Homeຂ່າວຕ່າງປະເທດທົ່ວໂລກຍັງເຫຼືອ 33 ປະເທດ ແລະ ດິນແດນທີ່ຍັງບໍ່ມີລາຍງານການຕິດເຊື້ອໂຄວິດ-19

ທົ່ວໂລກຍັງເຫຼືອ 33 ປະເທດ ແລະ ດິນແດນທີ່ຍັງບໍ່ມີລາຍງານການຕິດເຊື້ອໂຄວິດ-19

Published on

ສຳນັກຂ່າວຣອຍເຕີລະບຸວ່າ ປັດຈຸບັນ 214 ປະເທດ ແລະ ດິນແດນທົ່ວໂລກມີຜູ້ຕິດເຊື້ອໂຄວິດ-19 ຢ່າງໜ້ອຍ 1 ຄົນ ແລະ ໃນຈຳນວນດັ່ງກ່າວມີ 190 ປະເທດທີ່ມີການລະບາດໃນຊຸມຊົນ ແລະ ມີຜູ້ເສຍຊີວິດໃນ 166 ປະເທດທົ່ວໂລກ.

ຕາມການລາຍງານຫຼັງຈາກເດືອນ ເມສາທີ່ຜ່ານມາ ມີ 33 ປະເທດ ແລະ ດິນແດນທີ່ຍັງບໍ່ມີລາຍງານການຕິດເຊື້ອໂຄວິດ-19 ແຕ່ເຖິງແມ່ນວ່າຈະບໍ່ມີການລາຍງານການຕິດເຊື້ອກໍ່ບໍ່ໄດ້ໝາຍຄວາມວ່າຈະບໍ່ມີຜູ້ປ່ວຍຕິດເຊື້ອໃນປະເທດເຫຼົ່ານັ້ນ ເຊັ່ນ: ປະເທດເກົາຫຼີເໜືອ ທີ່ບໍ່ມີລາຍງານພົບຜູ້ຕິດເຊື້ອເຖິງວ່າຈະມີຊາຍແດນຕິດກັບປະເທດຈີນ,​ຣັດເຊຍ ແລະ ເກົາຫຼີໃຕ້ ເຊິ່ງລ້ວນແຕ່ເປັນປະເທດທີ່ມີຜູ້ຕິດເຊື້ອຈຳນວນຫຼາຍ.

ສ່ວນໃຫຍ່ແລ້ວປະເທດ ຫຼື ພື້ນທີ່ທີ່ຍັງບໍ່ມີລາຍງານພົບຜູ້ຕິເຊື້ອລ້ວນມີພື້ນທີ່ຂະໜາດນ້ອຍ ຫຼື ເປັນເກາະດອນ ໃນມະຫາສະໝຸດປາຊີຟິກທີ່ເຂົ້າເຖິງໄດ້ຍາກ ແລະ ໃນເອີຣົບຍັງບໍ່ມີລາຍງານພົບຜູ້ຕິດເຊື້ອທີ່ເກາະດອນ ເຊິ່ງເປັນດິນແດນທີ່ມີຄົນອາໃສຢູ່ໜ້ອຍ,

ໃນເວລານີ້ທຸກປະເທດໃນທະວີບອາເມລິກາ ແລະ ຕະເວັນອອກກາງ ມີລາຍງານຜູ້ປ່ວຍຢ່າງໜ້ອຍ 1 ຄົນ ຍົກເວັ້ນເກາະໂຄໂມຣອສ ແລະ ເຊນເຮເລນ່າ ໃນຂະນະທີ່ການແຜ່ລະບາດຂອງເຊື້ອໄວຣັດຍັງຳເນີນຕໍ່ໄປໃນປະເທດຕ່າງໆ ທີ່ຢູ່ອ້ອມຮອບບາງເກາະດອນ.

 

ຮຽບຮຽງຂ່າວ: ​ພຸດສະດີ

ແຫຼ່ງຂໍ້ມູນ:​ www.sanook.com

ບົດຄວາມຫຼ້າສຸດ

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ມຽນມາ ປະຈຳລາວ ເຂົ້າຢ້ຽມຂ່ຳນັບ

ໃນຕອນເຊົ້າວັນທີ 07 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ອ່ອງ ໂກ (Aung...

ສສຊ ສະເໜີໃຫ້ລັດຖະບານ ພັດທະນາບໍ່ແຮ່ ເນັ້ນໃຫ້ລັດ ແລະ ປະຊາຊົນ ໄດ້ຮັບຜົນປະໂຫຍດສູງສຸດ

ວາລະດຳເນີນກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X ໃນວັນທີ 6 ຕຸລາ 2026 ນີ້, ບັນດາສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງຕ່າງໆ...

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ

ໃນທິດທາງແຜນວຽກຈຸດສຸມ ໄລຍະ 3 ເດືອນທ້າຍປີ 2026 ນີ້, ລັດຖະບານ ຈະສືບຕໍ່ຈັດຕັ້ງປະຕິບັດບັນດາທິດທາງ, ຄາດໝາຍ ແລະ ວຽກງານບູລິມະສິດ ຂອງແຜນພັດທະນາ ເສດ ຖະກິດ-ສັງຄົມແຫ່ງຊາດ...

ທ່ານ ນາຍົກລັດຖະມົນຕີ ຕ້ອນຮັບເອກອັກຄະລັດຖະທູດ ແຫ່ງ ສສ ຫວຽດນາມ ປະຈຳລາວ

ໃນຕອນແລງຂອງວັນທີ 05 ຕຸລາ 2026, ທີ່ສໍານັກງານນາຍົກລັດຖະມົນຕີ, ທ່ານ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ໄດ້ໃຫ້ກຽດຕ້ອນຮັບການເຂົ້າຢ້ຽມຂ່ຳນັບ ຂອງທ່ານ ຫງວຽນ ມິ່ງ ເຕິມ,...