spot_img
Homeນານາສາລະຖ້າບໍ່ຢາກໃຫ້ Facebook ຖືກແຮັກເຊົາເຮັດສິ່ງນີ້

ຖ້າບໍ່ຢາກໃຫ້ Facebook ຖືກແຮັກເຊົາເຮັດສິ່ງນີ້

Published on

ດັ່ງທີ່ຮູ້ນຳກັນແລ້ວວ່າ “ທຸກວັນນີ້ພວກເຮົາລ້ວນແຕ່ເພິ່ງພາໂຊຊຽວມີເດຍ ເພື່ອໃຊ້ໃນຈຸດປະສົງທີ່ແຕກຕ່າງກັນ ບໍ່ວ່າຈະເປັນການຕິດຕໍ່ທາງວຽກງານ, ການສຶກສາ, ທຸລະກິດ ຫຼື ແມ່ນແຕ່ສົນທະນາກັນກັບໝູ່ເພື່ອນ…” ແຕ່ຍັງມີຫຼາຍຄົນທີ່ຍັງບໍ່ຮູ້ ຫຼື ຍັງບໍ່ທັນເຂົ້າໃຈດີກ່ຽວກັບການໃຊ້ໂຊຊຽວມີເດຍໃຫ້ປອດໄພ ໂດຍສະເພາະກໍແມ່ນການໃຊ້ Facebook ເຊິ່ງກໍມີຄວາມສ່ຽງສູງພໍສົມຄວນທີ່ຈະຖືກແຮັກບັນຊີ ຖ້າຂາດຄວາມລະມັດລະວັງ.

ຈະເຮັດແນວໃດເພື່ອຫຼີກລ່ຽງປັນຫານີ້ ສິ່ງທີ່ຄວນລະວັງກໍຄື ຢ່າໃຫ້ລະຫັດຜ່ານກັບໃຜເດັດຂາດ ແມ່ນແຕ່ຄົນໃນຄອບຄົວກໍຕາມ, ຄວນໃຊ້ລະຫັດຜ່ານທີ່ປອດໄພ ອາດຕັ້ງຍາກແດ່ໜ້ອຍໜຶ່ງໂດຍມີທັງໂຕເລກ, ໂຕອັກສອນໃຫຍ່-ນ້ອຍ ລວມທັງສັນຍາລັກທີ່ຕົນເອງພໍຈື່ຈຳໄດ້ ອີກຢ່າງໜຶ່ງກໍຢ່າຮັບເອົາຄົນແປກໜ້າທີ່ບໍ່ຮູ້ຈັກເປັນໝູ່ທາງ Facebook ເພາະເຮົາບໍ່ມີວັນຮູ້ເລີຍວ່າຄົນເຫຼົ່ານັ້ນມາດີ ຫຼື ຮ້າຍ, ຫ້າມເດັດຂາດບໍ່ໃຫ້ບັນທຶກ password ໄວ້ໃນເວັບບຣາວເຊີ ແລະເມື່ອເຊົາໃຊ້ Facebook ແຕ່ລະຄັ້ງໃຫ້ອອກສູ່ລະບົບທັນທີ, ເມື່ອເກີດກໍລະນີໂທລະສັບ ຫຼື ແລັບທັອບເກີດເສຍຫາຍ ຖ້າ Facebook ຫາກຍັງໃຊ້ງານຢູ່ໃນອຸປະກອນດັ່ງກ່າວ, ໃຫ້ໃຊ້ອຸປະກອນອື່ນເພື່ອອອກຈາກລະບົບທັນທີ.

