spot_img
Homeຂ່າວທ້ອງຖິ່ນເງິນກີບອ່ອນຄ່າເພາະສາເຫດນີ້! ທຳຄວາມເຂົ້າໃຈຄຳວ່າ "ເງິນອ່ອນຄ່າ ແລະ ເງິນເຟີ້"

ເງິນກີບອ່ອນຄ່າເພາະສາເຫດນີ້! ທຳຄວາມເຂົ້າໃຈຄຳວ່າ “ເງິນອ່ອນຄ່າ ແລະ ເງິນເຟີ້”

Published on

ໃນປັດຈຸບັນ, ການເໜັງຕີງຂອງຄ່າເງິນຕາຕ່າງປະເທດ ທີ່ສົ່ງຜົນໃຫ້ເງິນກີບອ່ອນຄ່າ ຍັງເປັນຂໍ້ສົນທະນາທີ່ສັງຄົມໃຫ້ຄວາມສົນໃຈ ບັນຫາເງິນອ່ອນຄ່າ ແລະ ໄພເງິນເຟີ້ ຍັງຢູ່ໃນຄວາມກັງວົນຂອງຜູ້ຄົນ ລວມເຖິງທິດທາງການແກ້ໄຂບັນຫາເງິນກີບອ່ອນຄ່າຈາກພາກລັດຖະບານຍັງເປັນທີ່ຈັບຕາເບິ່ງຂອງຄົນໃນສັງຄົມ.

ໂດຍທາງເຟສບຸ໊ກເພສ ທ້າວກີບ Mr Kip ເຊິ່ງເປັນເຟສບຸກເພຈຂອງ ທະນາຄານ ແຫ່ງ ສປປ ລາວ ໃນວັນທີ 28 ມິຖຸນາທີ່ຜ່ານມາ ໄດ້ອອກມາອະທິບາຍກ່ຽວກັບ 3 ປະເດັນທີ່ມີຄວາມກ່ຽວພັນກັບບັນຫາເງິນກີບອ່ອນຄ່າ ແລະ ເງິນເຟີ້, ພັນທະບັດ ແລະ ທະນະບັດ ລວມເຖິງແນວທາງການແກ້ໄຂບັນຫາຂອງລັດຖະບານ.

ຕໍ່ກັບບັນຫາເງິນກີບອ່ອນຄ່າ ແລະ ເງິນເຟີ້ ມີສ່ວນພົວພັນກັນໄດ້ ແຕ່ບໍ່ແມ່ນອັນດຽວກັນ. ຄໍາວ່າ: “ເງິນອ່ອນຄ່າ” ແມ່ນກ່ຽວກັບສະພາບອັດຕາແລກປ່ຽນ ທີ່ໝາຍເຖິງລາຄາຂອງເງິນສະກຸນໜຶ່ງຖືກລົງເມື່ອທຽບໃສ່ກັບເງິນສະກຸນອື່ນ, ເວົ້າອີກຢ່າງໜຶ່ງວ່າ ຖ້າເງິນຂອງປະເທດ ກ ອ່ອນຄ່າລົງ ທຽບໃສ່ເງິນຂອງປະເທດ ຂ ແມ່ນ ຈະຕ້ອງໄດ້ໃຊ້ສະກຸນເງິນຂອງປະເທດ ກ ໃນມູນຄ່າທີ່ຫຼາຍຂຶ້ນ ເພື່ອຊື້ສິນຄ້າ 1 ອັນເທົ່າເກົ່າ ຈາກປະເທດ ຂ ເຖິງແມ່ນວ່າລາຄາສິນຄ້າຄິດເປັນສະກຸນເງິນຂອງປະເທດ ຂ ບໍ່ໄດ້ມີການປ່ຽນແປງກໍຕາມ. ແຕ່ “ເງິນເຟີ້” ໝາຍເຖິງສະພາບທີ່ລະດັບລາຄາສິນຄ້າ ແລະ ການບໍລິການລວມ ຢູ່ພາຍໃນປະເທດໃດໜຶ່ງ ເພີ່ມຂຶ້ນສູງຕໍ່ເນື່ອງ.

