Homeຂ່າວທ້ອງຖິ່ນໄວ້ອາໄລ! ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເຖິງແກ່ມໍລະນະກຳແລ້ວ

ໄວ້ອາໄລ! ທ່ານ ພົນເອກ ສີສະຫວາດ ແກ້ວບຸນພັນ ອະດີດນາຍົກລັດຖະມົນຕີ ເຖິງແກ່ມໍລະນະກຳແລ້ວ

Published on

ຖືເປັນການສູນເສຍຄັ້ງຍິ່ງໃຫຍ່ຂອງປວງຊົນລາວທັງຊາດກັບການຈາກໄປຢ່າງບໍ່ມີວັນຫວນກັບຄືນມາຂອງ ທ່ານ ສີສະຫວາດ ແກ້ວບຸນພັນ ນັກຮົບປະຕິວັດລຸ້ນອາວຸໂສ ອະດີດນາຍົກລັດຖະມົນຕີແຫ່ງ ສປປ ລາວ ແລະ ອະດີດປະທານສູນກາງແນວລາວສ້າງຊາດ ເຊິ່ງໄດ້ເຖິງແກ່ມໍລະນະກຳແລ້ວ ໃນວັນທີ 12 ພຶດສະພາ 2020 ລວມອາຍຸໄດ້ 92 ປີ.

ທ່ານ ສີສະຫວາດ ແກ້ວບຸນພັນ ເກີດເມື່ອວັນທີ 01 ພຶດສະພາ 1928 ທີ່ບ້ານ ຫ້ວຍກະລືນ, ເມືອງ ຊຳເໜືອ, ແຂວງ ຫົວພັນ ມີອ້າຍເອື້ອຍນ້ອງຮ່ວມກັນ 3 ຄົນ. ໃນຊີວິດຕອນຍັງເປັນເດັກນ້ອຍ, ເພິ່ນກໍຄືເດັກນ້ອຍທົ່ວໄປຂອງບ້ານນອກ. ທ່ານ ສີສະຫວາດ ໄດ້ກຳເນີດໃນຄອບຄົວທີ່ທຸກຍາກ ເປັນຊາວໄຮ່ນາ, ຫາປູ ຫາປາ ຕາມຫ້ວຍ, ຮ່ອງ, ຄອງ, ບຶງ. ເມື່ອເພີ່ນມີອາຍຸ 14 ປີ, ແມ່ຂອງເພີ່ນກໍໄດ້ເສຍຊີວິດຈາກເພີ່ນໄປ, ສ່ວນພໍ່ໄດ້ໄປເປັນກຸລີຮັບຈ້າງໃຫ້ຝຣັ່ງ ໄດ້ປະໃຫ້ເພີ່ນຢູ່ກັບນ້າບ່າວ ທີ່ເມືອງ ປົວ. ຕໍ່ມາພໍ່ຂອງເພິ່ນກໍໄດ້ເສຍຊີວິດໄປຍ້ອນໂລກລະບາດ.

ໃນເດືອນ ມິຖຸນາ ປີ 1956, ທ່ານ ສີສະຫວາດ ແກ້ວບຸນພັນ ແລະ ທ່ານນາງ ຄຳຫຼ້າ ໄດ້ຕົກລົງແຕ່ງງານກັນ ຢູ່ບ້ານ ຊຽງຄໍ້, ເມືອງ ຊຽງຄໍ້, ແຂວງ ຫົວພັນ. ຫຼັງຈາກແຕ່ງງານແລ້ວພວກທ່ານກໍມີລູກນຳກັນ 4 ຄົນ ຄື: ທ່ານ ນາງ ຊຳສີວັດ ແກ້ວບຸນພັນ, ທ່ານ ດຣ ນາງ ອິນລາວັນ ແກ້ວບຸນພັນ, ທ່ານ ດຣ ນາງ ຂັນລາສີ ແກ້ວບຸພັນ ແລະ ທ່ານ ນາງ ພອນສີດາ ແກ້ວບຸນພັນ.

ໃນວັນທີ 3 ກຸມພາ ປີ 1972, ທ່ານໄດ້ເຂົ້າຮ່ວມກອງປະຊຸມໃຫຍ່ພັກຄັ້ງທີ II ໃນກອງປະຊຸມໃຫຍ່ຄັ້ງນີ້, ໄດ້ປ່ຽນ “ພັກປະຊາຊົນລາວ” ມາເປັນ “ພັກປະຊາຊົນປະຕິວັດລາວ”. ປີ 1972-1987 ທ່ານໄດ້ເປັນຄະນະຮາກຖານການທະຫານສູນກາງ; ປີ 1979 ທ່ານໄດ້ເຂົ້າຮ່ວມກອງປະຊຸມນັກຮົມແຂ່ງຂັນ; ປີ 1976-1987 ທ່ານ ໄດ້ເປັນຄະນະພັກການທະຫານສູນກາງ; ໃນວັນທີ 29 ພະຈິກ 1980 ທ່ານໄດ້ປະດັບຊັ້ນພົນເອກ ແລະ ປີ 1982 ທ່ານໄດ້ເຂົ້າຮ່ວມກອງປະຊຸມຄະນະພັກການທະຫານສູນກາງ.

ປີ 1975-1991: ເປັນລັດຖະມົນຕີປະຈໍາສໍານັກງານນາຍົກລັດຖະມົນຕີ, ເປັນລັດຖະມົນຕີກະຊວງພາຍໃນ, ເປັນປະທານປົກຄອງນະຄອນຫຼວງວຽງຈັນ. ປີ 1991-1996: ເປັນລັດຖະມົນຕີກະຊວງກະສິກໍາປ່າໄມ້. ປີ 1996-1998: ເປັນຮອງປະທານປະເທດ ແຫ່ງ ສປປ ລາວ. ປີ 1998-2001 ເປັນນາຍົກລັດຖະມົນຕີ ແຫ່ງ ສປປ ລາວ. ປີ 2001-2011: ເປັນປະທານສູນກາງແນວລາວສ້າງຊາດ. ປີ 2011: ອອກພັກຜ່ອນຮັບເບ້ຍບໍານານ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...