spot_img
Homeຂ່າວທ້ອງຖິ່ນການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າ

ການຄ້າຂາຍສັດປ່າແບບຊະຊາຍ ແມ່ນຜິດກົດໝາຍ ແລະ ເປັນໄພຄຸກຄາມຕໍ່ສັດປ່າ

Published on

ໜັງສືພິມວຽງຈັນທາມ ລາຍງານວ່າ ການລັກລອບຄ້າຂາຍສັດປ່າແບບຊະຊາຍ ແມ່ນໜຶ່ງໃນທຸລະກິດທີ່ຜິດກົດໝາຍໃນທົ່ວໂລກ, ໂດຍສະເພາະໃນລະຫວ່າງ ປີ 2011 ແລະ 2012 ຢູ່ ສປປ ລາວ ໄດ້ດໍາເນີນການກວດກາການຊື້ຂາຍສັດປ່າ ທີ່ຜິດກົດໝາຍ, ເຊິ່ງສາມາດຍຶດສັດປ່າທີ່ຫວງຫ້າມຈໍານວນ 1, 218 ໂຕ ລວມມີ 39 ຊະນິດ, ຊິ້ນສ່ວນສັດປ່າຫຼາຍກວ່າ 1 ໂຕນ ແລະ ຜະລິດຕະພັນເຄື່ອງປ່າຂອງດົງຈໍານວນ 287 ໂຕນ.

ອີງຕາມແຫຼ່ງຂໍ້ມູນຈາກກົມສົ່ງເສີມຄຸນນະພາບສິ່ງແວດລ້ອມກະຊວງ ຊັບພະຍາກອນທຳມະຊາດ ແລະ ສິ່ງແວດລ້ອມ : ການພັດທະນາພື້ນຖານໂຄງລ່າງ ແລະ ການ ຂຸດຄົ້ນນໍາໃຊ້ຊັບພະຍາກອນທໍາມະຊາດ ຍັງຕິດພັນກັບການຄ້າຂາຍສັດປ່າແບບຊະຊາຍໂດຍບໍ່ໄດ້ເອົາໃຈໃສ່ໃນການຄຸ້ມຄອງໃດໆໃນຜ່ານມາ, ໃນນັ້ນ ຂະບວນການສໍາປະທານຂຸດຄົ້ນໄມ້ ຍັງມີກໍາມະກອນຕັດໄມ້ຫຼາຍຄົນຍັງມີລາຍຮັບເສີມຈາກການລ່າສັດ ແລະ ການຄ້າຂາຍຊິ້ນສ່ວນສັດປ່ານຳອີກ.

ສິ່ງເຫຼົ່ານີ້ ເກີດຂຶ້ນຍ້ອນວ່າ, ຍັງມີເຄືອຂ່າຍລັກລອບຄ້າຂາຍສັດປ່າທີ່ຜິດກົດໝາຍຈົນກາຍເປັນຄວາມຊຳນານທີ່ຖືເປັນອາຊີບຫຼັກ ແລະ ຮູ້ວິທີໃນການເຂົ້າເຖິງຖິ່ນຢູ່ອາໄສຂອງສັດປ່າທີ່ຢູ່ຫ່າງໄກ, ຊຶ່ງເປັນສາຍເຫດຫຼັກໆກໍ່ໃຫ້ເກີດການສູນພັນຂອງສັດປ່າຫຼາຍຊະນິດ.

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...