spot_img
Homeຂ່າວທ້ອງຖິ່ນລັດກຳນົດ 8 ຂໍ້ເພື່ອປົດລັອກທາງການຄ້າຂັ້ນທ້ອງຖິ່ນ

ລັດກຳນົດ 8 ຂໍ້ເພື່ອປົດລັອກທາງການຄ້າຂັ້ນທ້ອງຖິ່ນ

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານວ່າ ກອງປະຊຸມທົບທວນຄືນການດຳເນີນງານອຳນວຍ ຄວາມສະດວກທາງດ້ານການຄ້າ 2017–2020 ແລະ ຜົນການຈັດຕັ້ງປະຕິບັດຄໍາສັ່ງເລກທີ 12/ນຍ ເຜີຍໃຫ້ເຫັນວ່າ ການອໍານວຍຄວາມສະດວກທາງການຄ້າຢູ່ທ້ອງຖິ່ນ ຍັງມີຫຼາຍຂອດທີ່ເປັນສິ່ງອັດຕັນສຳລັບພາກທຸລະກິດ ເພື່ອແກ້ໄຂບັນຫາດັ່ງກ່າວເຈົ້າໜ້າທີ່ບັນດາແຂວງຕ້ອງກໍາໄດ້ 8 ຂໍ້ ເພື່ອປົດລັອກທາງການຄ້າ.

ເພື່ອເປັນການຜັນຂະຫຍາຍວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າ ກໍຄືຈັດຕັ້ງຜັນຂະຫຍາຍແຜນດຳເນີນງານວຽກ ງານອຸດສາຫະກຳ ແລະ ການຄ້າ 2017 – 2022 ໃຫ້ມີປະສິດທິຜົນສູງສຸດ, ທ່ານຫົວໜ້າກົມການນຳເຂົ້າ ແລະ ສົ່ງອອກ ໄດ້ໃຫ້ທິດຊີ້ນໍາຕໍ່ກັບທິດທາງໃນການແກ້ໄຂບັນຫາໃນຕໍ່ໜ້າ ຄື:

