spot_img
Homeຂ່າວຕ່າງປະເທດຈີນປະກາດຍົກເວັ້ນພາສີສິນຄ້າຈາກອາເມລິກາ 79 ລາຍການເປັນເວລາ 1 ປີ

ຈີນປະກາດຍົກເວັ້ນພາສີສິນຄ້າຈາກອາເມລິກາ 79 ລາຍການເປັນເວລາ 1 ປີ

Published on

ອີງຕາມການລາຍງານຂ່າວຈາກ ເວັບໄຊຂ່າວ sanook.com ລາຍງານເມື່ອວັນທີ 13 ພຶດສະພານີ້ວ່າ ກະຊວງການເງິນແຫ່ງຊາດຈີນ ໄດ້ເປີດເຜີຍລາຍຊື່ສິນຄ້າຂອງອາເມລິກາຈຳນວນ 79 ລາຍການ ທີ່ຈະໄດ້ຮັບການຍົກເວັ້ນພາສິນຳເຂົ້າເປັນເວລາ 1 ປີ ເຊິ່ງລວມເຖິງທາດແຮ່ຫາຍາກ.

ມາດຕະການຍົກເວັ້ນພາສີຮອບທີ 2 ນີ້ ຈະມີຜົນບັງຄັບໃຊ້ຕັ້ງແຕ່ວັນທີ 19 ພຶດສະພາ 2020 ແລະ ຈະສິ້ນສຸດໃນວັນທີ 18 ພຶດສະພາ 2021 ໂດຍຄວາມເຄື່ອນໄຫວດັ່ງກ່າວມີຂຶ້ນຫຼັງຈາກທີ່ຈີນ ແລະ ອາເມລິກາໄດ້ລົງນາມໃນຂໍ້ຕົກລົງການຄ້າໃນໄຕມາດທຳອິດເມື່ອເດືອນ ມັງກອນປີນີ້ ເຊິ່ງນັບຕັ້ງແຕ່ນັ້ນມາ ຈີນກໍ່ໄດ້ດຳເນີນການຍົກເວັ້ນພາສີນຳເຂົ້າສິນຄ້າຈາກອາເມລິກາຫຼາຍລາຍການເປັນເວລາ 1 ປີ ເຊັ່ນ: ຊີ້ນໝູ ແລະ ຖົ່ວເຫຼືອງ.

ຈີນໄດ້ຕົກລົງທີ່ຈະເພີ່ມຄຳສັ່ງຊື້ສິນຄ້າ ແລະ ບໍລິການຈາກອາເມລິກາເປັນເວລາ 2 ປີ ຢ່າງໜ້ອຍ 2 ແສນໂດລາຕໍ່ປີ ລວມເຖິງສິນຄ້າການກະເສດມູນຄ່າ 3.2 ໝື່ນລ້ານໂດລາ ໂດຍມີການຄາດການວ່າການດຳເນີນການດັ່ງກ່າວຈະຊ່ວຍໃຫ້ອາເມລິກາມີຍອດຂາດດຸນການຄ້າກັບຈີນຫຼຸດລົງ.

ນອກຈາກນີ້, ຂໍ້ຕົກລົງດັ່ງກ່າວຍັງລະບຸວ່າ ຈີນໄດ້ໃຫ້ສັນຍາວ່າຈະດຳເນີນການເປີດເສລີພາບບໍລີການດ້ານການເງິນ ໃນຂະນະດຽວກັນກໍ່ຈະແກ້ໄຂປະເດັນທີ່ຈີນຖືກກ່າວຫາກ່ຽວກັບການບັງຄັບຖ່າຍໂອນເທັກໂນໂລຢີ ແລະ ການປັ່ນຄ່າເງິນເພື່ອສົ່ງເສີມການສົ່ງອອກ.

 

ຮຽບຮຽງຂ່າວ: ພຸດສະດີ

 

ບົດຄວາມຫຼ້າສຸດ

ຈັບໄດ້ທັງໝົດແລ້ວ! ກໍລະນີລົດບັນທຸກລິງປີ້ນທີ່ ສ.ອາເມຣິກາ ເຮັດໃຫ້ລິງຕິດເຊື້ອໂຕນໜີເມື່ອສອງອາທິດທີ່ຜ່ານມາ ປັດຈຸບັນ ສາມາດນຳລິງທັງໝົດກັບມາໄດ້ແລ້ວ

ເປັນເວລາກວ່າ 8 ມື້ໃນການໄລ່ຈັບລີງຕິດເຊື້ອ, ກໍລະນີທີ່ເກີດຂຶ້ນ ໃນວັນທີ 28 ເດືອນຕຸລາ 2025 ທີ່ຜ່ານມາ ທີ່ລັດມິດຊີຊິບປີ້ ( Mississippi ), ສະຫະລັດອາເມລິກາ...

ໂຄງການ ASEAN SOAR Together ໄດ້ຮ່ວມແບ່ງປັນເລື່ອງລາວຄວາມສໍາເລັດຂອງ MSME ດິຈິຕ້ອນ ທີ່ງານ ABIS 2025

ສະເຫຼີມສະຫຼອງຜົນສໍາເລັດຂອງການຫັນສູ່ດິຈິຕ້ອນຂອງ MSME ໃນທົ່ວອາຊຽນ ຜ່ານໂຄງການ ASEAN SOAR Together ກົວລາ ລໍາເປີ, 31 ຕຸລາ 2025 – ມູນນິທິ ອາຊຽນ...

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...