ກ່ຽວກັບສະພາບປັດໄຈທີ່ພາໃຫ້ເງິນກີບອ່ອນຄ່າ ແລະ ປັດໄຈທີ່ມີຜົນຕໍ່ອັດຕາເງິນເຟີ້ນັ້ນ, ທ່ານຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ໄດ້ຊີ້ແຈງວ່າ: ສະເພາະ 6 ເດືອນຕົ້ນປີ 2020, ຈາກສະພາບການລະບາດຂອງພະຍາດໂຄວິດ-19 ທີ່ໄດ້ສົ່ງຜົນກະທົບຢ່າງໜັກຕໍ່ເສດຖະກິດ-ສັງຄົມໃນທົ່ວໂລກນັ້ນ ຍິ່ງເປັນສິ່ງທ້າທາຍໃນການຮັກສາສະຖຽນລະພາບເງິນຕາແຫ່ງຊາດຂອງ ສປປ ລາວ ຢ່າງໜັກໜ່ວງຂຶ້ນໄປຕື່ມອີກ. ໃນສະພາບຄວາມບໍ່ແນ່ນອນຢ່າງຫຼວງຫຼາຍໃນເສດຖະກິດໂລກນັ້ນ ໄດ້ສົ່ງຜົນໃຫ້ລາຄາຮຸ້ນ, ລາຄາຄໍາ, ລາຄານໍ້າມັນ ແລະ ຄ່າເງິນຢູ່ຕະຫຼາດສາກົນມີຄວາມຜັນຜວນແຮງຫຼາຍ ເຮັດໃຫ້ການລົງທຶນມີຄວາມສ່ຽງຮອບດ້ານ. ກະແສເງິນທຶນທີ່ຈໍລະຈອນຢູ່ໃນທົ່ວໂລກກໍໄດ້ຫຼຸດລົງຢ່າງມະຫາສານ ເນື່ອງຈາກທຸກປະເທດຕ້ອງສຸມທຶນຮອນເຂົ້າໃສ່ດ້ານສາທາລະນະສຸກ ແລະ ຟື້ນຟູສະພາບເສດຖະກິດພາຍໃນຂອງຕົນ ທົດແທນລາຍຮັບທີ່ສູນເສຍໄປໃນໄລຍະທີ່ມີການປິດປະເທດ ຢຸດການດໍາເນີນການຜະລິດ ແລະ ກິດຈະກໍາທາງທຸລະກິດ.

ສະພາບດັ່ງກ່າວໄດ້ເຮັດໃຫ້ຄົນສ່ວນຫຼາຍມີການຫັນປ່ຽນຈາກການລົງທຶນໃນຊັບສິນມາເປັນການຖືຄອງເງິນສົດຫຼາຍຂຶ້ນ ໂດຍສະເພາະແມ່ນສະກຸນເງິນໂດລາ ທີ່ຍັງເປັນສະກຸນເງິນ ທີ່ໄດ້ຮັບຄວາມເຊື່ອໝັ້ນສູງສຸດ ໃນສາກົນ ແລະ ເຮັດໃຫ້ເງິນໂດລາ ແຂງຄ່າ ທຽບກັບເງິນເອີໂຣ ແລະ ທຽບກັບ 06 ສະກຸນຫຼັກ (ເອີໂຣ, ເຢນ, ປອນສະເຕີຣິງ, ໂດລາການາດາ, ສະເວດິສໂຄຣນາ ແລະ ສະວິຊ໌ຟຣັງ). ພ້ອມກັນນີ້, ເງິນບາດກໍເປັນອີກສະກຸນເງິນໜຶ່ງທີ່ໄດ້ຮັບຄວາມເຊື່ອໝັ້ນສູງ ໃນພາກພື້ນ ເຮັດໃຫ້ເງິນບາດແຂງຄ່າ ທຽບກັບເງິນໂດລາ ຢ່າງຕໍ່ເນື່ອງ ເລີ່ມແຕ່ເດືອນ ເມສາ ເປັນຕົ້ນມາ.

