spot_img
Homeຊີວິດແລະຄວາມຮັກອ່ານໄຕຄົນນອກໃຈເມຍ

ອ່ານໄຕຄົນນອກໃຈເມຍ

Published on

10259757_399649456841865_252900556079914549_n
ຫຼັກການຄອງເຮືອນແນວທາງພຸດທະສາດສະໜາ ສອນໄວ້ 4 ປະການ ຄື 1. ຮັກດຽວໃຈດຽວ, 2. ອົດທົນ ອົດກັ້ນ ຮ່ວມກັນຜ່າຟັນຄວາມລຳບາກ, 3. ຖິ້ມຄວາມເປັນເຈົ້າເປັນຂ້ອຍ ແລ້ວມາຫຼອມລວມກັນເປັນເຮົາ ແລະ 4. ຢ່າໃຫ້ອາລົມຢູ່ເໜືອເຫດຜົນຄວາມຮັກຢ່າງດຽວຄົງບໍ່ ພໍຈະຕ້ອງເຕີມຕໍ່ດ້ວຍຄວາມເຂົ້າໃຈ.

ແຕ່ແນວໃດກໍຕາມ ຍັງປາກົດມີຫຼາຍຄູ່ຊີວິດທີ່ບໍ່ປະຕິບັດ ໄດ້ຕາມຫຼັກການຄອງເຮືອນຂ້າງເທິງ ເຮັດໃຫ້ຊີວິດຄອບຄົວມີຄວາມແຕກແຍກ ບໍ່ໝັ້ນຄົງ. ເພື່ອປ້ອງກັນບໍ່ໃຫ້ຄອບຄົວແຕກສະຫຼາຍ ບາງຄົນຈຶ່ງເລືອກທີ່ຈະມອດໄຟແຕ່ຕົ້ນລົມ ໂດຍການສັງເກດພຶດຕິກຳຂອງຄູ່ຊີວິດ ຖ້າເຫັນມີຫຍັງຜິດປົກກະຕິກໍຟ້າວໂອ້ລົມກັນ ໃຫ້ເຂົ້າອົກເຂົ້າໃຈ ດີກວ່າຈະປະປ່ອຍໄປຈົນບັນຫາມັນແກ້ໄຂບໍ່ໄດ້. ດັ່ງນັ້ນ, ແມ່ບ້ານຫຼາຍຄົນຈຶ່ງບອກເຖິງພຶດຕິກຳຂອງຄົນນອກໃຈ ເມຍໄວ້ດັ່ງນີ້:

1. ເຊື່ອງເງິນ: ບໍ່ວ່າຈະໄດ້ເງິນຈາກເລື່ອງໃດກໍຕາມ ເຂົາມັກຈະເຊື່ອງເງິນໄວ້ຈຳນວນໜຶ່ງ ເພື່ອໃຊ້ເຂົ້າໃນການໃຊ້ຈ່າຍຕ່າງໆ ທີ່ມີໃນຫົວ ແຕ່ລາຍຈ່າຍນີ້ບໍ່ເປັນທີ່ເປີດເຜີຍ. ເພາະໃນຕົວຈິງແລ້ວເງິນຄຳທີ່ຫາມາໄດ້ຄວນຈະ ມອບໃຫ້ເມຍເປັນຜູ້ເກັບຮັກສາ ຢາກໄດ້ໄປໃຊ້ຈ່າຍກໍເອົານຳເມຍໄປໃຊ້ຈ່າຍ ກໍຄົງບໍ່ມີບັນຫາຫຍັງ. ແຕ່ຖ້າມີເມຍຂີ້ຖີ່ ຜົວຂໍເງິນໄປຊື້ນັ້ນຊື້ນີ້ກໍບໍ່ໄດ້ ກໍອາດຈະເປັນສາເຫດໃຫ້ຜົວເຊື່ອງເງິນກໍເປັນໄດ້.

2. ມັກໄປຫຼິ້ນນຳໝູ່ໂດຍບໍ່ພາເມຍໄປນຳ: ຫຼາຍເທື່ອທີ່ຜົວມັກອອກເຮືອນໄປພຽງ ແຕ່ຂອບວ່າໄປນັ້ນໄປນີ້ ໂດຍບໍ່ຊວນເມຍໄປເລີຍ ຫຼືບໍ່ບອກເມຍເລີຍ ນັ້ນເປັນທີ່ໜ້າສົງໄສວ່າໄປໃສກັນແທ້. ແຕ່ແນວໃດກໍຕາມ, ບາງຄັ້ງຜູ້ເປັນເມຍກໍຄວນໃຫ້ຜົວໄດ້ມີ ໂອກາດໄປຫຼິ້ນນຳໝູ່ແດ່ ເພາະຄົນເຮົາຈະເປັນຍິງຫຼືຊາຍ ກໍຍ່ອມຈະມີໝູ່ມີພວກເປັນທຳມະດາ.

