spot_img
Homeຂ່າວຕ່າງປະເທດທົ່ວໂລກສະແດງພະລັງຕໍ່ຕ້ານການຢຽດສີຜິວ

ທົ່ວໂລກສະແດງພະລັງຕໍ່ຕ້ານການຢຽດສີຜິວ

Published on

ເວັບໄຊ posttoday ລາຍງານວ່າ ການເສຍຊີວິດຂອງທ້າວ ຈອສ ຟລອຍ ກາຍເປັນສາເຫດໃຫ້ເກີດການປະທ້ວງທົ່ວອາເມລິກາ ແລະ ຫຼາຍປະເທດທົ່ວໂລກຮ່ວມຕົວກັນສະແດງພະລັງໃນການຕໍ່ຕ້ານການຢຽດສີຜິວ.

ສາເຫດໃນການປະທ້ວງ ເກີດຈາກການເສຍຊິວິດຂອງ ທ້າວ ຈອສ ຟລອຍ ຊາຍຜິວສີ ອາຍຸ 46 ປີ ເຊິ່ງຕົກເປັນຜູ້ຕ້ອງສົງໄສໃນການໃຊ້ເງິນປອມຊື້ສິນຄ້າ. ຕໍາຫຼວດ (ເຊິ່ງເປັນຄົນຜິວຂາວ) ໄດ້ເຂົ້າຈັບກຸມໂດຍໃຊ້ເຂົາກົດຄໍຈົນຫາຍໃຈບໍ່ອອກ ເຮັດໃຫ້ ຈອສ ຟລອຍ ໝົດສະຕິ ແລະ ໄປເສຍຊີວິດຢູ່ໂຮງໝໍ ໃນເວລາຕໍ່ມາ. ຫຼັກຖານຈາກຄລິບທີ່ເຜີຍແຜ່ໃນສັງຄົມອອນລາຍ ເຮັດຕໍາຫຼວດທັງສີ່ຄົນຖືກໄລ່ອອກ ແລະ ຖືກຕັ້ງຂໍ້ຫາວ່າເຮັດໃຫ້ຜູ້ອື່ນເສຍຊີວິດໂດຍບໍ່ເຈດຕະນາ ແຕ່ຄອບຄົວ ແລະ ປະຊາຊົນເຫັນວ່າ ຕໍາຫຼວດທັງສີ່ຄົນຄວນຖືກດຳເນີນຄະດີ ຂໍ້ຫາຄາດຕະກຳພ້ອມ. ເຫດການດັ່ງກ່າວ ເຮັດໃຫ້ມີຄົນອອກມາປະທ້ວງ ເພາະເຊື່ອວ່າ ສາເຫດມາຈາກຄວາມຕ່າງຂອງສີຜິວ ຫາກ ຈອສ ຟລອຍ ມີຜິວຂາວ ຈະບໍ່ຖືກກະທຳແບບນີ້.

ສະຫະລັດອາເມລິກາ ມີກຸ່ມຜູ້ປະທ້ວງຢ່າງສັນຕິຫຼາຍໝື່ນຄົນໄດ້ຮ່ວມຕົວກັນເພື່ອຮຽກຮ້ອງຄວາມຍຸດຕິທຳທາງເຊື້ອຊາດ ໂດຍການປະທ້ວງເກີດຂຶ້ນຕັ້ງແຕ່ນິວຢອກໄປຈົນເຖິງລອສແອງເຈີລິສ ມີຫຼາຍພັນຄົນ ອອກມາສະແດງຈຸດຢືນຕາມທ້ອງຖະໜົນໃນຕົວເມືອງ ແລະ ພາກັນໄປຮ່ວມຊຸມນຸມປິດອ້ອມທຳນຽບຂາວໄວ້.

ນອກຈາກນີ້, ຍັງມີການຊຸມນຸມເປັນກຸ່ມໃຫຍ່ທີ່ອານຸສາວະລີ ລິນຄອນ ໃນນະຄອນຫຼວງວໍຊິງຕັນ ເຊິ່ງໃນເມືອທົດສະວັດທີ 60 ເຄີຍເປັນສະຖານທີ່ຂອງການຮຽກຮ້ອງສິດທິພົນລະເມືອງຄົນຜິວດຳໃນອາເມລິກາ ແລະ ເປັນຈຸດປ່ຽນສຳຄັນໃນປະຫວັດສາດການຢຽດສີຜິວ.

ນອກຈາກທີ່ອາເມລິກາແລ້ວ ຍັງມີການຊຸມນຸມທີ່ນະຄອນຫຼວງລອນດອນ ປະເທດອັງກິດ, ທີ່ນະຄອນຫຼວງໂຕກຽວ ປະເທດຍີ່ປຸ່ນ, ທີ່ນະຄອນ ຊິດນີ ປະເທດອົດສະຕາລີ ລວມເຖິງມີການຊຸມນຸມໃນປະເທດຝຣັ່ງ, ໂປແລນ ແລະ ຕູນີເຊຍ ໃນທະວີບແອຟຣິກາອີກດ້ວຍ.​

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...