Homeຂ່າວທ້ອງຖິ່ນເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ 

ເດັກນ້ອຍລາວເກືອບ 3 ແສນຄົນທົ່ວປະເທດຍັງຂາດສານອາຫານ 

Published on

ໜັງສືພິມວຽງຈັນທາມ ລາຍງານເມື່ອວັນທີ 17 ກໍລະກົດນີ້ວ່າ ກະຊວງສາທາລະນະສຸກແຈ້ງໃຫ້ຮູ້ວ່າ: ເດັກນ້ອຍລາວ 1 ໃນ 3 ຄົນ ຫຼື ເກືອບ 300.000 ຄົນ ໃນຂອບເຂດທົ່ວປະເທດຍັງມີການພັດທະນາດ້ານຕ່າງໆຊັກຊ້າບໍ່ໄດ້ມາດຕະຖານ ແລະ ມີຄວາມສະຫຼາດຈໍາກັດ ຍ້ອນຜົນສະທ້ອນຈາກການຂາດສານອາຫານຊໍ່າເຮື້ອ ແລະ ການປ່ຽນແປງຂອງສະພາບດິນຟ້າອາກາດ.

ທ່ານ ຮສ ດຣ ພູທອນ ເມືອງປາກ ຫົວໜ້າກອງເລຂາຄະນະໂພຊະນາການ, ຮອງລັດຖະມົນຕີກະຊວງສາທາລະນະສຸກ ໄດ້ລາຍງານວຽກງານໂພຊະນາການຢູ່ ລາວ ໃນກອງປະຊຸມ ຄະນະກໍາມະການແຫ່ງຊາດດ້ານໂພຊະນາການເພື່ອທົບທວນການຈັດຕັ້ງປະຕິບັດວຽກງານ 6 ເດືອນຕົ້ນປີ ແລະ ແຜນການ 6 ເດືອນທ້າຍປີ ທີ່ໄດ້ຈັດຂື້ນເມື່ອບໍ່ດົນມານີ້ ຢູ່ ນະຄອນຫຼວງວຽງຈັນ ໂດຍການເປັນປະທານຂອງທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ, ລັດຖະມົນຕີກະຊວງແຜນການ ແລະ ການລົງທຶນ ວ່າ: ເຖິງແມ່ນວ່າຈະສາມາດແກ້ໄຂ ບັນຫາເລື່ອງໂພຊະນາການໄດ້ດີໃນລະດັບໜຶ່ງ ແຕ່ກໍ່ຍັງມີເດັກນ້ອຍລາວຈໍານວນບໍ່ໜ້ອຍທີ່ຍັງມີວິວັດທະນາການ ແລະ ມີການພັດທະນາດ້ານຕ່າງໆ ທີ່ຊັກຊ້າ ບໍ່ວ່າຈະເປັນດ້ານສຸຂະພາບທາງຮ່າງກາຍ, ມັນສະໝອງ, ຄວາມຮູ້ ແລະ ລວງສູງ ຍ້ອນວ່າພວກເຂົາຂາດສານອາຫານຊໍ່າເຮື້ອ, ກະທັນຫັນ ແລະ ຂາດສານວິຕາມິນ.

ທ່ານ ຮສ ດຣ ພູທອນ ໄດ້ລາຍງານຕື່ມອີກວ່າ: ການຂາດສານອາຫານດັ່ງກ່າວນັ້ນແມ່ນເກີດຈາກຫຼາຍປັດໃຈ, ບໍ່ວ່າຈະເປັນຄວາມບໍ່ໝັ້ນຄົງໃນການຜະລິດສະບຽງອາຫານ ຍ້ອນໄດ້ຮັບຜົນກະທົບຈາກການປ່ຽນ ແປງຂອງສະພາບດິນຟ້າອາກາດ ມີທັງນໍ້າຖ້ວມ, ໄພແລ້ງ ແລະ ການລະບາດຂອງສັດຕູພຶດ (ຕັກແຕນ) ຊຶ່ງເຮັດໃຫ້ປະຊາຊົນມີການບໍລິໂພກອາຫານທີ່ບໍ່ພຽງພໍ, ບໍ່ຫຼາກຫຼາຍຈຶ່ງກໍ່ໃຫ້ເກີດພະຍາດຫຼາຍຊະນິດແຊກຊ້ອນ.

 

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມພົບປະ ແລະ ເຮັດວຽກລະຫວ່າງ ກະຊວງໂຍທາທິການ ແລະ ຂົນສົ່ງ ແລະ ອົງການປົກຄອງແຂວງຜົ້ງສາລີ

ໃນວັນທີ 28 ຕຸລາ 2026 ທີ່ຫ້ອງວ່າການປົກຄອງແຂວງຜົ້ງສາລີທ່ານເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງ ໂຍທາທິການ ແລະຂົນສົ່ງ ພ້ອມຄະນະ ເຂົ້າຮ່ວມປະຊຸມປຶກສາຫາລືວຽກງານນຳການນຳແຂວງຜົ້ງສາລີ ໂດຍການຕ້ອບຮັບຂອງພົນຕີ ສົມພອນ ມິດຕະພອນເລຂາພັກແຂວງປະທານສະພາປະຊາຊົນແຂວງຜົ້ງສາລີ,...

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...