spot_img
Homeຂ່າວທ້ອງຖິ່ນສະຫວັນນະເຂດເປີດສູນອະນຸລັກສັດປ່າ "ເຂດອະນຸລັກປ່າໂຄກ ໂອງ-ມັ່ງ"

ສະຫວັນນະເຂດເປີດສູນອະນຸລັກສັດປ່າ “ເຂດອະນຸລັກປ່າໂຄກ ໂອງ-ມັ່ງ”

Published on

ສຳນັກຂ່າວສານປະເທດລາວ ລາຍງານວ່າ ໃນວັນຈັນ ວັນທີ 13 ກໍລະກົດນີ້, ກົມປ່າໄມ້ ກະຊວງກະສິກໍາ ແລະ ປ່າໄມ້ ຮ່ວມກັບແຂວງສະຫວັນນະເຂດ ຈະຈັດພິທີປະກາດເຂດປ່າໂຄກໂອງ-ມັ່ງ ເປັນເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດ ຢ່າງເປັນທາງການ ຂຶ້ນທີ່ສູນອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ ເມືອງ ຊົນນະບູລີ. ເຂດອະນຸລັກປ່າໂຄກໂອງ-ມັ່ງແຫ່ງຊາດຖືເປັນເຂດອະນຸລັກສັດປ່າແຫ່ງທໍາອິດຂອງລາວ ເຊິ່ງມີເນື້ອທີ່ທັງໝົດ 130.000 ເຮັກຕາ, ກວມເອົາ 5 ເມືອງ ຄື: ເມືອງ ຊົນນະບູລີ, ທ່າປາງທອງ, ພະລານໄຊ, ສອງຄອນ ແລະ ເມືອງພີນ. ໃນນີ້, ກວມເອົາເນື້ອທີ່ຂຶ້ນກັບເມືອງຊົນນະບູລີຫລາຍກວ່າໝູ່.

ໃນໂອກາດໃຫ້ສໍາພາດຕໍ່ສື່ມວນຊົນເມື່ອບໍ່ດົນນີ້, ທ່ານ ຊູຊາດ ໄຊຍະກຸມມານ ຫົວໜ້າກົມປ່າໄມ້, ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ໃຫ້ຮູ້ວ່າ: ເມື່ອກ່ອນຈໍານວນໂອງ-ມັ່ງມີບໍ່ຫລາຍ ແລະ ມີທ່າອ່ຽງຫຼຸດລົງ. ໃນປີ 2002 ,ກະຊວງກະສິກໍາ ແລະ ປ່າໄມ້ ໄດ້ຮ່ວມກັບອົງການປົກຄອງທ້ອງຖິ່ນທີ່ກ່ຽວຂ້ອງ ເພື່ອອະນຸລັກໂອງ-ມັ່ງ ຕາມທ່າແຮງ ແລະ ເງື່ອນໄຂທີ່ມີ, ຈົນມາຮອດປີ 2016, ອົງການສະຫະປະຊາຊາດ ເພື່ອການພັດທະນາ ປະຈໍາລາວ ກໍ່ໄດ້ໃຫ້ທຶນຊ່ວຍເຫຼືອ ປະກອບສ່ວນການອະນຸລັກລະບົບນິເວດປ່າໂຄກໂອງ-ມັ່ງ ແລະ ໂດຍສົມທົບກັບປະຊາຊົນ 16 ບ້ານພາຍໃນ 5 ເມືອງທີ່ກ່ຽວ ຂ້ອງໃນການປົກປັກຮັກສາເຂດປ່າໂຄກທີ່ເປັນເຂດອາໄສຂອງໂອງ-ມັ່ງ, ມາຮອດປັດຈຸບັນ ໄດ້ເຮັດໃຫ້ຈໍານວນໂອງ-ມັ່ງ ເພີ່ມຂຶ້ນເປັນເກືອບ 200 ໂຕ. ນອກຈາກນີ້ ໃນເຂດປ່າດັ່ງກ່າວ ຍັງມີນົກ 278 ຊະນິດ, ສັດລ້ຽງລູກດ້ວຍນໍ້ານົມ 67 ຊະນິດ, ສັດເລືອຄານ 47 ຊະນິດ, ສັດເຄິ່ງບົກ-ເຄິ່ງນໍ້າ 38 ຊະນິດ ແລະ ປາ 9 ຊະນິດ. ສ່ວນຕົ້ນໄມ້ ແລະ ພືດຊະນິດຕ່າງໆ ລວມແລ້ວກໍ່ມີເຖິງ 126 ຊະນິດ.

ໂອງ-ມັ່ງ ມີຊື່ຕາມພາສາສາກົນ Eld’s Deer, ຊື່ວິທະຍາສາດ Cervus eldii ເປັນສັດສີ່ຕີນ, ຕະກຸນສັດລ້ຽງລູກດ້ວຍນົມ, ກິນໃບໄມ້ຄ້ຽວເອື້ອງ ຕະກຸນດຽວກັບກວາງ, ຂົນເປັນສີນໍ້າຕານແດງ ຫຼື ເຫຼືອງເຂັ້ມ, ແຕ່ສີຂົນຈະຈາງລົງໃນຍາມແລ້ງ ອາກາດຮ້ອນ. ໂອງ-ມັ່ງ ທີ່ໃຫຍ່ເຕັມໄວ ຈະມີຄວາມຍາວຂອງລຳຕົວ ວັດແທກແຕ່ຫົວສຸດຫາງ ປະມານ 2,2-2,5 ແມັດ, ມີນໍ້າໜັກ 95-150 ກິໂລກຣາມ.

ສັດປ່າຫວງຫ້າມ ບັນຊີ I ເປັນສັດທີ່ຫາຍາກ, ໃກ້ຈະສູນພັນ, ມີຄຸນຄ່າສູງ ແລະ ມີຄວາມສຳຄັນເປັນພິເສດຕໍ່ການພັດທະນາເສດຖະກິດ-ສັງຄົມ, ສິ່ງແວດລ້ອມ ແລະ ການສຶກສາຄົ້ນຄວ້າທາງດ້ານວິທະຍາສາດ. ສັດຈໍາພວກນີ້ ຕ້ອງໄດ້ຮັບການຄຸ້ມຄອງ, ກວດກາ, ອະນຸລັກ, ປົກປັກຮັກສາ ແລະ ພັດທະນາ. ສ່ວນການນໍາໃຊ້ນັ້ນ ຕ້ອງໄດ້ຮັບອະນຸຍາດຈາກລັດຖະບານ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...