ສະຖາບັນຄົ້ນຄວ້າເສດຖະກິດແຫ່ງຊາດ ຂອງສປປ ລາວ ລາຍງານວ່າ ການຜະລິດກະສິກໍາຂອງ ສປປ ລາວ ໃນປີ 2020 ຈະຂະຫຍາຍໂຕ ໃນອັດຕາພຽງ 0.9-1.7% ຫຼຸດຈາກເປົ້າໝາຍເດີມທີ່ຕັ້ງໄວ້ທີ່ 2.8-3% ເນື່ອງຈາກຫຼາຍປັດໃຈ, ລວມມີການແຜ່ລະບາດຂອງເຊື້ອ ໂຄວິດ-19, ການແຜ່ລະບາດ ຂອງພະຍາດ ແລະ ໄພທໍາມະຊາດ.
ໜັງສືພິມວຽງຈັນທາມ ອ້າງອີງຂໍ້ມູນຈາກ ບົດລາຍງານທະນາຄານໂລກ ຊີ້ໃຫ້ຮູ້ວ່າ ການຂະຫຍາຍໂຕຂອງພາກກະສິກໍາ ຈະກັບມາຂະ ຫຍາຍໂຕຄືນ ໃນໄລຍະໂຄວິດ ແຕ່ຢູ່ໃນລະດັບປານກາງ ເນື່ອງຈະໄດ້ຮັບຜົນກະທົບ ຈາກການສົ່ງອອກ ແລະ ຄວາມສ່ຽງ ຈາກສະພາບອາກາດ ເຖິງແມ່ນວ່າ ລັດຖະບານແຫ່ງ ສປປ ລາວ ໄດ້ມີຄວາມພະຍາຍາມ ໃນການກະຕຸກຊຸກຍູ້ການຜະລິດທາງດ້ານກະສິກໍາ ເພື່ອການບໍລິໂພກພາຍໃນ ແລະ ເພື່ອສົ່ງອອກຂາຍຕ່າງປະເທດ, ແຕ່ປະລິມານຜົນຜະລິດກະສິກໍາກໍ່ຍັງບໍ່ທັນໄດ້ ຕາມຄາດໜາຍທີ່ກໍາໜົດຜະລິດຕະຜົນທາງພາກກະສິກໍາ ບາງຈໍານວນແມ່ນຍັງສືບຕໍ່ນໍາເຂົ້າຈາກປະເທດເພື່ອນບ້ານ ເພື່ອຕອບສະໜອງຄວາມຕ້ອງການພາຍໃນ.
ສ່ວນອີກສາເຫດໜຶ່ງ ແມ່ນມາຈາກ ພື້ນທີ່ການຜະລິດກະສິກໍາ ຫຼາຍແຫ່ງບໍ່ສາມາດຂະຫຍາຍການຜະລິດໄດ້ ເນື່ອງຈາກຖືກປ່ຽນແທນ ເພື່ອການພັດທະນາໂຄງການຕ່າງໆ, ເຊິ່ງຕໍ່ຈາກນີ້ໄປ ແມ່ນຕ້ອງໄດ້ສຸມໃສ່ ເຕັກໂນໂລຊີ ທີ່ສາມາດເພີ່ມການຜະລິດ ໃຫ້ໄດ້ຫຼາຍຂຶ້ນ. ໃນໄລຍະຜ່ານມາ ເຖິງແມ່ນວ່າ ລັດຖະບານໄດ້ເພີ່ມຄວາມພະຍາຍາມ ໃນການເຂົ້າເຖິງການເງິນ ໃຫ້ພາກກະສິກໍາ ແຕ່ຊາວກະສິກອນ ກໍ່ຍັງຕ້ອງພົບສິ່ງທ້າທາຍ ທາງດ້ານ ລາຄາທີ່ສູງ ຈາກການຊື້ເຄື່ອງຈັກ, ປຸ່ຍ, ເມັດພັນພືດ ແລະ ອື່ນໆ ຈາກຕ່າງປະເທດ. ຈາກສະຖິຕິ, ປະຊາກອນລາວ ປະກອບອາຊີບ ໃນພາກກະສິກໍາ ກວມເຖິງ 64% ຂອງປະຊາກອນທັງໝົດ, ແຕ່ການຂະຫຍາຍໂຕ ຂອງພາກກະສິກໍາ ເພີ່ມຂຶ້ນພຽງ 3% ໃນໄລຍະ 20 ປີຜ່ານມາ, ສະແດງໃຫ້ເຫັນເຖິງຄວາມຈໍາເປັນໃນການດຶງດູດນັກລົງທຶນທັງພາຍໃນ ແລະ ຕ່າງປະເທດ ໃຫ້ມາລົງທຶນ ໃນພາກກະສິກໍາ ໃຫ້ຫຼາຍຂຶ້ນ, ແລະ ຍັງມີຄວາມຈໍາເປັນ ໃນການຊ່ວຍຊາວກະສິກອນ ໃນການຊອກຫາ ຕະຫຼາດເພື່ອຈໍາໜ່າຍ ເພີ່ມຕື່ມ.
ນັກເສດຖະສາດ ກ່າວວ່າ ການລົງທຶນໃສ່ພາກກະສິກໍາ ແມ່ນມີຄວາມສ່ຽງຫຼາຍຢ່າງ ເນື່ອງຈາກ ອາດຕ້ອງໄດ້ປະເຊີນກັບສະພາບ ສັດຕູພືດ ແລະ ການພະຍາດລະບາດແລ້ວ, ຍັງມີປັດໃຈ ກ່ຽວກັບ ສະພາບແຫ້ງແລ້ງ ແລະ ນໍ້າຖ້ວມ ເຂົ້າມາຕື່ມ. ລາຄາການກໍ່ສ້າງຊົນລະປະທານທີ່ສູງ ເພື່ອສະໜອງນໍ້າໃຫ້ພາກກະສິກໍາ, ສົ່ງຜົນໃຫ້ຊາວນາຫຼາຍສະຖານທີ່ຕ້ອງໄດ້ຖິ້ມປະລະພື້ນທີ່ຂອງຕົນ ເພື່ອໄປປະກອບອາຊີບອື່ນ.