spot_img
Homeປ່ອງຢ້ຽມດວງດາວປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(4)

ປ່ອງຢ້ຽມດວງດາວ! ສຸດຍອດພາບຖ່າຍ ລະບົບສຸລິຍະ(4)

Published on

laopost-satB1

ກຽວຄື້ນແມ່ເຫຼັກເທິງຕາເວັນ ຖ່າຍໂດຍຍານສໍາຫຼວດ Solar Dynamics Observatory (SDO) ເມື່ອວັນທີ 19 ມັງກອນ 2012 ເກີດຂຶ້ນໃນໃຈກາງຂອງການປະທຸຂອງຕາເວັນ ຫຼືການປົດປ່ອຍມວນໂຄໂຣນາ (CMEs) .

laopost-satB2
ຮູບຂອງໂລກສ້ຽວກໍາລັງຂຶ້ນເໜືອຂອບຟ້າຂອງດວງຈັນ ຖ່າຍຈາກຍານອະວະກາດ Apollo 17 ທີ່ກໍາລັງໂຄຈອນອ້ອມດວງຈັນ ຖືເປັນພາລະກິດການລົງຈອດເທິງດວງຈັນຄັ້ງຫຼ້າສຸດ ຂອງມະນຸດ.
laopost-satB3
ສະຖານີອະວະກາດນານາຊາດ ແລະກະສວຍອະວະກາດ Endeavour ທີ່ເຂົ້າທຽບຍານ ຖ່າຍເມື່ອວັນທີ 23 ພະຈິກ 2011 ໂດຍ PaoloNespoli ນັກບິນອະວະກາດຈາກຄະນະເດິນທາງທີ 27 ໃນຍານ Soyuz TMA-20 ທີ່ຫາກໍເດິນທາງອອກຈາກສະຖານີອະວະກາດ ນັບເປັນຮູບຖ່າຍທຳອິດທີ່ສະແດງໃຫ້ເຫັນຂະນະທີ່ ກະສວຍອະວະກາດໄດ້ເຊື່່ອມຕໍ່ທຽບຍານເຂົ້າກັບ ສະຖານີອະວະກາດນານາຊາດ.
laopost-satB4
ປາກົດການແສງໃຕ້ ຖ່າຍໂດຍ Andre Kuipers ນັກບິນອະວະກາດຊາວເນເທີແລນ ຂະນະໂດຍສານຢູ່ພາຍໃນສະຖານີອະວະກາດນານາ ຊາດ ລະຫວ່າງທະວີບແອນຕາກຕິກແລະອົສຕາລີ ເມື່ອວັນທີ 10 ມີນາ 2012.

laopost-satB5
ຜູ້ຊ່ຽວຊານພາລະກິດ Bruce McCandless II ລອຍໂຕຢູ່ກາງຫ້ວງອະວະກາດໂດຍບໍ່ໃຊ້ເຊືອກ ຫຼືອຸປະກອນນິລະໄພຈາກກະສວຍອະວະກາດ ຖືເປັນການລອຍໂຕຢ່າງອິດສະຫຼະໃນວົງໂຄຈອນທີ່ ມີຄວາມຫ່າງໄກທີ່ສຸດເທົ່າທີ່ເຄີຍເຮັດມາ ຖ່າຍເມື່ອວັນທີ 12 ກຸມພາ 1984 ດ້ວຍຄວາມຊ່ວຍເຫຼືອຈາກອຸປະກອນ MMU ຊຸດອາຍພົ່ນໄນໂຕຣເຈນທີ່ຕິດຢູ່ທາງຫຼັງ.

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...