ໃນສະພາບສາກົນເປັນຄືດັ່ງກ່າວ, ການຮັກສາສະຖຽນລະພາບເງິນຕາແຫ່ງຊາດ ຍິ່ງໄດ້ຮັບຜົນກະທົບຢ່າງໜັກ; ເນື່ອງຈາກປັດໄຈພາຍໃນຂອງປະເທດເຮົາຍັງມີຄວາມສ່ຽງສູງໃນຫຼາຍດ້ານ ຈາກພື້ນຖານເສດຖະກິດທີ່ຍັງບໍ່ເຂັ້ມແຂງ ເພິ່ງພາການນຳເຂົ້າສິນຄ້າ-ການບໍລິການເປັນສ່ວນໃຫຍ່ ມີມູນຄ່າການຂາດດຸນການຄ້າ-ການບໍລິການ ໃນເດືອນພຶດສະພາ 2020 ເກືອບ 60 ລ້ານໂດລາ (ຫຼຸດລົງເມື່ອທຽບໃສ່ລະດັບສະເລ່ຍໃນ 5 ປີກ່ອນໜ້າແມ່ນຂາດດຸນປະມານ 106 ລ້ານໂດລາ ຕໍ່ເດືອນ, ຍ້ອນຢູ່ໃນໄລຍະທີ່ບັນດາປະເທດຍັງປະຕິບັດມາດຕະການຈໍາກັດການເຄື່ອນຍ້າຍຜູ້ຄົນ); ເຊິ່ງຄູ່ຄ້າຕົ້ນຕໍແມ່ນປະເທດໄທ. ຄວາມຕ້ອງການນໍາເຂົ້າສິນຄ້າ ສະເລ່ຍຕໍ່ເດືອນໃນປີ 2020 ເຖິງແມ່ນວ່າຈະຫຼຸດລົງເລັກນ້ອຍ ຍ້ອນມາດຕະການປິດປະເທດ ເມື່ອທຽບໃສ່ປີຜ່ານມາ ແຕ່ກໍຍັງຢູ່ລະດັບປະມານ 432 ລ້ານໂດລາ ຕໍ່ເດືອນ (ສະເພາະຈາກປະເທດໄທແມ່ນສະເລ່ຍປະມານ 255 ລ້ານໂດລາ ຕໍ່ເດືອນ) ແລະ ພາລະການຊຳລະໜີ້ສິນຕໍ່ຕ່າງປະເທດຂອງປະເທດເຮົາແມ່ນຢູ່ໃນລະດັບສູງ. ໃນຂະນະທີ່ແຫຼ່ງເງິນຕາຕ່າງປະເທດເຂົ້າປະເທດມີຈຳກັດ ສະເລ່ຍກະແສເງິນລົງທຶນໂດຍກົງຈາກຕ່າງປະເທດເຂົ້າສຸດທິ ຜ່ານລະບົບທະນາຄານ ໃນ 5 ເດືອນຕົ້ນປີ ມີປະມານ 103 ລ້ານໂດລາ ຕໍ່ເດືອນ ແຕ່ພວກເຮົາຕ້ອງໄດ້ຮັບຮູ້ວ່າໃນການລົງທຶນໂດຍກົງຈາກຕ່າງປະເທດຈະປະກອບມີ 02 ສ່ວນຄື: ສ່ວນທີ່ເປັນເງິນລົງທຶນຮູບແບບຮ່ວມຮຸ້ນ (Equity) ແລະ ເງິນທີ່ກູ້ຢືມຈາກພາຍນອກມາລົງທຶນ (Debt); ເຊິ່ງໃນຫຼາຍໂຄງການລົງທຶນໃຫຍ່ນັ້ນກໍເຫັນວ່າມີກະແສເງິນລົງທຶນໂດຍກົງໃນຮູບແບບເງິນຮ່ວມຮຸ້ນ ບໍ່ເກີນ 40%; ແລະ 60% ຂອງມູນຄ່າການລົງທຶນນັ້ນເປັນການກູ້ຢືມ ທີ່ຕ້ອງມີພັນທະໃນການຊໍາລະໜີ້ສິນຕໍ່ຕ່າງປະເທດ. ພ້ອມກັນນີ້, ທະນາຄານທຸລະກິດສາມາດເກັບຊື້ເງິນຕາຕ່າງປະເທດຈາກລູກຄ້າໄດ້ຫຼຸດລົງຫຼາຍ ເມື່ອທຽບກັບລະດັບຂອງໄລຍະ 3 ປີກ່ອນໜ້າ; ເຮັດໃຫ້ບໍ່ສາມາດສະໜອງເງິນຕາຕ່າງປະເທດໄດ້ພຽງພໍກັບຄວາມຕ້ອງການ. ຈາກສະພາບປັດໄຈພາຍນອກ ແລະ ພາຍໃນປະເທດເຫຼົ່ານີ້ໄດ້ສ້າງແຮງກົດດັນໃຫ້ເງິນກີບອ່ອນຄ່າລົງທຽບໃສ່ເງິນໂດລາ ແລະ ເງິນບາດ ຢ່າງຫຼີກລ່ຽງບໍ່ໄດ້.

ຈາກສະພາບການອ່ອນຄ່າຂອງຄ່າເງິນກີບທຽບກັບໂດລາ ແລະ ທຽບເງິນບາດ ດັ່ງທີ່ໄດ້ກ່າວຜ່ານມາ ໃນເງື່ອນໄຂຂອງປະເທດເຮົາທີ່ການຜະລິດພາຍໃນຍັງບໍ່ສາມາດຕອບສະໜອງຄວາມຕ້ອງການຂອງການຊົມໃຊ້ ຍັງຈໍາເປັນຕ້ອງໄດ້ນໍາເຂົ້າສິນຄ້າທີ່ຈໍາເປັນຕໍ່ການດໍາລົງຊີວິດສ່ວນໃຫຍ່ ຈາກຕ່າງປະເທດ ແນ່ນອນວ່າຕົ້ນທຶນໃນການນໍາເຂົ້າສິນຄ້າເຫຼົ່ານັ້ນກໍຍ່ອມໄດ້ຮັບຜົນກະທົບຢ່າງຫຼີກລ່ຽງບໍ່ໄດ້ ໃນອະນາຄົດ.

ແຕ່ເຖິງຢ່າງໃດກໍຕາມ, ໃນປັດຈຸບັນນີ້ ການອ່ອນຄ່າຂອງອັດຕາແລກປ່ຽນບໍ່ແມ່ນປັດໄຈຕົ້ນຕໍ ທີ່ສົ່ງຜົນກະທົບຕໍ່ລະດັບລາຄາ ກໍຄືອັດຕາເງິນເຟີ້ຂອງ ສປປ ລາວ. ໃນການຄິດໄລ່ດັດສະນີລາຄາການຊົມໃຊ້ລວມ (Consumer Price Index: CPI) ຂອງ ສປປ ລາວ ນັ້ນ, ລາຍການສິນຄ້ານໍາເຂົ້າ (255 ລາຍການ ຈາກທັງໝົດ 485 ລາຍການ) ທີ່ຈະໄດ້ຮັບຜົນກະທົບຈາກການອ່ອນຄ່າຂອງອັດຕາແລກປ່ຽນນັ້ນ ກວມເອົານໍ້າໜັກພຽງແຕ່ 30,7% ໃນການຄິດໄລ່ດັດສະນີລາຄາການຊົມໃຊ້ລວມ; ຊຶ່ງສະເລ່ຍ 5 ເດືອນຕົ້ນປີ 2020, ອັດຕາເງິນເຟີ້ສໍາລັບດັດສະນີຜະລິດຕະພັນສິນຄ້ານໍາເຂົ້າ ຢູ່ໃນລະດັບ 3,62%, ອັດຕາເງິນເຟີ້ສໍາລັບດັດສະນີຜະລິດຕະພັນສິນຄ້າພາຍໃນ ຢູ່ໃນລະດັບ 7,25% ເຮັດໃຫ້ອັດຕາເງິນເຟີ້ລວມ ຢູ່ໃນລະດັບ 6,12%.

