Homeຂ່າວທ້ອງຖິ່ນອັດຕາເງິນເຟີ້ໃນເດືອນສິງຫາເພີ່ມສູງຂຶ້ນ

ອັດຕາເງິນເຟີ້ໃນເດືອນສິງຫາເພີ່ມສູງຂຶ້ນ

Published on

ອັດຕາເງິນເຟີ້ເດືອນສິງຫາ ເພີ່ມຂຶ້ນມາຢູ່ທີ່ລະດັບ 5,84% ຈາກລະດັບ 5,12% ໃນເດືອນກໍລະກົດຜ່ານມາ, ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າ, ລວມເຖິງໝວດໄປສະນີ ແລະ ໂທລະຄົມມະນາຄົມ. ນອກນັ້ນຫາກເບິ່ງຈາກການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນໃນເດືອນສິງຫາ ທຽບກັບເດືອນກໍລະກົດ 2020 ຜ່ານມາ ກໍເພີ່ມຂຶ້ນສູງຄືດັດຊະນີລວມເພີ່ມຂຶ້ນເຖິງ 1,45%.

ໜັງສືພິມເສດຖະກິດ-ການຄ້າ ລາຍງານອີງຕາມບົດລາຍງານອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ຂອງສູນສະຖິຕິແຫ່ງຊາດ ກະຊວງແຜນການ ແລະ ການລົງທຶນ ສະບັບເລກທີ 291/ສຖຕ2.2 ລົງວັນທີ 23 ກັນຍາ 2020 ໃຫ້ຮູ້ວ່າ: ດັດຊະນີລາຄາຊົມໃຊ້ ແລະ ອັດຕາເງິນເຟີ້ຂອງ ສປປ ລາວ ປະຈຳເດືອນສິງຫາ 2020 ເພີ່ມຂຶ້ນຢູ່ໃນລະດັບ 5,84% ສູງກວ່າເດືອນຜ່ານມາເລັກໜ້ອຍ (ເດືອນກໍລະກົດ 2020 ຢູ່ລະດັບ 5,12%), ປັດໄຈທີ່ສົ່ງຜົນໃຫ້ອັດຕາເງິນເຟີ້ໃນເດືອນນີ້ປັບຕົວສູງຂຶ້ນນັ້ນ ແມ່ນມາຈາກການເໜັງຕີງເພີ່ມຂຶ້ນຂອງໝວດສິນຄ້າຄື: ໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ມີທາດເຫຼົ້າທຽບປີຕໍ່ປີ ເພີ່ມຂຶ້ນ 9,91%, ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມ ຂຶ້ນຢ່າງກະໂດດ ຈາກ 0,80% ໃນເດືອນກໍລະກົດ ມາ ເປັນ 7,96%; ໝວດເຄື່ອງນຸ່ງ ແລະ ເກີບ ປັບຕົວສູງຂຶ້ນເລັກໜ້ອຍ 5,33%, ໝວດສິນຄ້າ ແລະ ບໍລິການອື່ນໆຢູ່ລະດັບ 10,65% ສໍາລັບໝວດຄົມມະນາຄົມ ແລະ ຂົນສົ່ງແມ່ນ 0,97%.

ຖ້າເບິ່ງຈາກການປ່ຽນແປງດັດຊະນີລາຄາເດືອນຕໍ່ເດືອນໃນເດືອນສິງຫາ ທຽບກັບເດືອນກໍລະກົດ 2020 ຜ່ານມາ ເຫັນວ່າເພີ່ມຂຶ້ນສູງຄືດັດຊະນີລວມ ເພີ່ມຂຶ້ນເຖິງ 1,45%, ໃນນີ້ແມ່ນມາຈາກໝວດສະບຽງອາຫານ ແລະ ເຄື່ອງດື່ມບໍ່ແມ່ນເຫຼົ້າ ເພີ່ມຂຶ້ນ 2,19% ເນື່ອງມາຈາກລາຄາຊີ້ນ, ພືດຜັກ ແລະ ໝາກໄມ້ປັບຕົວສູງຂຶ້ນ ໂດຍສະເພາະແມ່ນຊີ້ນໝູ ເຊິ່ງປັດຈຸບັນລາຄາຂຶ້ນຮອດ 48.000 ຫາ 50.000 ກີບຕໍ່ກິໂລກຣາມແລ້ວ; ໝວດໄປສະນີ ແລະ ໂທລະຄົມມະນາຄົມ ເພີ່ມຂຶ້ນ 7,45% ເນື່ອງຈາກຄ່າບໍລິ ການໂທລະສັບມືຖືລາຍເດືອນ ແລະ ແບບຕື່ມມູນຄ່າໂທຕໍ່ນາທີໄດ້ປັບຕົວເພີ່ມຂຶ້ນ ພາຍຫຼັງຜ່ານພົ້ນການປະຕິບັດນະໂຍບາຍຜ່ອນຜັນ (ເປັນເວລາ 4 ເດືອນ) ໃນໄລຍະຜົນກະທົບໂຄວິດ-19 ລະບາດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...