັນ ມັນແມ່ນສິ່ງທີ່ເຮັດໃຫ້ໂລກຕົກໃຈ ແລະ ຖືກເບິ່ງວ່າເປັນການສ້າງຄວາມສັ່ນຄອນໃຫ້ລະບອບປະຊາທິປະໄຕ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...