ບໍ່ສະເພາະແຕ່ສໍາລັບປະເທດເຮົາ, ສໍາລັບສະກຸນເງິນຂອງປະເທດອື່ນ ແລະ ສະພາບເງິນເຟີ້ຢູ່ປະເທດອື່ນກໍເຊັ່ນດຽວກັນ. ອັດຕາແລກປ່ຽນ (ຄ່າເງິນ) ສາມາດມີການເໜັງຕີງອ່ອນຄ່າ ຫຼື ແຂງຄ່າໄດ້ຕະຫຼອດເວລາ ແລະ ສະພາບເງິນເຟີ້ກໍເກີດມາຈາກຫຼາຍປັດໄຈ ເຊິ່ງໃນແຕ່ລະໄລຍະ ຢູ່ແຕ່ລະປະເທດກໍອາດຈະແຕກຕ່າງກັນໄປ.

ໃນບົດຊີ້ແຈງສະບັບເຕັມ ທີ່ໄດ້ມີການແຈກຢາຍ ໃນກອງປະຊຸມ ແມ່ນບໍ່ໄດ້ມີໃຈຄວາມຫຼັກໃດທີ່ຕ້ອງການບອກວ່າລັດຖະບານຈະອອກພັນທະບັດລັດຖະບານ ເພື່ອແກ້ບັນຫາເງິນເຟີ້. ສຳລັບ “ພັນທະບັດ” ແລະ “ທະນະບັດ” ນັ້ນບໍ່ແມ່ນອັນດຽວກັນຢ່າງທີ່ຫຼາຍຄົນເຂົ້າໃຈ ພັນທະບັດລັດຖະບານມີຫຼາຍປະເພດ, ເຊິ່ງປະເພດໜຶ່ງໃນນັ້ນແມ່ນພັນທະບັດຄັງເງິນ. ພັນທະບັດລັດຖະບານ ແມ່ນເຄື່ອງມືທາງການເງິນປະເພດໜີ້ ທີ່ກະຊວງເງິນເປັນຕາງໜ້າແລະ ໄດ້ມອບສິດຈາກລັດຖະບານໃນການອອກ, ຮັບປະກັນການຊໍາລະຕົ້ນທຶນ ແລະ ດອກເບ້ຍ ຕາມທີ່ໄດ້ກໍານົດໄວ້ໃນໃບພັນທະບັດ. ພັນທະບັດລັດຖະບານສາມາດປ່ຽນຜູ້ຖືຄອງໄດ້ ແລະ ນໍາໃຊ້ເປັນຫຼັກຊັບຄໍ້າປະກັນໄດ້. ໃນນີ້, ພັນທະບັດຄັງເງິນ ແມ່ນພັນທະບັດດຸ່ນດ່ຽງສະພາບຄ່ອງຂອງຄັງເງິນ (ກະຊວງການເງິນ), ນໍາໃຊ້ເຂົ້າໃນການບໍລິຫານແຫຼ່ງເງິນຂອງຄັງເງິນ ໃນກໍລະນີຂາດສະພາບຄ່ອງ ໃນປີການງົບປະມານ ທີ່ສະພາແຫ່ງຊາດຮັບຮອງ ແລະ ມີອາຍຸຕໍ່າກວ່າ 1 ປີລົງມາ. ສໍາລັບທະນະບັດແມ່ນໝາຍເຖິງເງິນໃນຮູບແບບຂອງໃບເຈ້ຍ ຫຼື ປຣາສ໌ຕິກ ທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງທະນາຄານກາງ.

