ຄຳວ່າ “ອອກພັນສາ” ນັ້ນໄດ້ແກ່ ການອະນຸຍາດ ໃຫ້ພະພິກຂຸສົງ ອອກຈາກເຂດຈຳກັດ ຫຼັງຈາກການ ເຂົ້າຈຳພັນສາຄົບ 3 ເດືອນ ເພື່ອອອກໄປ ປະຕິບັດໜ້າທີ່ ຢູ່ບ່ອນອ່ື່ນໄດ້ ເອີ້ນອີກຢ່າງໜຶ່ງວ່າ ການອອກຈາກ ລະດູຝົນ. ເມ່ືອເຖິງມື້ຂຶ້ນ 14 ຄ່ຳ ຂອງເດືອນ 11 ຊາວພຸດທັງຫຼາຍພາກັນຈັດຫາວັດຖຸທານຕ່າງໆ ມາໄວ້ຖວາຍທານຕາມກຳລັງສັດທາຂອງຕົນ. ເມ່ືອເຖິງມື້ເພັງ 15 ຄ່ຳ ເດືອນ 11 ຕອນເຊົ້່າມວນຊົນ ຊາວພຸດກໍມາເຕົ້າໂຮມກັນຖວາຍຂອງທານທີ່ໄດ້ກະກຽມໄວ້ດ້ວຍການຕັກບາດຢູ່ໃນວັດພ້ອມທັງຖວາຍ ຜ້າຈີວອນ ຫຼື ຜ້າຈຳນຳ ພັນສາໃຫ້ແກ່ພະພິກຂຸສົງ.
ຕາມປະເພນີລາວແຕ່ເກົ່າແລ້ວເວລາໄກ້ຈະຮອດວັນບຸນອອກພັນສາ ຊາວບ້ານໄດ້ກະກຽມ ເຮັດໝາກກະໂພກ ແລະ ບັ້ງໄຟດອກ ໂດຍນຳໃຊ້ຂີ້ໝື້, ຂີ້ເຈຍມາຕຳ ປະສົມກັນໃຫ້ ເປັນເຊື້ອເພີງ ແລະ ນຳມາຫໍ່ດ້ວຍ ໃບລານແຫ້ງ, ພໍຕົກຄ່ຳມາຂອງມື້ເພັງຊາວບ້ານກໍພາກັນມາເຕົ້າໂຮມກັນຢູ່ວັດ ເພ່ື່ອພ້ອມກັນສ້າງເຮືອໄຟໂຄກ, ວຽນທຽນ, ຈູດໝາກກະໂພກ, ຈູດບັ້ງໄຟດອກ ແລະ ໄຕ້ໄຟບູຊາຄຸນ ພະພຸດພະທຳ ແລະ ພະສົງ. ນອກຈາກນັ້ນ ແຕ່ລະຄອບຄົວ ຍັງໄດ້ສ້າງເຮືອໄຟໂຄກ ຢູ່ທີ່ເຮືອນຂອງໃຜລາວ ເພື່ອບູຊາຄຸນ ພະພຸດພະທຳ ແລະ ພະສົງ. ອີກຢ່າງໜຶ່ງທີ່ ຊາວບ້ານໄດ້ກະກຽມ ແມ່ນເຮືອໄຟນ້ຳ ເຊິ່ງປົກກະຕິແມ່ນ ສ້າງຂຶ້ນໃນຕອນບ່າຍ ຂອງມື້ເພັງເອງ. ບາງບ້ານກໍເຮັດ ແບບງ່າຍດາຍ ຈາກທ່ອນກ້ວຍ ເປັນຕົ້ນຕໍ ເສີມດ້ວຍແຜ່ນ ໄມ້ນ້ອຍໆເປັນ ຮູບຍາວຄ້າຍຮູບເຮືອ ເຊິ່ງເພິ່ນເອົາມັດຢອງ ໃສ່ແພທ່ອນກ້ວຍ. ຈາກນັ້ນເພິ່ນເອົາ ຕົ້ນກາລະພຶກ ຕັ້ງໄວ້ຢູ່ເທິງກາງ ຂອງແຜ່ນໄມ້ແລ້ວ ຈຶ່ງໄຕ້ກະບອງລຽນ ໃສ່ເຮືອໄຟ ເພ່ື່ອໃຫ້ແນມເຫັນແສງໄຟ ໃນຄືນວັນເພັງ ແລະ ແລ້ວຊາວບ້ານກໍ ພ້ອມກັນອະທິຖານ ຕ່າງໆນາໆເຊ່ັນວ່າ: ຂໍໃຫ້ຊີວິດ ມີຄວາມສຸກ, ປັດສະຈາກໂລກ ໄພໄຂ້ເຈັບ, ປະສົບຜົນສຳເລັດ ໃນໜ້າທີ່ການງານ ແລະ ອື່ນໆ ແລ້ວກໍປ່ອຍເຮືອໄຟ ອອກສູ່ແລວນ້ຳ, ເພິ່ນເອີ້ນຂະບວນ ການນີ້ວ່າ “ການໄຫລເຮືອໄຟ”. ອີກບາງບ້ານ ກໍເຮັດດ້ວຍໄມ້ໃຜ່ມັດ ເຂົ້າກັນເປັນ ຮູບຊົງເຮືອໃຫຍ່ ມີການກະກຽມຫຼາຍວັນ. ຢູ່ຕາມລຳນ້ຳຖ້າວ່າຜູ້ໃດຫາກລັດເອົາເຮືອໄຟດັ່ງກ່າວໄດ້ຕົ້ນກາລະພຶກກໍຈະເປັນຂອງຜູ້ນັ້ນ ເຊິ່ງເປັນຜູ້ມີໂຊກໄຊ ເຫຼືອຫຼາຍ, ມີຄວາມເຊື່ອວ່າຄອບຄົວຂອງຜູ້ນັ້ນຈະມີຊີວິດທີ່ປາສະຈາກໂລກໄພໄຂ້ເຈັບທັງຫຼາຍທັງປວງ ໃນປີນັ້ນ. ແຕ່ໃນປັດຈຸບັນ ຢູ່ຕາມຕົວເມືອງ ໂດຍສະເພາະ ຊາວໜຸ່ມໄດ້ ນຳເຮືອໄຟນ້ອຍ ທີ່ເຮັດດ້ວຍທ່ອນກ້ວຍ ປະດັບປະດາ ດ້ວຍທູບທຽນ ແລະ ດອກໄມ້ ເຊິ່ງແມ່ນຮູບແບບ ປະຍຸກໃໝ່ ໄປລອຍນ້ຳຫຼັງ ຈາກທີ່ໃຫ້ພະສູດ ແລະ ວຽນທຽນຢູ່ໃນວັດແລ້ວພ້ອມທັງອະທິຖານຕ່າງໆນາໆ.
ພໍຮອດມື້ຕໍ່ມາຄືມື້ແຮມ 1 ຄ່ຳ ກໍມີການຈັດຊ່ວງເຮືອລະຫວ່າງຊຸມຊົນຕ່າງໆ ແລະ ຄົບງັນກັນຕາມປະເພນີຕະຫຼອດທັງຄືນ. ຈຸດປະສົງຂອງການຊ່ວງເຮືອ ແລະ ການໄຫຼເຮືອໄຟ ແມ່ນເພື່ອສົມມາຄາລະວະພ້ອມທັງບວງສວງຂໍໂຊກຂໍລາບຈາກພະຍານາກ ແລະ ເທວະດາອົງທີ່ໄດ້ປົກປັກຮັກສາ ແມ່ນ້ຳລຳເຊ ຕະຫຼອດຮອດ ຫ້ວຍຮ່ອງຄອງບຶງ ບ່ອນທີ່ຊາວພຸດ ທັງຫຼາຍໄດ້ທຳມາຫາກິນຢ່າງສະຫງົບສຸກ.
ຮຽບຮຽງບົດ: ພຸດສະດີ