Homeນານາສາລະສິ່ງທີ່ບໍ່ຄວນເຮັດໃນວັນຫໍ່ເຂົ້າປະດັບດິນທີ່ທຸກຄົນຄວນຮູ້

ສິ່ງທີ່ບໍ່ຄວນເຮັດໃນວັນຫໍ່ເຂົ້າປະດັບດິນທີ່ທຸກຄົນຄວນຮູ້

Published on

ບຸນຫໍ່ເຂົ້າປະດັບດິນໃນປີ 2020 ນີ້ ກົງກັບວັນທີ 18 ສິງຫາ ນັ້ນກໍ່ຄືມື້ອື່ນ ເຊິ່ງມັນເປັນວັນໜຶ່ງທີ່ສຳຄັນທາງພດທະສາດສະໜາ ເຊິ່ງຈັດຢູ່ໃນຮີດທີ 9 ຂອງ ຮີດ 12 ປະເພນີບຸນຫໍ່ເຂົ້າປະດັບດິນ ກຳນົດຂຶ້ນຜ່ານມາຫຼາຍຮ້ອຍປີ ຫຼາຍຊົ່ວອາຍຸຄົນ ປະເພນີ້ກໍມີການປັບປ່ຽນ ແລະ ວິວັດທະນາການເພື່ອໃຫ້ແທດເໝາະກັບສັງຄົມຍຸກປັດຈຸບັນທີ່ຕ້ອງການຄວາມສະດວກສະບາຍ.​ ນອກຈາກນີ້ແລ້ວ ວິຖີການຢາດນໍ້າຫຼັງຈາກໃສ່ບາດກໍ່ມີການປະຕິບັດຕາມກະແສ ຈົນກາຍເປັນອີກໜຶ່ງຄວາມເຊື່ອທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ກໍ່ໃຫ້ເກີດຂີ້ເຫຍື້ອຫຼັງທຳບຸນ.

ປະເດັນຫຼັກທີ່ລາວໂພສຈະຍົກຂຶ້ນມາກ່າວໃນວັນນີ້ມີຢູ່ 2 ປະເດັນຄັນຄື: ຫໍ່ເຂົ້າຍາຍດ້ວຍພລາສຕິກ ແລະ ວາງເຂົ້າ-ເຂົ້າຕົ້ມເຂົ້າໜົມລົງພື້ນໃນເວລາຍາດນໍ້າລວມເຖິງການນໍາຄຳເຂົ້າຕິດໃສ່ພຣະພຸດທະ ຮູບ.

ວ່າດ້ວຍເລື່ອງຫໍ່ເຂົ້າຍາຍ ຈາກເມື່ອກ່ອນທີ່ຫໍ່ເຂົ້າໃຊ້ພຽງແຕ່ໃບຕອງກ້ວຍ ແລະ ໃບບົວໃນການຫໍ່ ປັດຈຸບັນກໍເກີດມີການນຳໃຊ້ພລາສຕິກ “ກ່ອງໂຟມ” ຫຼື “ຖ້ວຍໂຟມ” ເພື່ອບັນຈຸອາຫານຫວານຄາວ ທີ່ໃຊ້ໃນການບູຊາ, ຄືກັບຫຼາຍຄົນຮູ້ກັນດີແລ້ວວ່າ ໃນປັດຈຸບັນ, ປະເທດລາວ ແລະ ຫຼາຍປະເທດທົ່ວ ໂລກ ແມ່ນໃຫ້ຄວາມສຳຄັນໃນການລົນນະລົງ ຫຼດຜ່ອນການໃຊ້ພລາສຕິກ ເພື່ອປ້ອງກັນຂີ້ເຫຍື້ອລົ້ນໂລກຈາກພລາສຕິກ ແຕ່ກໍ່ຍັງມີຄົນກຸ່ມໜຶ່ງທີ່ຍັງຖືເບົາບໍ່ເຫັນຄວາມສຳຄັນໃນການຮັກສາສິ່ງ ແວດ ລ້ອມ ແລະ ຍັງນຳໃຊ້-ສົ່ງເສີມການໃຊ້ພລາສຕິກກັນຢູ່ ແມ່ຄ້າໃນຕະຫຼາດບາງຄົນຍັງໃຊ້ຖ້ວຍໂຟມຫຸ້ມຫໍ່ ລູກຄ້າບາງຄົນກໍ່ຍັງຄົງຊື້ມາໃຊ້ ເຊິ່ງເປັນຂະບວນການແບບຕ່ອງໂສ້ງມີທັງຜູ້ສະເໜີ ແລະ ຜູ້ສະໜອງ ດ້ວຍປັດໄຈເຫຼົ່ານີ້ ດັ່ງນັ້ນ, ຈຶ່ງເຮັດໃຫ້ແຕ່ລະປີ ຍັງຄົງມີພາບພລາສຕິກຂາວເຕັມສະຖານທີ່ວັດ, ຖະໜົນຫົນທາງ ແລະ ສະຖານທີ່ຕ່າງໆ ໃນວັນຫໍ່ເຂົ້າປະດັບດິນ.