3. ບໍ່ລົມໂທລະສັບໃຫ້ເມຍໄດ້ຍິນ: ເວລາມີສາຍໂທເຂົ້າໂທລະສັບແລ້ວຈັບຍ່າງອອກໄປລົມ ຢູ່ໄກໆເມຍ ຫຼືບໍ່ໃຫ້ໃຜໄດ້ຍິນນຳນັ້ນເປັນທີ່ໜ້າສົງໄປອີ່ຫຼີ ເພາະຖ້າເປັນການລົມວຽກນຳຫົວໜ້າຫຼືນຳໃຜກໍສຸດແລ້ວ ກໍບໍ່ຄວນມີຄວາມລັບກັບເມຍຂອງຕົນເລີຍ ເພາະເຖິງຈະເປັນເລື່ອງທີ່ດີກໍຕາມ ພຶດຕິກຳແບບນັ້ນກໍຊວນໃຫ້ສົງໄສ. ດັ່ງນັ້ນ, ພວກຜູ້ຊາຍຈຶ່ງບໍ່ຄວນເຮັດແນວນັ້ນ.

4. ບໍ່ປະໂທລະສັບໃຫ້ໄກໂຕ: ການທີ່ເວລາໃດກໍຈັບໂທລະສັບບໍ່ປະໃຫ້ຄົນອື່ນຈັບເລີຍ ນັ້ນກໍເປັນພຶດຕິກຳທີ່ໜ້າສົງໄສເຊັ່ນກັນ ເພາະແທນທີ່ເວລາຢູ່ເຮືອນກໍຍ່ອມວາງໂທລະສັບ ໄວ້ຈຸດໃດຈຸດໜຶ່ງຂອງເຮືອນ ເຊັ່ນ ເທິງໂຕະ, ເທິງຕູ້ໂຊ, ແຖວໜ້າໂທລະພາບ… ແຕ່ພັດໃສ່ຖົງສົ້ງຖົງເສື້ອໄວ້ ຫຼືແມ່ນແຕ່ເຂົ້າອາບນ້ຳຢູ່ຫ້ອງນ້ຳ ກໍຍັງເອົາໂທລະສັບໄປນຳ ອັນນີ້ເປັນທີ່ໜ້າສົງໄສຢ່າງແຮງ.

5. ລຶບຂໍ້ຄວາມອອກຈາກໂທລະສັບ: ຈະເປັນຂໍ້ຄວາມຈາກໃຜໆ ກໍຕາມ ບໍ່ວ່າຈະຈາກໂທລະສັບ, ໄລ, ວອສແອບ ຫຼືຈາກເຟສບຸກກໍສຸດແລ້ວ ຖ້າຈິງໃຈແທ້ກໍບໍ່ຕ້ອງລຶບອອກກໍໄດ້ ເພາະການລຶບຂໍ້ຄວາມສົນທະນາຖິ້ມເຮັດໃຫ້ເປັນທີ່ໜ້າສົງໄສ. ແນວໃດກໍຕາມຂ້ໍນີ້ກໍບໍ່ແນ່ສະເໝີໄປ ບາງເທື່ອເຂົາບໍ່ຢາກໃຫ້ໜັກໂທລະສັບກໍລຶບຖິ້ມໄດ້ ຜູ້ເປັນເມຍກໍຕ້ອງໃຈກວ້າງແລະເຂົ້າໃຈຕື່ມອີກ.

6. ມັກປ່ຽນລະຫັດລັອກໂທລະສັບ: ບາງຄົນບໍ່ຢາກໃຫ້ຄົນອື່ນຫຼິ້ນໂທລະສັບຂອງຕົນເອງ ແລ້ວໃສ່ລະຫັດໄວ້ໂດຍບໍ່ບອກໃຜ ລວມທັງເມຍຂອງຕົນ ຈະດ້ວຍສາເຫດອັນໃດກໍຕາມ ການເຮັດຈັ່ງນີ້ເປັນທີ່ໜ້າສົງໄສອີກເຊັ່ນກັນ. ຮ້າຍໄປກວ່ານັ້ນ ເມື່ອເມຍຮູ້ຈັກລະຫັດໂຕນີ້ ກໍປ່ຽນໄປໃສ່ລະຫັດໂຕໃໝ່ ເຊິ່ງພຶດຕິກຳແບບນີ້ບໍ່ຄວນເຮັດ ຖ້າບໍ່ຢາກໃຫ້ຄອບຄົວແຕກແຍກ. ໃນຂະນະດຽວກັນ ຜູ້ຍິງກໍຄວນໃຫ້ພື້ນທີ່ຄວາມເປັນສ່ວນຕົວຂອງຜົວແດ່ກໍດີຄືກັນ ຢ່າເຮັດໃຫ້ເຂົາຕ້ອງອຶດອັດໄປທຸກເລື່ອງ.

