ໄລຍະວັນທີ 25-28 ມິຖຸນານີ້ ຈະເກີດລົມມໍລະສຸມທົ່ວທຸກພາກ

Weather Forecast
Weather Forecast

ກົມອຸຕຸນິຍົມ ແລະ ອຸທົກກະສາດ ຄາດຄະເນສະພາບອາກາດໃນໄລຍະວັນທີ 22 ຫາ 24 ມິຖຸນາ 2020 ວ່າ ຄວາມກົດດັນອາກາດຕໍ່າຂອງອາກາດຮ້ອນຈະມີກຳລັງປານກາງປົກຄຸມຢູ່ທົ່ວທຸກພາກຂອງປະເທດລາວ, ສົມທົບກັບລົມມໍລະສຸມຕາເວັນຕົກສຽງໃຕ້ພັດປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ອາກາດຮ້ອນ ແລະ ຈະມີຝົນຕົກຟ້າຮ້ອງຟ້າເຫຼື້ອມໃນລະດັບຄ່ອຍຢູ່ເກືອບທົ່ວໄປ ແລະ ມີລົມພັດແຮງຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

ຄຳເຕືອນ: ວັນທີ 25-28 ມິຖຸນາ 2020 ລົມມໍລະສຸມຕາເວັນຕົກສຽງໃຕ້ຈະເພີ່ມກຳລັງແຮງປົກຄຸມເປັນສ່ວນໃຫຍ່, ເຊິ່ງຈະເຮັດໃຫ້ເກີດມີຝົນຕົກຟ້າຮ້ອງ ຟ້າເຫຼື້ອມ ໃນລະດັບຄ່ອຍເປັນບໍລິເວນກວ້າງ ແລະ ຕົກປານກາງຫາຕົກໜັກ, ພ້ອມມີລົມພັດແຮງຢູ່ບາງທ້ອງຖິ່ນແຂວງພາກເໜືອ ແລະ ພາກກາງ. ດັ່ງນັ້ນ, ຈຶ່ງແຈ້ງເຕືອນເຖິງປະຊາຊົນບັນດາເຜົ່າ ແລະ ອົງການປົກຄອງທຸກພາກສ່ວນ ຈົ່ງມີສະຕິຕໍ່ສະພາບຝົນຕົກໜັກ ແລະ ລົມພັດແຮງທີ່ອາດຈະເກີດມີນໍ້າຖ້ວມຊຸ ແລະ ດິນເຈື່ອນຢູ່ບາງທ້ອງຖິ່ນໃນແຕ່ລະພາກ.

 

ຮຽບຮຽງຂ່າວ:​ ພຸດສະດີ