Homeຂ່າວພາຍ​ໃນສາເຫດທີ່ເຮັດໃຫ້ເງິນເກີບອ່ອນຄ່າດັ່ງທີ່ເຫັນຢູ່ໃນປັດຈຸບັນ

ສາເຫດທີ່ເຮັດໃຫ້ເງິນເກີບອ່ອນຄ່າດັ່ງທີ່ເຫັນຢູ່ໃນປັດຈຸບັນ

Published on

ນັບແຕ່ຕົ້ນເດືອນມິຖຸນາ 2020 ອັດຕາແລກປ່ຽນລະຫວ່າງເງິນກີບກັບສະກຸນເງິນບາດ ແລະ ໂດລາສະຫະລັດ ໄດ້ເໜັງຕີງແຮງຂຶ້ນ ເຮັດໃຫ້ເງິນກີບອ່ອນຄ່າແຮງ ໃນວັນທີ 17 ມິຖຸນານີ້ ອີງຕາມອັດຕາແລກປ່ຽນ ຈາກທະນາຄານການຄ້າຕ່າງປະເທດລາວ ມະຫາຊົນ ອັດຕາແລກປ່ຽນເງິນໂດລາປ່ຽນເປັນກີບ 9,006 ສ່ວນກີບປ່ຽນເປັນໂດລາ 9,026, ອັດຕາແລກປ່ຽນເງິນບາດປ່ຽນເປັນກີບ 310.39 ສ່ວນກີບປ່ຽນເປັນໂດລາ 312.73.

ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ທ່ານ ປອ. ພູເພັດ ກ້ຽວພິລາວົງ ຮອງຄະນະບໍດີ ຄະນະເສດຖະສາດ–ບໍລິຫານທຸລະກິດ ມະຫາວິທະຍາໄລແຫ່ງຊາດ ໃຫ້ທັດສະນະວ່າ: ສາເຫດທີ່ເຮັດໃຫ້ເງິນເກີບອ່ອນຄ່າດັ່ງທີ່ເຫັນຢູ່ໃນປັດຈຸບັນ ປັດໄຈໜຶ່ງກໍຍ້ອນການໃຊ້ເງິນຫຼາຍສະກຸນໃນປະເທດສົ່ງຜົນໃຫ້ເງິນກີບອ່ອນຄ່າທີ່ບໍ່ເປັນໄປຕາມກົນໄກຕະຫຼາດເທົ່າທີ່ຄວນ ໂດຍສະເພາະແມ່ນການເກງກໍາໄລ; ການເກງກຳໄລນີ້ບໍ່ແມ່ນທະນາຄານທຸລະກິດ ແຕ່ແມ່ນພໍ່ຄ້າ–ແມ່ຄ້າລາຍຍ່ອຍ ຫຼື ຮ້ານແລກປ່ຽນຕ່າງໆທີ່ມີຄວາມສາມາດໃນການຊື້ເງິນຕາຈຳນວນຫຼວງຫຼາຍ ແລະ ຂາຍເງິນຕາອອກໄດ້ຫຼາຍ ເຮັດໃຫ້ມີການປັ່ນປ່ວນໃນອັດຕາແລກປ່ຽນຢູ່ນອກລະບົບ.

ເຖິງແມ່ນວ່າລັດຖະບານຈະພະຍາຍາມຄວບຄຸມແຕ່ກໍສາມາດຄວບຄຸມໄດ້ພາຍໃນທະນາຄານທຸລະກິດເທົ່ານັ້ນ, ແຕ່ສຳລັບຢູ່ນອກລະບົບແມ່ນຄວບຄຸມໄດ້ຍາກ ເຊິ່ງກົນໄກທີ່ຈະຊ່ວຍປັບອັດຕາແລກປ່ຽນໄດ້ ແມ່ນຕ້ອງໃຫ້ໄປຕາມກົນໄກເສດຖະກິດຕະຫຼາດ ເພື່ອສ້າງຄວາມສາມາດຂອງການແຂ່ງຂັນໃນລາວເຮົາໃນອະນາຄົດ.

ດ້ານນັກເສດຖະສາດປະຈໍາທະນາຄານແຫ່ງໜຶ່ງ ໃຫ້ຄຳຄິດເຫັນວ່າ: ປົກກະຕິເງິນກີບເຮົາກໍມີການອ່ອນຄ່າຢູ່ແລ້ວ ຕ່າງແຕ່ວ່າຈະອ່ອນຄ່າຫຼາຍປານໃດນັ້ນກໍຂຶ້ນກັບສະພາບເສດຖະກິດ ແລະ ກົນໄກຕະຫຼາດ. ໃນກໍລະນີການລະບາດຂອງພະຍາດໂຄວິດ–19 ກໍມີສ່ວນເຮັດໃຫ້ຄ່າເງິນຫຼຸດລົງຍ້ອນເສດຖະກິດຢຸດສະງັກ. ຂະນະດຽວກັນ, ການຊົມໃຊ້ແມ່ນເພີ່ມຂຶ້ນເຮັດໃຫ້ມີ ຄວາມຕ້ອງການນໍາເຂົ້າຫຼາຍກວ່າການສົ່ງອອກ ຈຶ່ງເປັນທີ່ມາຂອງການຂາດດຸນການຄ້າ ເພາະການນໍາເຂົ້າສິນຄ້າແມ່ນຈ່າຍເປັນສະກຸນເງິນຕາຕ່າງປະເທດ, ສ່ວນທາງອອກທີ່ດີທີ່ສຸດແມ່ນສົ່ງເສີມການຜະລິດພາຍໃນໃຫ້ຫຼາຍ ເພື່ອຫຼຸດຜ່ອນການນໍາເຂົ້າສິນຄ້າທີ່ບໍ່ຈໍາເປັນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ 2026 ສະຫຼຸບສະພາບພົ້ນເດັ່ນ ແລະ ວຽກງານຈຸດສຸມຮີບດ່ວນ

ໃນຕອນແລງຂອງວັນທີ 23 ຕຸລາ 2026 ທ່ານ ປອ. ຄໍາຜາ ພິມມະສອນ, ຮອງລັດຖະມົນຕີ, ຮອງຫົວໜ້າຫ້ອງວ່າການສຳນັກງານນາຍົກລັດຖະມົນຕີ ໄດ້ຖະແຫຼງຂ່າວ ຕໍ່ສື່ມວນຊົນ ກ່ຽວກັບຜົນກອງປະຊຸມລັດຖະບານສະໄໝສາມັນ ປະຈຳເດືອນຕຸລາ...

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...