  1. ສືບຕໍ່ເຜີຍແຜ່ ແລະ ຈັດຕັ້ງປະຕິບັດຄຳສັ່ງ ເລກທີ 12/ນຍ ລົງວັນທີ 16 ຕຸລາ 2019 ວ່າດ້ວຍການອຳນວຍຄວາມສະດວກໃຫ້ແກ່ການນຳເຂົ້າ–ສົ່ງອອກ, ການນໍາເຂົ້າຊົ່ວຄາວ, ການຜ່ານແດນ ແລະ ການເຄື່ອນຍ້າຍສິນຄ້າຢູ່ ສປປ ລາວ.
  2. ສົມທົບກັບຂະແໜງການທີ່ກ່ຽວຂ້ອງ ກ່ຽວກັບການປັບປຸງວຽກງານອຳນວຍ ຄວາມສະດວກໃນການດຳເນີນທຸລະກິດ(EDB) ທີ່ຕິດພັນກັບຕົວຊີ້ວັດທີ 8 (ການຄ້າລະຫວ່າງປະເທດ) ໃຫ້ສາມາດປັບປຸງໃຫ້ດີຂຶ້ນໃນປີ 2020 ແລະ ແຜນດຳເນີນງານວຽກອໍານວຍຄວາມສະດວກທາງດ້ານການຄ້າ ໄລຍະປີ 2017–2022 ໃຫ້ສໍາເລັດຕາມແຜນການ ແລະ ເປົ້າໝາຍທີ່ໄດ້ກໍານົດໄວ້ ເຊິ່ງແມ່ນກະຊວງ ອຄ ເປັນເຈົ້າການ.
  3. ສືບຕໍ່ຈັດຕັ້ງປະຕິບັດສັນຍາອຳນວຍຄວາມສະດວກທາງດ້ານການຄ້າ ຂອງອົງການການຄ້າໂລກ ( WTO, TFA ) ໂດຍສະເພາະບັນດາມາດຕະການໃນໝວດ A ແລະ B ແລະ C ໃຫ້ສຳເລັດຕາມກຳນົດເວລາທີ່ໄດ້ແຈ້ງໃຫ້ກອງເລຂາ WTO ເປັນຕົ້ນການທົບທວນຄືນການຈັດຕັ້ງປະຕິບັດບັນດາໝວດ A, B ໃຫ້ໄດ້ເຕັມສ່ວນ ແລະ ຈັດຕັ້ງບັນດາມາດຕະການໃນໝວດ C ທີ່ໄດ້ຂໍການຊ່ວຍເຫຼືອທາງດ້ານເຕັກນິກ ແລະ ວິຊາການໃຫ້ໄດ້ຕາມເປົ້າໝາຍ.
  4. ຊຸກຍູ້ໃຫ້ຂະແໜງການຕ່າງໆທັງຂັ້ນສູນກາງ ແລະ ທ້ອງຖິ່ນ ສ້າງມາດຕະຖານການບໍລິການ, ຈັດພິມເຜີຍແຜ່ກ່ຽວກັບຂັ້ນຕອນ, ເອກະສານທີ່ຕ້ອງການ ແລະ ຂອບເຂດເວລາໃນການໃຫ້ບໍລິການ ເຜີຍແຜ່ລົງໃນສູນຂໍ້ມູນ–ຂ່າວສານທາງດ້ານການຄ້າຂອງ ສປປ ລາວ ແລະ ເວັບໄຊ ຂອງຂະແໜງການທີ່ກ່ຽວຂ້ອງ ພ້ອມທັງເຜີຍແຜ່ໃນແຕ່ລະແຂວງ ແລະ ດ່ານຊາຍແດນໃນຂອບເຂດທົ່ວປະເທດ.
  5. ຈັດກອງປະຊຸມວິຊາການ ແລະ ການຝຶກອົບຮົມ ເພື່ອສ້າງຂີດຄວາມສາມາດ ກ່ຽວກັບການຈັດຕັ້ງປະຕິບັດນິຕິກຳ, ນະໂຍບາຍຕ່າງໆ ທີ່ຕິດພັນກັບວຽກງານການອໍານວຍຄວາມສະດວກທາງດ້ານການຄ້າ ສໍາລັບພາກລັດ ແລະ ພາກທຸລະກິດໃນນະຄອນຫຼວງ ແລະ ແຂວງຕ່າງໆ. ສືບຕໍ່ທົບທວນ ແລະ ປະເມີນຜົນກະທົບມາດຕະການທາງດ້ານການຄ້າທີ່ບໍ່ແມ່ນພາສີ ( NTMs) ແລະ ສະເໜີຕໍ່ຂະແໜງການທີ່ກ່ຽວຂ້ອງ ເພື່ອສ້າງແຜນປັບປຸງໃຫ້ມີຄວາມສອດຄ່ອງກັບນະໂຍບາຍທັງພາຍໃນ ແລະ ຕ່າງປະເທດ ໃນແຕ່ລະໄລຍະ.
  6.  ສືບຕໍ່ຈັດຕັ້ງປະຕິບັດວຽກງານຄຸ້ມຄອງ ແລະ ພັດທະນາ ສູນຂໍ້ມູນຂ່າວສານທາງດ້ານການຄ້າຂອງ ສປປ ລາວ ໃຫ້ທັນສະໄໝ ແລະ ຍືນຍົງ.
  7. ປັບປຸງປຶ້ມແຜນການດຳເນີນງານວຽກງານອຳນວຍ ຄວາມສະດວກທາງດ້ານການຄ້າຂອງ ສປປ ລາວ ປີ 2017–2022.
  8. ສືບຕໍ່ເຈລະຈາກັບປະເທດເພື່ອນບ້ານໃນການຈັດຕັ້ງປະຕິບັດການຄ້າຊາຍແດນ, ການຄ້າສອງຝ່າຍ ເພື່ອອຳນວຍຄວາມສະດວກໃນການສົ່ງອອກສິນຄ້າເຂົ້າສູ່ຕະຫຼາດປະເທດເພື່ອນບ້ານ.

 

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...