ກວດສອບໃຫ້ແນ່ໃຈວ່າຕົນເອງເຂົ້າສູ່ລະບົບເວັບໄຊ Facebook ຂອງແທ້ ແລະ ບໍ່ແມ່ນເວັບໄຊຟິສຊິງ (Phishing) ເຊິ່ງແມ່ນເວັບໄຊປອມທີ່ແຮັກເກີເປັນຜູ້ສ້າງຂຶ້ນມາ ເພື່ອຫຼອກໃຫ້ເຫຍື່ອປ້ອນຂໍ້ມູນທັງ username ແລະ password ຫຼື ຂໍ້ມູນສ່ວນຕົວອື່ນໆ ເມື່ອປ້ອນຂໍ້ມູນໃສ່ແລ້ວ ມັນກໍຈະສົ່ງຂໍ້ມູນໂດຍກົງໄປໃຫ້ແຮັກເກີ ເຮັດໃຫ້ແຮັກເກີສາມາດແຮັກ Facebook ເຮົາໄດ້ສະບາຍ ສ່ວນການສັງເກດເວັບໄຊຟິສຊິງ ພຽງແຕ່ກວດສອບພາສາທີ່ໃຊ້ ຖ້າເປັນພາສາອັງກິດມັກມີຈຸດທີ່ສະກົດຜິດ ຫຼື ຜິດຫຼັກໄວຍາກອນ ແຕ່ຖ້າເປັນພາສາໄທ, ຂໍ້ຄວາມທີ່ໃຊ້ມັກຈະບໍ່ເປັນທາງການ, ຄວນກວດເບິ່ງອີເມວຜູ້ສົ່ງ ແຮັກເກີມັກໃຊ້ຊື່ທີ່ຄ້າຍຄືກັນກັບໜ່ວຍງານທີ່ກ່ຽວຂ້ອງເພື່ອຫຼອກເຫຍື່ອໃຫ້ເຊື່ອງ່າຍຖ້າບໍ່ສັງເກດດີໆ ເຊັ່ນຕົວຢ່າງ: no-reply@facebooks.com ເປັນຕົ້ນ, ທັງສັງເກດ URL  ທີ່ເຊື່ອມໂຍງໄປ ເຊິ່ງອົງກອນຂະໜາດໃຫຍ່ລວມທັງ Social Media ສ່ວນຫຼາຍມັກຈະເປັນ HTTPS ທັງໝົດ.

ລອງເຮັດຕາມຂັ້ນຕອນຂ້າງເທິງ ຮັບຮອງ Facebook ຂອງທ່ານຕ້ອງປອດໄພຫ່າງໄກຈາກມືແຮັກເກີ ຫຼື ຄົນທີ່ບໍ່ຫວັງດີ, ຖ້າຜູ້ໃດບໍ່ໝັ້ນໃຈ ຫຼື ຫຼົງເອົາ password ໃຫ້ໃຜຄົນໜຶ່ງທີ່ຄິດວ່າຕົນໄວ້ໃຈໃຫ້ຮີບປ່ຽນ password ຕັ້ງແຕ່ຕອນນີ້ ເພາະການທີ່ Facebook ຖືກແຮັກຍ່ອມນຳຄວາມເສຍໃຫ້ມາສູ່ຜູ້ໃຊ້ບໍ່ຫຼາຍກໍໜ້ອຍ ຮີບຕັດໄຟແຕ່ຕົ້ນລົມຄືບູຮານເພິ່ນວ່ານັ້ນແຫຼະ.

ບົດຄວາມຫຼ້າສຸດ

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...

ພະນັກງານກວດກາ ສປປ ລາວ 30 ທ່ານ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນ

ພະນັກງານກວດກາ ສປປ ລາວ ເຂົ້າຮ່ວມຝຶກອົບຮົມ ວຽກງານ ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫຼວງ ຢູ່ ສປ ຈີນໃນລະຫວ່າງວັນທີ 17-25 ຕຸລາ 2025...

ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ

ນາຍົກລັດຖະມົນຕີ ເຂົ້າຮ່ວມກອງປະຊຸມສຸດຍອດອາຊຽນ ຄັ້ງທີ 47 ແລະ ບັນດາກອງປະຊຸມສຸດຍອດທີ່ກ່ຽວຂ້ອງ ໃນວັນທີ 26 ຕຸລາ 2025 ທີ່ກົວລາລໍາເປີ ປະເທດ ມາເລເຊຍ, ທ່ານ ສອນໄຊ...

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...