ທິດທາງການແກ້ໄຂບັນຫາເງິນກີບອ່ອນຄ່າ ແລະ ເງິນເຟີ້ ທະນາຄານແຫ່ງ ສປປ ລາວ ຈະເລັ່ງໃຫ້ສາມາດປະຕິບັດກົນໄກການແລກປ່ຽນສະກຸນເງິນທ້ອງຖິ່ນ ກີບ/ຢວນ ກັບ ທະນາຄານກາງ ຂອງ ສປ. ຈີນ ແລະ ເສີມຂະຫຍາຍໄປສູ່ທະນາຄານກາງຂອງປະເທດຄູ່ຄ້າອື່ນເພີ່ມເຕີມ ເພື່ອສ້າງເງື່ອນໄຂເພີ່ມສະພາບຄ່ອງດ້ານເງິນຕາຕ່າງປະເທດ ໃຫ້ແກ່ປະເທດ ແລະ ຫຼຸດຜ່ອນແຮງກົດດົນຈາກການເອື່ອຍອີງເງິນຕາຕ່າງປະເທດສະກຸນໃດໜຶ່ງໃນອັດຕາ ສ່ວນທີ່ຫຼາຍ ແລະ ສືບຕໍ່ປະສານຂໍການຮ່ວມມືກັບທຸກພາກສ່ວນກ່ຽວຂ້ອງ ໃນການຈັດຕັ້ງປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ຢ່າງເຂັ້ມງວດ ເພື່ອຄຸ້ມຄອງກະແສເງິນ-ເຂົ້າອອກປະເທດໃຫ້ໄດ້ດີຍິ່ງຂຶ້ນ.

ພ້ອມກັນນີ້, ເນື່ອງຈາກວ່າການແກ້ໄຂສະພາບຄວາມຫຍຸ້ງຍາກທາງດ້ານເງິນຕາຕ່າງປະເທດ ແລະ ສ່ວນຕ່າງອັດຕາແລກປ່ຽນ ທີ່ແມ່ນໝາກຜົນຈາກສະພາບພື້ນຖານເສດຖະກິດຂອງປະເທດເຮົານັ້ນ ແມ່ນບໍ່ສາມາດຈະແກ້ທີ່ປາຍເຫດໃນມື້ໜຶ່ງຍາມດຽວໄດ້ ຖ້າຫາກປະເທດຍັງສືບຕໍ່ມີພັນທະໃນການຊໍາລະກັບຕ່າງປະເທດໃນລະດັບສູງຢ່າງຕໍ່ເນື່ອງ ຈາກສະພາບການຂາດດຸນການຄ້າ-ດຸນການບໍລິການ ແລະ ພັນທະໜີ້ສິນກັບຕ່າງປະເທດຂອງປະເທດຍັງສືບຕໍ່ສູງຕໍ່ເນື່ອງ ໃນຂະນະທີ່ແຫຼ່ງລາຍຮັບ ໃນຮູບແບບຍືນຍົງ ເປັນເງິນຕາຕ່າງປະເທດ ເຂົ້າປະເທດ ມີບໍ່ພຽງພໍ ແມ່ນແນ່ນອນວ່າພວກເຮົາບໍ່ມີທາງທີ່ຈະສາມາດສະສົມຄັງສໍາຮອງເງິນຕາຕ່າງປະເທດໃຫ້ເພີ່ມພູນຂຶ້ນໄດ້ ໃນເມື່ອມີແຕ່ການຂາດດຸນ. ຍິ່ງໄປກວ່ານັ້ນ, ໃນເມື່ອຄວາມຕ້ອງການມີຫຼາຍກວ່າການສະໜອງ ກົນໄກການພະຍາຍາມດັດສົມກັນເອງ ແລະ ປາກົດການຊອກເກງກໍາໄລຈາກຜູ້ທີ່ມີຄວາມສາມາດສະໜອງໄດ້ໃນເງື່ອນໄຂທີ່ຈໍາກັດ ກໍຈະເກີດຂຶ້ນທຸກວິທີທາງ ຊຶ່ງການທີ່ຈະຢຸດຕິວົງຈອນນີ້ໄດ້ຢ່າງມີປະສິດທິຜົນແທ້ ແມ່ນຂະແໜງການທະນາຄານ ກໍຄືປະເທດຊາດຕ້ອງມີເງິນຕາຕ່າງປະເທດ ໃນລະດັບທີ່ສາມາດສະໜອງໃຫ້ພຽງພໍກັບຄວາມຕ້ອງການໃນການຊໍາລະກັບຕ່າງປະເທດ ຫຼາຍກວ່າທີ່ສັງຄົມຕ້ອງໄດ້ຂົນຂວາຍດັດສົມກັນເອງ. ສະນັ້ນ, ທຸກພາກສ່ວນຕ້ອງສືບຕໍ່ປະຢັດ-ຈຳກັດລາຍຈ່າຍທີ່ເປັນເງິນຕາຕ່າງປະເທດ ທີ່ບໍ່ຈຳເປັນ ເປັນຕົ້ນ ການຈໍາກັດການນໍາເຂົ້າສິນຄ້າທີ່ພາຍໃນມີທ່າແຮງສາມາດຜະລິດໄດ້ ພ້ອມທັງສ້າງເງື່ອນໄຂອໍານວຍໃຫ້ຫົວໜ່ວຍການຜະລິດທີ່ມີທ່າແຮງນັ້ນ ຮອບດ້ານ ແລະ ສົ່ງເສີມການລົງທຶນໃສ່ການຜະລິດສິນຄ້າສະຫງວນຢ່າງຕັ້ງໜ້າ ເພື່ອທົດແທນການນໍາເຂົ້າ, ສົ່ງເສີມການຜະລິດ ຜົນຜະລິດກະສິກໍາປ້ອນໂຮງງານອຸດສາຫະກໍາປຸງແຕ່ງ; ຮ່ວມກັນສືບຕໍ່ປັບປຸງຂອດຂັ້ນ ລວມທັງກົນໄກຄຸ້ມຄອງບໍລິຫານ ໃນການຂໍອະນຸມັດການລົງທຶນ ແລະ ຕິດຕາມການດໍາເນີນທຸລະກິດຂອງຕ່າງປະເທດ ໃຫ້ມີຄວາມວ່ອງໄວ ສະດວກ ແລະ ຄ່ອງຕົວ ຍິ່ງຂຶ້ນ ເພື່ອດຶງດູດ-ຍາດແຍ່ງເງິນຕາຕ່າງປະເທດເຂົ້າມາ ສປປ ລາວ ໃຫ້ໄດ້ຫຼາຍເທົ່າທີ່ຈະຫຼາຍໄດ້; ພາກສ່ວນທີ່ຮັບຜິດຊອບຕ້ອງໄດ້ເລືອກເຟັ້ນ ຈັດລຽງບູລິມະສິດໃຫ້ຂະແໜງການລົງທຶນຈາກຕ່າງປະເທດ ທີ່ເປັນທ່າແຮງສ້າງລາຍໄດ້ເຂົ້າມາປະເທດ ຢ່າງແທ້ຈິງ ເພື່ອບໍ່ໃຫ້ເປັນການລົງທຶນຈາກຕ່າງປະເທດໃນຂະແໜງການທີ່ຍິ່ງສ້າງແຮງກົດດັນໃຫ້ມີການນໍາເຂົ້າ ແລະ ຂາດດຸນການຄ້າເພີ່ມຂຶ້ນ ແຕ່ບໍ່ສ້າງລາຍຮັບເຂົ້າປະເທດເທົ່າທີ່ຄວນ.

