spot_img
Homeຂ່າວຕ່າງປະເທດແຮງງານອິນເດຍນອນພັກເທິງລາງໂຊກຮ້າຍຖືກລົດໄຟຢຽບເສຍຊີວິດ 15 ຄົນ

ແຮງງານອິນເດຍນອນພັກເທິງລາງໂຊກຮ້າຍຖືກລົດໄຟຢຽບເສຍຊີວິດ 15 ຄົນ

Published on

ອີງຕາມການລາຍງານ ຈາກເວັບໄຊຂ່າວ komchadluek.net ໃຫ້ຮູ້ວ່າ ໂຄສົກສະຖານີລົດໄຟອິນເດຍລາຍງານວ່າມີຜູ້ເສຍຊີວິດ 15 ຄົນ ແລະ ຜູ້ໄດ້ຮັບບາດເຈັບ 5 ຄົນ ໃນນັ້ນບາດເຈັບສາຫັດ 2 ຄົນ ຈາກເຫດການຂະບວນລົດໄຟບັນທຸກນໍ້າມັນແລ່ນຢຽບພວກເຂົາໃນຂະນະທີ່ກຳລັງນອນຫຼັບເທິງລາງລົດໄຟ.

ອຸບັດເຫດດັ່ງກ່າວເກີດຂຶ້ນໃນຕອນເຊົ້າຂອງວັນທີ 5 ພຶດສະພາ 2020 ທີ່ຜ່ານມາ ໃນຂະນະທີ່ລົດໄຟບັນທຸກນໍ້າມັນຂະບວນນີ້ກຳລັງເດີນທາງຈາກສະຖານີລົດໄຟ ເຈລາປາລີ (Cherlapally) ໃນລັດເຕລັງຄານາ ທາງຕອນໃຕ້ຂອງປະເທດ ມຸ່ງໜ້າສູ່ລັດມະຫາຣາຊ.

ຕາມການລາຍງານຈາກສື່ທ້ອງຖິ່ນ ຜູ້ປະສົບເຄາະຮ້າຍເຫຼົ່ານີ້ເປັນແຮງງານຕ່າງຖິ່ນທີ່ເດີນທາງມາຈາກລັດມັດທະຍະປະເທດ ທາງຕອນກາງຂອງອິນເດຍ.

ເຈົ້າໜ້າທີ່ຕຳຫຼວດໄດ້ກ່າວກັບສື່ທ້ອງຖິ່ນວ່າ “ເນື່ອງຈາກມາດຕະການປິດເມືອງທົ່ວປະເທດໃນອິນເດຍ ເຮັດໃຫ້ແຮງງານເຫຼົ່ານີ້ຕ້ອງພາກັນຍ່າງກັບບ້ານເກີດ ແຕ່ຮູ້ສຶກໝົດແຮງລະຫວ່າງທາງ ຈຶ່ງຕັດສິນໃຈນອນພັກຢູ່ເທິງລາງລົດໄຟ”

ທາງດ້ານເຈົ້າໜ້າທີ່ປະຊາສຳພັນຂອງສະຖານີລົດໄຟ ໄດ້ລະບຸວ່າ ຜູ້ໄດ້ຮັບບາດເຈັບຖືກນຳຕົວສົ່ງໄປທີ່ໂຮງໝໍລັດໃນເມືອງ ອໍຣັງຄາບັດ ຂອງລັດມາຫາຣາຊແລ້ວ. ສ່ວນນາຍົກລັດຖະມົນຕີກະຊວງການລົດໄຟ ກໍ່ໄດ້ອອກມາທະວິດຂໍ້ຄວາມ ສະແດງຄວາມເສຍໃຈຢ່າງຍິ່ງຕໍ່ການສູນເສຍຄັ້ງນີ ແລະ ເຂົາກຳລັງຕິດຕາມສະຖານະການຢ່າງໃກ້ຊິດ ພ້ອມກຳລັງຄົ້ນຄວ້າເພື່ອໃຫ້ການຊ່ວຍເຫຼືອເທົ່າທີ່ສາມາດເຮັດໄດ້.

 

ຮຽບຮຽງຂ່າວ: ພຸດສະດີ 

ບົດຄວາມຫຼ້າສຸດ

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...