Home​ຂ່າວບັນເທິງແຮນນ່າ ສາວລາວ ເດບິ້ວເປັນສະມາ ຊິກ Girl Group ວົງໃໝ່ຂອງໄທໃນນາມ 4EVE

ແຮນນ່າ ສາວລາວ ເດບິ້ວເປັນສະມາ ຊິກ Girl Group ວົງໃໝ່ຂອງໄທໃນນາມ 4EVE

Published on

ແຮນນ່າ ສາວລາວຂັວນໃຈທັງພີ່ນ້ອງຝັ່ງລາວ ແລະ ຝັ່ງໄທ ໄດ້ເດບິ້ວເປັນສະມາຊິກ Girl Group ວົງໃໝ່ປະດັບວົງການ T-POP ໃນນາມໂຟອິຟ (4EVE).

ສິ້ນສຸດ ການຄົ້ນຫາ Girl Group ກຸ່ມໃໝ່ຂອງເມືອງໄທ ໃນລາຍການ 4EVE Girl Group Star ທີ່ອອກອາກາດທຸກວັນຈັນ ທາງຊ່ອງ ເວີກພອຍ 23. ເປັນໄລຍະເວລາກວ່າ 10 ເດືອນ ໃນການຄົ້ນຫາດາວມາປະດັັບວົງການ ຈາກຜູ້ສະໝັກຫຼາຍກວ່າ 1,000 ຄົນ ຄັດໃຫ້ເຫຼືອພຽງ 7 ຄົນສຸດທ້າຍທີ່ຈະໄດ້ເດບິ້ວເປັນວົງ Girl Group ເຊິ່ງມີສະມາຊິກປະກອບມີ: ແຮນນ່າ, ມາຍ, ພັ້ນຊ໌, ອ໊ະອາຍ, ຕາອອມ, ໂຈຣິນ ແລະ ຝ້າຍ. ໃນນາມໂຟອິຟ (4EVE) ສັັງກັດຄ້າຍ XOXO Entertainment.

ແຮນນ່າ ໂຣສເຊັນບຣູມ ໄວອາຍຸ 19 ປີ ລູກສອດສັນຊາດລາວ-ອາເມລິກັນ ຄົນນີ້ມາພ້ອມກັບອໍຣາແຫ່ງຄວາມເປັນດາວ ໃນການສະແດງນາງເຮັດໄດ້ດີທຸກ EP ຈົນໄດ້ຮັບຄຳຊ່ື່ນຊົມຈາກຄະນະກຳມະການ ແລະ ຍັງໄດ້ໝວກ MVP ເຖິງ 2 ຄັ້ງ, ຍ້ອນຄວາມໜ້າຮັກສົດໃສ ກັບບຸກຄະລິກທີ່ໂດດເດັ່ນ ບວກກັບຄວາມສາມາດທີ່ພຽບພ້ອມທັງການຮ້ອງເພງ, ເຕັ້ນ, ແຣັບ ແລະ ມີນິໄສອ່ອນນ້ອມຖ່ອມຕົນຈຶ່ງເຮັດໃຫ້ນາງກາຍເປັນທີ່ຮັກຂອງໃຜຄົນຫຼາຍໆ.

ແຮນນ່າ ສາວລາວຄົນນີ້ກັບການຍ່າງໄປຕາມຄວາມຝັນທີ່ຢາກຈະເປັນນັກຮ້ອງວົງເກີກຣຸ໊ບທີ່ປະເທດໄທ ແລະ ວັນນີ້ນາງກໍ່ໄດ້ເຮັດມັນສຳເລັດແລ້ວ.

ບົດໂດຍ: ພດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...