ເນື່ອງຈາກວ່າການຮັກສາສະຖຽນລະພາບທາງດ້ານລາຄາຂອງປະເທດໃດ ກໍຈະບໍ່ສາມາດບັນລຸໄດ້ດ້ວຍນະໂຍບາຍເງິນຕາ ແລະ ນະໂຍບາຍອັດຕາແລກປ່ຽນ ພຽງເທົ່ານັ້ນ, ຕ້ອງໄດ້ອາໄສການຮ່ວມມືຢ່າງກົມກຽວ ແລະ ສະໜິດແໜ້ນຈາກທຸກພາກສ່ວນກ່ຽວຂ້ອງ; ເຊິ່ງທຸກພາກສ່ວນກ່ຽວຂ້ອງຕ້ອງຄວບຄຸມລາຄາສິນຄ້າ ທີ່ເປັນປັດໄຈເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນນັ້ນ ໃຫ້ຢູ່ໃນລະດັບທີ່ສົມເຫດສົມຜົນ ພ້ອມທັງເພີ່ມທະວີການຄວບຄຸມການນໍາເຂົ້າສິນຄ້າ ທີ່ບໍ່ຈໍາເປັນ; ເຊິ່ງຈະສົ່ງຜົນໃຫ້ຄວາມຕ້ອງການເງິນຕາຕ່າງປະເທດ ເພີ່ມຫຼາຍຂຶ້ນ ແລະ ກະທົບຕໍ່ຄ່າເງິນກີບ.