7. ໃຈຮ້າຍໄວ: ບາງຄົນໄປເຮັດຫຍັງຜິດມາ ມັກຈະຫາເລື່ອງຮ້າຍເມຍກ່ອນ ເພື່ອບໍ່ໃຫ້ເມຍຮ້າຍຕົນເອງ ຫຼືບາງເທື່ອເມຍຖາມນັ້ນຖາມນີ້ກໍຮ້າຍ ເລື່ອງບໍ່ເປັນຕາຮ້າຍກໍຮ້າຍ ອັນນີ້ກໍເປັນເລື່ອງທີ່ໜ້າສົງໄສຄືກັນ. ແຕ່ກໍບໍ່ສະເໝີໄປ ບາງເທື່ອເຂົາເຈົ້າມີບັນຫາເລື່ອງສຸຂະພາບ, ມີບັນຫາເລື່ອງວຽກ ຫຼືເມື່ອຍກັບການເຮັດວຽກມາໝົດມື້ກໍອາດຈະ ໃຈຮ້າຍໄວກໍໄດ້ ຢ່າເໝົາລວມ.

8. ບໍ່ມີກິດຈະກຳທາງເພດກັບເມຍ: ໃນກໍລະນີຜົວມັກໄປຫຼິ້ນກາງຄືນ ກັບເຮືອນຊ້າ ແລ້ວບໍ່ມີກິດຈະກຳທາງເພດກັບເມຍຂອງຕົນ ນັ້ນເປັນທີ່ໜ້າສົງໄສອີກຢ່າງໜຶ່ງ. ແຕ່ຖ້າວ່າຜົວຂອງຕົນຢູ່ໃນສາຍຕາຢູ່ສະເໝີ ໄປ-ກັບ ຖືກຕ້ອງຕາມເວລາປົກກະຕິກໍອາດຈະ ເປັນຜົນມາຈາກສຸຂະພາບຂອງເຂົາເຈົ້າ ຫຼືມີຄວາມຄຽດກ່ຽວກັບວຽກຫຼືບັນຫາໃດໜຶ່ງກໍໄດ້ ນັ້ນກໍບໍ່ສະເໝີໄປ.

9. ກັບເຮືອນຊ້າ ມີງານສັງສັນຕະຫຼອດ: ການໂທບອກເມຍ ຫຼືຂອບເມຍກ່ອນອອກເຮືອນວ່າ ມື້ນີ້ ຊິກັບເຮືອນເດິກໜ້ອຍໜຶ່ງເດີ ມີງານລ້ຽງກັບໝູ່ ເລື່ອງນີ້ເປັນເລື່ອງທຳມະດາທີ່ຄົນເຮົາ ຈະຕ້ອງມີເວລາພົບປະສັງສັນກັບໝູ່ແດ່ ບໍ່ແມ່ນຊິຢູ່ຄົນດຽວ. ແຕ່ກໍບໍ່ຄວນຈະເລື້ອຍໆ ເກີນໄປ ຫຼືມີພິລຸດອັນໃດອັນໜຶ່ງໃຫ້ເປັນທີ່ໜ້າສົງໄສ. ການໄປຊຸມແຊວເລື້ອຍໆ ນັ້ນສົມມຸດວ່າບໍ່ແມ່ນນອກໃຈເມຍ ແຕ່ກໍສິ້ນເປືອງລາຍຈ່າຍແລະເສຍສຸຂະພາບນຳ.

10. ບັນທຶກຊື່ຜູ້ອື່ນແທນຊື່ຜູ້ສາວ: ເຄີຍມີບໍ ຕອນເດິກໆ ມີໂທລະສັບມາ ແລ້ວບອກວ່າໝູ່ໂທຫາ ຫຼືຫົວໜ້າໂທມາ ໂດຍເອົາເບີທີ່ໂທມານັ້ນມາໃຫ້ເມຍເບິ່ງວ່າເປັນຊື່ໝູ່ແທ້ໆ ແຕ່ບາງຄົນຫົວໃສ ບັນທຶກຊື່ໝູ່ໄວ້ແທນຊື່ຜູ້ສາວກໍມີ ເຊິ່ງເປັນເລື່ອງທີ່ບໍ່ດີເລີຍ.

