spot_img
Homeຂ່າວທ້ອງຖິ່ນລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ

ລັດແຈ້ງໃຫ້ທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນການຊຳລະໜີ້ຕໍ່ລູກຄ້າ

Published on

ໜັງສືພິມວຽງຈັນທາມລາຍງານໃຫ້ຮູ້ວ່າ ຄະນະສະເພາະກິດ ນະໂຍບາຍດ້ານເງິນຕາເພື່ອແກ້ໄຂຜົນກະທົບຈາກການແຜ່ລະບາດພະຍາດໂຄວິດ-19 ໄດ້ອອກແຈ້ງການໃນບໍ່ດົນມານີ້ ເຖິງທະນາຄານ ຫຼື ສະຖາບັນການເງິນໃຫ້ປະຕິບັດນະໂຍບາຍຜ່ອນຜັນຕໍ່ລູກຄ້າທີໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດໂຄວິດ-19.

ແຈ້ງການໄດ້ລະບຸໄວ້ວ່າ: ການຈັດຕັ້ງປະຕິບັດນະໂຍບາຍຜ່ອນຜັນລູກຄ້າທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ທີ່ຈະໄດ້ຮັບນະໂຍບາຍຈາກທະນາຄານ ຫຼື ສະຖາບັນການເງິນ ທີ່ບໍ່ແມ່ນທະນາຄານ ຕ້ອງປະຕິບັດດັ່ງນີ້:  ໃຫ້ຂຽນໜັງສືສະເໜີ ເຖິງ ທະນາຄານ ຫຼື ສະຖາບັນການເງິນທີ່ບໍ່ແມ່ນທະນາຄານທີ່ເປັນເຈົ້າໜີ້ຂອງຕົນ, ປະກອບເອກະສານຢັ້ງຢືນຜົນກະທົບທີ່ຕົນໄດ້ຮັບ ໂດຍຢັ້ງຢືນຈາກອົງການຈັດຕັ້ງທີ່ກ່ຽວຂ້ອງ, ປະກອບເອກະສານອື່ນໆທີ່ກ່ຽວຂ້ອງ, ທະນາຄານ ແລະ ສະຖາບັນການເງິນທີ່ບໍ່ແມ່ນທະນາຄານ ທີ່ໄດ້ຮັບການສະເໜີຈາກລູກຄ້າຂອງຕົນ ຕ້ອງດໍາເນີນການສໍາຫຼວດ, ເກັບກໍາຂໍ້ມູນໃຫ້ລະອຽດ ແລ້ວປະເມີນຜົນກະທົບຕາມກໍລະນີໜັກ-ເບົາ ແລ້ວປະຕິບັດນະໂຍບາຍຜ່ອນຜັນສິນເຊື່ອໃດໜຶ່ງຕາມຄວາມເໝາະສົມ. ບັນດາທະນາຄານທຸລະກິດ ແລະ ສະຖານບັນການເງິນ ຕ້ອງກໍານົດນະໂຍບາຍຜ່ອນຜັນຂອງຕົນ ເພື່ອໃຫ້ທະນາຄານ ແຫ່ງ ສປປ ລາວ ຕິດຕາມກວດກາ ການຈັດຕັ້ງປະຕິບັດ.

ສຳລັບນະໂຍບາຍລະອຽດຂອງ ສະຖາບັນການເງິນທີ່ຢູ່ພາຍໃຕ້ການຄຸ້ມຄອງຂອງ ທະນາຄານ ແຫ່ງ ສປປ ລາວ ໃຫ້ປະຕິບັດດັ່ງນີ້: ໃຫ້ບໍລິສັດເຊົ່າສິນເຊື່ອ ແລະ ໂຮງຊວດຈໍາ ພິຈາລະນາໂຈະ ຫຼື ເລື່ອນການກໍານົດເວລາການຢຶດ ຫຼື ຂາຍທອດຊັບສິນຂອງລູກຄ້າ ຢ່າງໜ້ອຍໄປອີກ 2 ງວດ,  ຫຼຸດຜ່ອນ ຫຼື ຍົກເລີກຄ່າທໍານຽມ ແລະ ຄ່າປັບໃໝໃຫ້ແກ່ລູກຄ້າ ທີ່ໄດ້ຮັບຜົນກະທົບຈາກການແຜ່ລະບາດຂອງພະຍາດ ໂຄວິດ-19 ຕາມຄວາມເໝາະສົມ. ນອກຈາກນັ້ນ, ທະນາຄານ ແຫ່ງ ສປປ ລາວ ກໍ່ໄດ້ກໍານົດນະໂຍບາຍຕໍ່ທະນາຄານທຸລະກິດ ແລະ ສະຖາບັນການເງິນທີ່ເຂົ້າຮ່ວມໃນການປະຕິບັດນະໂຍບາຍສິນເຊື່ອ ເພື່ອແກ້ໄຂຜົນກະທົບຈາກພະຍາດ ໂຄວິດ-19 ເປັນຕົ້ນການໄດ້ຮັບນະໂຍບາຍ ຍົກເວັ້ນການຈັດຊັ້ນໜີ້ ແລະ ການຫັກເງິນແຮຕາມລະບຽບການຂອງ ທະນາຄານແຫ່ງ ສປປ ລາວ ທີ່ໄດ້ກໍານົດອອກ, ການຫຼຸດຜ່ອນອັດຕາເງິນແຮ ພາກບັງຄັບ ສໍາລັບສະກຸນເງິນ ກີບ ຈາກ 5% ມາ ເປັນ 4%, ແລະ ສະກຸນເງິນຕາຕ່າງປະເທດ ຈາກ 10% ມາເປັນ 8%;  ປັບຫຼຸດອັດຕາດອກເບ້ຍພື້ນຖານ: ເງິນກູ້ບໍ່ເກີນ 7 ວັນ ຈາກ 4% ມາເປັນ 3% ຕໍ່ປີ, ໄລຍະ 7 ວັນ-14 ວັນ ຈາກ 5% ມາເປັນ 4% ຕໍ່ປີ ແລະ ເກີນ 14 ວັນ – 1ປີ ຈາກ 10% ມາເປັນ 9% ຕໍ່ປີ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...