ທະນາຄານແຫ່ງ ສປປ ລາວ ໄດ້ມີການຄົ້ນຄວ້າມາໃນລະດັບໜຶ່ງວ່າ ປະລິມານເງິນໃນປັດຈຸບັນແມ່ນຢູ່ໃນລະດັບທີ່ເໝາະສົມ. ຖ້າຈະພິຈາລະນາຄວາມສໍາພັນຂອງອັດຕາເງິນເຟີ້, ອັດຕາການຂະຫຍາຍຕົວຂອງເສດຖະກິດ ແລະ ອັດຕາການຂະຫຍາຍຕົວຂອງປະລິມານເງິນ ໂດຍອີງຕາມທິດສະດີປະລິມານເງິນ ພື້ນຖານ (Quantity Theory of Money: QTM) ທີ່ຖືວ່າ ອັດຕາເງິນເຟີ້ = ອັດຕາການຂະຫຍາຍຕົວຂອງປະລິມານເງິນ (ປີທຽບປີ) – ອັດຕາການຂະຫຍາຍຕົວຂອງເສດຖະກິດ (ປີທຽບປີ) ນັ້ນ ແມ່ນຕ້ອງບົນເງື່ອນໄຂທີ່ອັດຕາການໝູນວຽນຂອງເງິນ ຫຼື ອັດຕາການໃຊ້ເງິນສົດ V ທີ່ຄົງທີ່ ແລະ ເສດຖະກິດຂອງປະເທດຂະຫຍາຍຕົວຢູ່ໃນລະດັບທີ່ມີການຈ້າງການເຕັມສ່ວນ. ຢູ່ສາກົນໃນໄລຍະຜ່ານມາ ທິດສະດີນີ້ກໍໄດ້ຮັບການຄົ້ນຄວ້າມາຢ່າງຕໍ່ເນື່ອງ ໃນຫຼາຍຍຸກຫຼາຍສະໄໝ ໃນຫຼາຍປະເທດ ເພື່ອສຶກສາກ່ຽວກັບຄວາມຖືກຕ້ອງ ແທດເໝາະກັບຕົວຈິງ ແລະ ໄດ້ຖືກຄັດຄ້ານຈາກຫຼາຍນັກເສດຖະສາດທີ່ມີຊື່ສຽງຂອງໂລກ ເປັນຕົ້ນ ແມ່ນ ທ່ານ ເຄນສ໌ ທີ່ເຖິງແມ່ນວ່າຈະຍອມຮັບພື້ນຖານຂອງທິດສະດີນີ້ ແຕ່ກໍໄດ້ມີຂໍ້ໂຕ້ຖຽງວ່າ: ໃນເງື່ອນໄຂທີ່ອັດຕາການໝູນວຽນຂອງເງິນ ຫຼື ອັດຕາການໃຊ້ເງິນສົດ ແລະ ອັດຕາການຂະຫຍາຍຕົວຂອງເສດຖະກິດ ບໍ່ຄົງທີ່ນັ້ນ ແມ່ນອາດຈະມີປັດໄຈອື່ນອີກ ທີ່ສາມາດສົ່ງຜົນກະທົບຕໍ່ປະລິມານເງິນ ແລະ ເງິນເຟີ້. ສະນັ້ນ, ໃນເງື່ອນໄຂທີ່ອັດຕາການໝູນວຽນຂອງເງິນ ຫຼື ອັດຕາການໃຊ້ເງິນສົດ ແລະ ອັດຕາການຂະຫຍາຍຕົວຂອງເສດຖະກິດ ບໍ່ຄົງທີ່ ແມ່ນຈະບໍ່ສາມາດເວົ້າໄດ້ຢ່າງຂາດຕົວວ່າການເພີ່ມຂຶ້ນຂອງປະລິມານເງິນແມ່ນປັດໄຈຕັດສິນເຮັດໃຫ້ອັດຕາເງິນເຟີ້ເພີ່ມຂຶ້ນ.

ສໍາລັບເງື່ອນໄຂຂອງປະເທດເຮົາໃນການສຶກສາຂໍ້ມູນແຕ່ປີ 2001 ເປັນຕົ້ນມາ ກໍເຫັນວ່າ: ອັດຕາການໝູນວຽນຂອງເງິນ ຫຼື ອັດຕາການໃຊ້ເງິນສົດ ບໍ່ໄດ້ຄົງທີ່; ເຊິ່ງອາດເໜັງຕີງໄດ້ຍ້ອນຫຼາຍປັດໄຈ ເຊັ່ນ: ລະດັບການພັດທະນາຂອງການບໍລິການດ້ານການເງິນ-ການທະນາຄານ, ການບໍລິການດ້ານການຊໍາລະ, ສະພາບເສດຖະກິດ, ຄ່າຄອງຊີບ, ອັດຕາແລກປ່ຽນ. ພ້ອມດຽວກັນນັ້ນ, ປະເທດເຮົາກໍຍັງຢູ່ໃນໄລຍະພັດທະນາສ້າງສາ ແລະ ເສດຖະກິດກໍຄາດວ່າຍັງສືບຕໍ່ຂະຫຍາຍຕົວ ເຖິງແມ່ນວ່າໃນປີນີ້ຈະໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ເຊັ່ນດຽວກັນກັບບັນດາປະເທດໃນທົ່ວໂລກ ແຕ່ໂດຍລວມຈາກການສຶກສາກໍຍັງເຫັນວ່າອັດຕາການຂະຫຍາຍຕົວຂອງເສດຖະກິດຂອງປະເທດເຮົາ ບໍ່ທັນເກີນລະດັບການຂະຫຍາຍຕົວທີ່ປະເທດເຮົາມີທ່າແຮງຈະໄປໄດ້ (Potential GDP). ໃນເງື່ອນໄຂທີ່ເສດຖະກິດຂອງປະເທດໄດ້ຮັບຜົນກະທົບຈາກການລະບາດຂອງພະຍາດໂຄວິດ-19 ຄືດັ່ງໃນປັດຈຸບັນ ມາດຕະການກະຕຸ້ນເສດຖະກິດ ທີ່ເໝາະສົມ ແທດເໝາະກັບຄວາມຕ້ອງການຕົວຈິງ ຈາກນະໂຍບາຍການເງິນ ແລະ ນະໂຍບາຍເງິນຕາ ແມ່ນຍິ່ງເປັນສິ່ງທີ່ປາສະຈາກບໍ່ໄດ້ ເຊັ່ນດຽວກັນກັບທີ່ບັນດາປະເທດໃນທົ່ວໂລກກໍາລັງສຸມທຸກກໍາລັງຈັດຕັ້ງປະຕິບັດ. ພ້ອມກັນນັ້ນ, ຈາກບັນດາປັດໄຈທີ່ສົ່ງຜົນກະທົບຕໍ່ເງິນເຟີ້ຄືທີ່ດັ່ງທີ່ທ່ານຜູ້ວ່າການ ທະນາຄານແຫ່ງ ສປປ ລາວ ເພິ່ນໄດ້ກ່າວນັ້ນ ເຮົາກໍເຫັນໄດ້ວ່າການເພີ່ມຂຶ້ນຂອງປະລິມານເງິນບໍ່ແມ່ນປັດໄຈທີ່ພາໃຫ້ເງິນເຟີ້ເພີ່ມຂຶ້ນ ໃນປັດຈຸບັນ ກົງກັນຂ້າມພື້ນຖານເສດຖະກິດຍັງຕ້ອງການແຫຼ່ງທຶນ ເພື່ອຊຸກຍູ້ການຜະລິດ ໃຫ້ຮັບປະກັນໄດ້ຄວາມພຽງພໍດ້ານສະບຽງອາຫານ ແລະ ສິນຄ້າອຸປະໂພກ-ບໍລິໂພກທີ່ຈໍາເປັນພື້ນຖານ ຢູ່ພາຍໃນປະເທດ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

