Homeຂ່າວພາຍ​ໃນຫ້າມຂຶ້ນລາຄາສິນຄ້າຕາມລຳພັງໃຈໃນໄລຍະສະຫຼອງບຸນປີໃໝ່ສາກົນ

ຫ້າມຂຶ້ນລາຄາສິນຄ້າຕາມລຳພັງໃຈໃນໄລຍະສະຫຼອງບຸນປີໃໝ່ສາກົນ

Published on

ພະແນກອຸດສາຫະກຳ ແລະ ການຄ້າ ອອກແຈ້ງການເມື່ອວັນທີ 16 ທັນວາ 2020 ກ່ຽວກບການຫ້າມສວຍໂອກາດຂຶ້ນລາຄາສິນຄ້າຕາມລຳພັງໃຈໃນໄລຍະສະຫຼອງບຸນປີໃໝ່ສາກົນ ຈົນຮອດບຸຸນປີໃໝ່ຂອງຊາວຈີນ ແລະ ຊາວຫວຽດນາມ.

ສິນຄ້າປະເພດຄວບຄຸມລາຄາເປັນຕົ້ນແມ່ນ: ເຂົ້າກິນ, ປາ,​ ຊີ້ນ, ສ່ວນສິນຄ້າປະເພດອື່ນໆ ແມ່ນຂາຍໃນລາຄາປົກກະຕິທີ່ເຄີຍຂາຍໃນໄລຍະທີ່ຜ່ານມາ, ຫ້າມກັກຕຸນສິນຄ້າ ຫຼື ສວຍໂອກາດຂຶ້ນລາຄາຕາມລຳພັງໃຈ.

  • ລາຄາຊີ້ນໝູປະເພດ 1 (ຊີ້ນກ້ອນ ແລະ ກະດູກຂ້າງ) ສູງສຸດບໍ່ໃຫ້ເກີນ 44,000 ກີບ/ກິໂລ
  • ລາຄາຊີ້ນໝູປະເພດ 2 (ຊີ້ນກ້ອນ ແລະ ກະດູກຂ້າງ) ສູງສຸດບໍ່ໃຫ້ເກີນ 44,000 ກີບ/ກິໂລ
  • ລາຄາຂາຍຍ່ອຍເຂົ້າສານໜຽວ (ປະເພດ 2) ສູງສດບໍ່ເກີນ 7,400 ກີບ/ກິໂລ
  • ລາຄາປານິນກະຊັງສູງສຸດບໍ່ໃຫ້ເກີນ 20,000 ກີບ/ກິໂລ
  • ຫ້າມນຳເຂົ້າ ແລະ ຈຳໜ່າຍກະໂພກ ແລະ ວັດຖທີ່ມີສຽງແຕກທຸກຊະນິດຢ່າງເດັດຂາດ.

ສິນຄ້າທີ່ນຳມາວາງຈຳໜ່າຍຕ້ອງຮັບປະກັນຄວາມປອດໄພທາງດ້ານຄຸນນະພາບຂອງຜູ້ບໍລິໂພກ ແລະ ໃຫ້ຕິດລາຄາເປັນເງິນກີບ, ບໍ່ໃຫ້ນຳເອົາສິນຄ້າທີ່ເສຍຄຸນ ຫຼື ໝົດອາຍຸ ແລະ ບໍ່ໄດ້ຕິດສະຫຼາກເປັນພາສາລາວມາວາງຈຳໜ່າຍ, ພ້ອມນັ້ນໃຫ້ຜູ້ປະກອບການຂຽນທີ່ຢູ່ຂອງຮ້ານ ພ້ອມເບີໂທຕິດຕໍ່ເພື່ອຄວາມສະດວກໃນການປະສານງານຂອງເຈົ້າໜ້າທີ່.

ເວລາພະນັກງານລົງກວດກາຕົວຫາກພົບເຫັນໜ່ວຍທຸລະກິດ, ຊາວຄ້າຂາຍໃດລະເມີດລະບຽບການ ແລະ ຈະແຈ້ງການສະບັບນີ້ຈະໃຊ້ມາດຕະການສຶກສາອົບຮົມ, ປັບໃໝ ຫຼື ຢຶດສິນຄ້າຕາມແຕ່ກໍລະນີ.

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...