ບັນຫາຕ່າງໆ ທີ່ໄດ້ກ່າວມາຂ້າງເທິງນັ້ນແມ່ນພຶດຕິກຳທີ່ໜ້າສົງໄສ ຈຳນວນໜຶ່ງທີ່ບົ່ງບອກວ່າຜູ້ຊາຍກຳລັງນອກໃຈເມຍ. ແຕ່ນັ້ນກໍເປັນພຽງຂໍ້ສົມມຸດຊື່ໆ ຄົງບໍ່ຖືກ 100%. ໃນຂະນະດຽວກັນ ຜູ້ຍິງກໍຄວນເປັນຄົນໃຈກວ້າງແດ່ ເພາະການພົວພັນກັບຄົນອື່ນບໍ່ໄດ້ໝາຍຄວາມວ່າ ຈະເປັນການພົວພັນແບບຊູ້ສາວສະເໝີໄປ ເປັນແບບນັ້ນກໍແມ່ນມີຈຳນວນໜ້ອຍໆ ເທົ່ານັ້ນ. ແລະຈົ່ງເຂົ້າໃຈວ່າຈະເປັນຍິງຫຼືຊາຍ ກໍຍ່ອມຈະມີໝູ່ເພື່ອນ ຫຼືຄົນຮັກຄົນແພງ ທັງລຸ້ນເອື້ອຍອ້າຍ, ລຸ້ນນ້ອງໆ ກໍໄດ້ ຢ່າໃຈນ້ອຍແລ້ວຄິດໄປເອງ ຈະເປັນທຸກແກ່ໂຕເອງລ້າໆ ຫຼືເຖິງຂັ້ນຄອບຄົວແຕກຫັກຊື່ໆ ໂດຍບໍ່ມີຫຍັງໃນກໍໄຜ່ກໍໄດ້.

ແອັດມິນຊຽງ

ບົດຄວາມຫຼ້າສຸດ

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...

ຮັດແໜ້ນການພົວພັນຮ່ວມມື ລັດຖະມົນຕີກະຊວງການຕ່າງປະເທດ ເຂົ້າພົບປະລັດຖະມົນຕີກະຊວງການຕ່າງປະເທດບຣູໄນ

ໂດຍຕອບສະໜອງຕາມການເຊື້ອເຊີນຂອງ ທ່ານ ດາໂຕະ ເອີຣິວານ ເປຮິນ ຢູສອບ (Dato Erywan Pehin Yusof) ລັດຖະມົນຕີກະຊວງການຕ່າງປະເທດ ຜູ້ທີ 2 ແຫ່ງ...

ຖືກສົ່ງກັບປະເທດ! ພົນລະເມືອງ ສ.ເກົາຫຼີ 64 ຄົນ ທີ່ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີ ໃນປະເທດ ກຳປູເຈຍ

ພົນລະເມືອງ ສ.ເກົາຫຼີ 64 ຄົນ ຖືກສົ່ງຕົວກັບປະເທດ ເນື່ອງຈາກເປັນເປັນຜູ້ຕ້ອງສົງໃສມີສ່ວນກ່ຽວຂ້ອງກັບແກ້ງຄໍເຊັນເຕີໃນປະເທດ ກຳປູເຈຍ. ອີງຕາມສຳນັກຂ່າວ AFP ລາຍງານໃນວັນທີ 18 ຕຸລາ 2025 ຜ່ານມາ, ຈາກກໍລະນີປະຊາຊົນ...

ໃຊ້ AI ໃຫ້ເປັນປະໂຫຍດ ຊາຍຊາວອາເມລິການໍາໃຊ້ Chat GPT ໃນການສຸ່ມໂຕເລກເພື່ອຊື້ຫວຍ ຖືກລາງວັນ 100,000 ໂດລາ ຫຼື ປະມານ 2.1 ຕື້ກີບ

ເມື່ອບໍ່ດົນມານີ້ ກາຍເປັນກະແສດັງຢູ່ປະເທດອາເມຣິກາ ເມື່ອມີຊາຍຄົນໜຶ່ງ ອາຍຸ 45 ປີ ອາໄສຢູ່ທີ່ເມືອງ Wyandotte ຣັດ Michigan ສ.ອາເມລິກາ ໄດ້ຖືກຫວຍທ້ອງຖິ່ນ Powerball ພາຍຫຼັງນຳໃຊ້ປັນຍາປະດິດ...