10 ເດືອນຜ່ານມາ ຫລວງພະບາງດຶງດູດນັກທ່ອງທ່ຽວໄດ້ 1,7ລ້ານກວ່າຄົນ

ທ່ານ ນາງ ສຸດາພອນ ຄົມທະວົງ, ຫົວຫນ້າພະແນກຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ແຂວງຫລວງພະບາງ ລາຍງານຕໍ່ກອງປະຊຸມປຶກສາຫາລືເພື່ອກຽມຕ້ອນຮັບນັກທ່ອງທ່ຽວປີ 2025 ຈັດຂຶ້ນຢູ່ຫ້ອງປະຊຸມພະແນກ ຖວທ...

ພະຍາກອນອາກາດປະຈໍາວັນທີ 13 ພະຈິກ 2024, ເວລາ 12: 00 ໂມງ

ຄວາມກົດດັນສູງຂອງອາກາດເຢັນຍັງປົກຄຸມຢູ່ພາກເຫນືອ ລົງຫາ ພາກກາງຂອງປະເທດລາວດ້ວຍກໍາລັງອ່ອນ ສ່ວນພາກໃຕ້ປົກຄຸມ ດ້ວຍຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນ,ສົມທົບກັບກະແສລົມຕາເວັນອອກສ່ຽງເຫນືອພັດປົກຄຸມ. ເຊິ່ງຈະເຮັດໃຫ້ອາກາດຍັງ ຈະເຢັນໃນຕອນກາງຄືນ ຫາ ຕອນເຊົ້າໂດຍສະເພາະຢູ່ແຂວງພາກເຫນືອ,ແຂວງໄຊສົມບູນ ແລະ ເຂດພູພຽງບໍລະເວນ ສ່ວນພາກໃຕ້ ໃນຕອນບ່າຍ ອາກາດຮ້ອນ...

ສາລະວັນ ຕັ້ງເປົ້າໃຫ້ໄດ້ 50 ຫລຽນລາງວັນ ໃນມະຫາກຳກິລານັກຮຽນ

ແຫລ່ງຂ່າວຈາກ ແຂວງສາລະວັນ ໃຫ້ຮູ້ວ່າ: ແຂວງສາລະວັນ ໃນນາມເຈົ້າພາບຈັດມະຫາກໍາກິລານັກຮຽນມັດທະຍົມ ທົ່ວປະເທດ ຄັ້ງທີ VII, ຊຶ່ງຈະຈັດຂຶ້ນໃນລະຫວ່າງວັນທີ 13-22 ທັນວາ 2024 ທີ່ຈະມາເຖິງນີ້ ໂດຍໄດ້ຕັ້ງເປົ້າເປັນເຈົ້າຂອງຫລຽນລາງວັນ...

ວາງຖັງຂີ້ເຫຍື້ອ 300 ຖັງ ເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອຢູ່ບຸນພະທາດຫຼວງ

ອີງຕາມຂໍ້ມູນຈາກຄະນະຮັບຜິດຊອບວຽກພາກສະໜາມໃນການອະນາໄມເກັບມ້ຽນ-ຂົນສົ່ງຂີ້ເຫຍື້ອຢູ່ບຸນນະມັດສະການພະທາດຫຼວງ ປະຈໍາປີ 2024 ໃຫ້ຮູ້ວ່າ: ພາກສ່ວນກ່ຽວຂ້ອງໄດ້ນຳເອົາຖັງຂີ້ເຫຍື້ອມາວາງໄວ້ບໍລິການຖີ້ມຂີ້ເຫຼື້ຍອຫຼາຍກວ່າ 300 ຖັງມີ 75 ຈຸດ ພິເສດປີນີ້ ມີປຸ່ມເປົ້າສີຂາວຫ້ອຍຢູ່ຖັງເພື່ອອຳນວຍຄວາມສະດວກໃນການຖີ້ມຂີ້ເຫຍື້ອ, ລວມເຖີງໄດ້ນຳໃຊ້ແຮງງານອະນາໄມເດີນພະທາດຫຼວງຈຳນວນ 250 ຄົນເພື່ອຮັກສາເດີນພະທາດຫຼວງໃຫ້ມີຄວາມຈົບງາມ. ນອກຈາກນີ້,...