spot_img
Homeນານາສາລະການຄິດໃນແງ່ລົບ ສົ່ງຜົນຕໍ່ລະບົບປະສາດສ່ຽງເປັນໂຣກຄວາມຈຳເສື່ອມ

ການຄິດໃນແງ່ລົບ ສົ່ງຜົນຕໍ່ລະບົບປະສາດສ່ຽງເປັນໂຣກຄວາມຈຳເສື່ອມ

Published on

ເວັບໄຊຂ່າວ matichon ລາຍງານເມື່ອວັນທີ 7 ມິຖຸນາ ທີ່ຜ່ານມາ ໂດຍ CNN ໄດ້ອ້າງຜົນການວິໄຈຈາກຄະນະສຸຂະພາບຈິດ ມະຫາວິທະຍາໄລ ຄໍເລຈ ລອນດອນ ພົບວ່າ ການຄິດລົບນັ້ນມີສ່ວນກ່ຽວຂ້ອງກັບໂຣກສະໝອງເສື່ອມ ເນື່ອງຈາກສົ່ງຜົນໃຫ້ມີການເພີ່ມຈຳນວນຂຶ້ນຂອງໂປຣຕິນ 2 ຊະນິດທີ່ເຮັດໃຫ້ເກີດໂຣກອັລໄຊເມີ (ໂຣກຄວາມຈໍາເສື່ອມ).

ທີມວິໄຈໄດ້ທຳງານສຶກສາພຶດຕິກຳຂອງກຸ່ມອາສາສະໝັກທີ່ອາຍຸ 55 ປີ ຈຳນວນຫຼາຍກວ່າ 350 ຄົນ ເປັນເວລາ 2 ປີ ເພື່ອກວດສອບພຶດຕິກຳການຄິດລົບ ຫຼື ການຄິດຢຶດຕິດກັບອະດີດ ແລະ ຄວາມກັງວົນໃນອານາຄົດ. ນອກຈາກນີ້, ອາສາສະໝັກຈຳນວນ 1 ໃນ 3 ຍັງໄດ້ເຮັດການສະແກນສະໝອງຢ່າງລະອຽດ ເພື່ອວັດລະດັບໂປຣຕີນເທົາ ແລະ ແອມີລອຍ ບີຕ້າ ໂປຣຕິນ 2 ຊະນິດ ທີ່ເປັນສາເຫດຂອງໂຣກສະໝອງເສື່ອມທີ່ພົບໄດ້ຫຼາຍທີ່ສຸດ.

ຜົນການເກັບກຳຂໍ້ມູນ ແລະ ການສະແກນສະໝອງພົບວ່າຜູ້ທີ່ໃຊ້ເວລາຄິດລົບຈະມີໂປຣຕິນເທົາ ແລະ ແອມີລອຍບີຕ້າກໍ່ຕົວຂຶ້ນ ແລະ ຈະມີລະບົບຄວາມຈຳ ລວມເຖິງການຮັບຮູ້ທີ່ຫຼຸດລົງໃນຊ່ວງເວລາ 4 ປີ ເມື່ອປຽບທຽບກັບຄົນທີ່ບໍ່ໄດ້ມີການຄິດລົບ.

 

ຮຽບຮຽງຂ່າວ:​ ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...