ການວາງເຂົ້າ-ເຂົ້າຕົ້ມເຂົ້າໜົມລົງພື້ນໃນເວລາຍາດນໍ້າລວມເຖິງການນໍາຄຳເຂົ້າຕິດໃສ່ພຣະພຸດທະ ຮູບນັ້ນ ມັນກາຍເປັນພາບລິ້ງຕາຂອງທຸກຄົນໄປແລ້ວ ແລະ ມັນກໍ່ກາຍເປັນພຶດຕິກຳຮຽນແບບທີ່ຂະຫຍາຍເປັນວົງກວ້າງທົ່ວສັງຄົມ ເຊິ່ງພຶດຕິກຳດັ່ງກ່າວມັນເກີດຂຶ້ນຈາກຄວາມເຊື້ອສ່ວນບຸກຄົນ ແຕ່ມັນອາດຂັດກັບແນວທາງແກ່ນແທ້ຂອງສາດສະໜາ ແລະ ອາດເຮັດໃຫ້ຄົນຮຸ້ນຫຼັງເກີດຄວາມເຂົ້າໃຈຜິດໄປຕາມໆກັັນ.

ພຣະໃນວັດແຫ່ງໜຶ່ງ ຢູ່ ສປປ ລາວ ໄດ້ອອກມາໂພສຂໍ້ຄວາມວ່າ “ບໍ່ກ້າບອກ ຈະເຮັດແນວໃດດີ… ຢາກບອກຍາດໂຍມຢູ່ວ່າ: ພາຍຫຼັງທຳບຸນອຸທິດຢາດນໍ້າແຜ່ເມດຕາແລ້ວ ເມື່ອເອົານໍ້າຢາດໄປເທລົງດິນ ບໍ່ຢາກໃຫ້ເພິ່ນເອົາເຂົ້າສຸກ ເຂົ້າຕົ້ມ ເຂົ້າໜົມຢາຍໃສ່ຕາມບ່ອນທີ່ເພິ່ນເທນໍ້າຢາດນັ້ນ​ ມັນບໍ່ມີຢູ່ໃນລະບຽບພິທີການເຮັດບຸນ, ​ເສຍດາຍ,​ ສົກກະປົກສະຖານທີ່, ຜູ້ເກີດໃໝ່ກໍຈະເຮັດຕາມໆກັນ,​ ແຕ່ບໍ່ກ້າບອກດອກ ຢ້ານຍາດໂຍມຄຽດໃຫ້,​ ຖືກໃຈ ແຕ່ບໍ່ຖືກຕ້ອງ, ຖືກຕ້ອງ ແຕ່ບໍ່ຖືກໃຈ.​

ການບູຊາຫໍ່ເຂົ້າປະດັບດິນ ມີມາແຕ່ບູຮານ (ເຮັດເປັນຫໍ່ດີງາມ) ການຢາດນໍ້າ ມີມາແຕ່ບູຮານ (ມີພາຊະນະທີ່ສະອາດຮອງຮັບ ຫຼື ດິນບ່ອນສະອາດດີ) ແຕ່ການເອົາເຂົ້າສຸກ ເຂົ້າຕົ້ມ ເຂົ້າໜົມ ໄປວາງລົງດິນ ບ່ອນທີ່ຈະເທນໍ້າທີ່ຢາດແລ້ວ ຫຼື ແມ່ນແຕ່ການນຳເຂົ້າສຸກໄປຕິດຕາມພຣະພຸດທະຮູບ ເປັນຄ່ານິຍົມໃໝ່ ເຫັນປາກົດມາບໍ່ພໍເທົ່າໃດປີນີ້ເອງ, ທີ່ກ່າວມານັ້ນກໍບໍ່ໄດ້ຕຳໜິວ່າຜິດ ແລະ ບໍ່ໄດ້ຍ້ອງວ່າຖືກ ເປັນພຽງແຕ່ນຳສະເໜີ ເພື່ອຜູ້ມີສັດທາບວກດ້ວຍປັນຍາ ຈະນຳໄປພິຈາລະນາຫາເຫດຜົນ ຄົ້ນຄວ້າຫາສິ່ງທີ່ດີງາມ ແລະສົມຄວນປະຕິບັດສືບຕໍ່ໄປ.

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...