spot_img
Homeຂ່າວທ້ອງຖິ່ນລັດຊີ້ແຈງລາຍຈ່າຍບ້ວງແຮສຸກເສີນ 30 ຕື້ກີບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

ລັດຊີ້ແຈງລາຍຈ່າຍບ້ວງແຮສຸກເສີນ 30 ຕື້ກີບ ທີ່ນໍາໃຊ້ເຂົ້າໃນວຽກງານຕ້ານໂຄວິດ-19

Published on

ອີງຕາມການລາຍງານຈາກ ໜັງສືພິມເສດຖະກິດ-ການຄ້າ ໃຫ້ຮູ້ວ່າ ລັດຖະບານໄດ້ສຸມໃສ່ຈັດຕັ້ງປະຕິບັດມາດຕະການຕ່າງໆເພື່ອສະກັດກັ້ນ, ຄວບຄຸມ ແລະ ແກ້ໄຂ ການລະບາດຂອງພະຍາດດັ່ງກ່າວ ຈົນມາຮອດວັນທີ 31 ພຶດສະພາ 2020 ໄດ້ນໍາໃຊ້ງົບປະມານບ້ວງແຮສຸກເສີນທັງໝົດ 30 ຕື້ກີບ ແລະ ຫຼ້າສຸດ, ວັນທີ 1 ມິຖຸນາ 2020 ພາກສ່ວນກ່ຽວຂ້ອງໄດ້ອອກມາຊີ້ແຈງລາຍລະອຽດລາຍຈ່າຍຕ່າງໆຂອງບ້ວງເງິນດັ່ງກ່າວ ໃຫ້ສັງຄົມໄດ້ຮັບຮູ້ຢ່າງໂປ່ງໃສ.

ທ່ານ ບຸນໂຈມ ອຸບົນປະເສີດ ຮອງລັດຖະມົນຕີ ກະຊວງການເງິນ ໄດ້ລາຍງານໃຫ້ຮູ້ເຖິງການຈັດຕັ້ງປະຕິບັດງົບປະມານບ້ວງແຮສຸກເສີນຂອງລັດຖະບານ ບ້ວງ 30 ຕື້ກີບ ໃນໂອກາດຮ່ວມຖະແຫຼງຂ່າວລາຍງານສະພາບ ການລະບາດຂອງພະຍາດໂຄວິດ-19 ຢູ່ ສປປ ລາວ ໃນວັນທີ 1 ມິຖຸນາ 2020 ວ່າ: ລັດຖະບານອະນຸມັດເງິນແຮສຸກເສີນຄັ້ງທີ 1 ຈໍານວນ 10 ຕື້ກີບ ໂດຍນໍາໃຊ້ເຂົ້າໃນການຈັດຊື້ອຸປະກອນການແພດ, ໜ້າກາກອະນາໄມ (ຜ້າອັດປາກ-ດັງ), ເຄື່ອງເຄມີ, ເຈວລ້າງມື, ຄ່າຫຸ້ມຫໍ່ ແລະ ການຈັດສົ່ງອຸປະກອນການແພດ ຈໍານວນ 6,64 ຕື້ກີບ ເພື່ອຮັບໃຊ້ໃນວຽກງານສາທາລະນະສຸກ. ຈ່າຍລ່ວງໜ້າໃຫ້ກະຊວງສາທາລະນະສຸກ ເພື່ອເບີກຈ່າຍວຽກງານຈໍາເປັນ ແລະ ຮີບດ່ວນ ຈໍານວນ 100 ລ້ານກີບ ເຮັດໃຫ້ຍອດເຫຼືອຈໍານວນເງິນອະນຸມັດຄັ້ງທີ 1 ຈໍານວນ 3,25 ຕື້ກີບ.

ພ້ອມນີ້ ລັດຖະບານໄດ້ອະນຸມັດເງິນແຮສຸກເສີນຄັ້ງທີ 2 ຈໍານວນ 20 ຕື້ກີບ ໂດຍໃຊ້ຈ່າຍລະອຽດດັ່ງນີ້ ຈ່າຍຄັ້ງທີ 1 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນທົ່ວປະເທດ ຈໍານວນ 9 ຕື້ກີບ (ແຂວງລະ 500 ລ້ານກີບ), ຈ່າຍໃຫ້ກະຊວງປ້ອງກັນຄວາມສະຫງົບ ຈໍານວນ 500 ລ້ານກີບ; ຈ່າຍຄັ້ງທີ 2 ໃຫ້ນະຄອນຫຼວງວຽງຈັນ ແລະ ບັນດາແຂວງໃນຂອບເຂດທົ່ວປະເດທ 6,9 ຕື້ກີບ, ຈ່າຍຊ່ວຍໜູນໃຫ້ນັກສຶກສາລາວຢູ່ເມືອງອູຮັ່ນ (ສປ ຈີນ) ຈໍານວນ 154 ລ້ານກີບ, ຈ່າຍຮັບໃຊ້ຊ່ຽວຊານແພດຈີນ ໄປເຄື່ອນໄຫວວຽກຢູ່ທ້ອງຖິ່ນ ຈໍານວນ 10 ລ້ານກີບ. ຍອດເຫຼືອຈາກການອະນຸມັດຄັ້ງທີ 2 ຈໍານວນ 3,4 ຕື້ກີບ, ລວມແລ້ວຍອດຍັງເຫຼືອທັງໝົດຈາກການອະນຸມັດງົບປະມານທັງຄັ້ງທີ 1 ແລະ ຄັ້ງທີ 2 (10 ຕື້ກີບ + 20 ຕື້ກີບ -23,38 ຕື້ກີບ) ເທົ່າກັບຈໍານວນ 6,66 ຕື້ກີບ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...