Homeສຸຂະພາບ ແລະ ສີ່ງແວດລ້ອມໂຣກລົມແດດ ໂຣກໃໝ່ໃນຍຸກອາກາດຮ້ອນອົບເອົ້າ

ໂຣກລົມແດດ ໂຣກໃໝ່ໃນຍຸກອາກາດຮ້ອນອົບເອົ້າ

Published on

ສະພາບອາກາດມີການປ່ຽນແປງຫຼາຍໃນປັດຈຸບັນ ອຸນຫະພູມຄວາມຮ້ອນເພີ່ມຂຶ້ນສູງຈົນໜ້າຕົກໃຈ ຫຼາຍພື້ນທີ່ມີອຸນຫະພູມອາກາດຮ້ອນສູງສຸດ 40 ອົງສາ ເຊິ່ງອາດເປັນອີກປັດໄຈໜຶ່ງທີ່ເຮັດໃຫ້ຄົນເຮົາເປັນ ໂຣກລົມແດດ ຫຼື Heat Stroke ເປັນໂຣກທີ່ເກີດຂຶ້ນໃໝ່ໃນຍຸກປັດຈຸບັນ.

ໂຣກລົມແດດເກີດຂຶ້ນໄດ້ຍ້ອນອຸນຫະພູມໃນຮ່າງກາຍສູງເກີນ 40.5 ອົງສາ ຮ່າງກາຍບໍ່ສາມາດປັບຕົວໃຫ້ຢູ່ໃນເກນປົກກະຕິໄດ້ ສົ່ງຜົນເສຍຕໍ່ລະບົບປະສາດ ຫົວໃຈ ແລະ ໄຕ ສຳລັບກຸ່ມທີ່ມີໂອກາດປ່ວຍເປັນໂຣກລົມແດດຫຼາຍທີ່ສຸດໄດ້ແກ່ ເດັກນ້ອຍ ແລະ ຜູ້ສູງອາຍຸ ເນື່ອງຈາກຮ່າງກາຍປັບຕົວຕໍ່ການປ່ຽນແປງໄດ້ຊ້າ ແລະ ສ່ຽງຕໍ່ພາວະຂາດນໍ້າໄດ້ງ່າຍ.

ອາການຂອງຜູ້ທີ່ເປັນໂຣກລົມແດດສາມາດສັງເກດໄດ້ຄື: ຈະມີອາການຜິດປົກກະຕິທາງລະບົບປະສາດ, ເວົ້າຊ້າ, ສັບສົນ, ກະວົນກະວາຍ, ຊັກ, ໝົດສະຕິ, ເຖິງຈະຢູ່ໃນສະຖານທີ່ອາກາດຮ້ອນຈັດແຕ່ບໍ່ມີເຫື່ອອອກ, ວິນຫົວ, ປວດຮາກ, ຜິວໜັງ ແລະ ໜ້າປ່ຽນເປັນສີແດງ,​ ເມື່ອຍ, ຫາຍໃຈໄວ, ໃຈສັ່ນ, ຊີບພະຈອນເຕັ້ນໄວກວ່າປົກກະຕິ, ປວດຫົວ, ໄຕວາຍ ປັດສະວະມີສີເຂັ້ມຜິດປົກກິຕິ ເອັມໄຊໃນກ້າມເນື້ອສູງຜິດປົກກະຕິ.

ວິທີການປະຖົມພະຍາບານເບື້ອງຕົ້ນກ່ອນນຳຜູ້ປ່ວຍໂຣກລົມແດດສົ່ງໂຮງໝໍຄື: ຍ້າຍຜູ້ປ່ວຍໄປຢູ່ໃນທີ່ຮົ່ມ ຖອດເສື້ອຜ້າທີ່ບໍ່ຈຳເປັນອອກ ເຮັດໃຫ້ຮ່າງກາຍຂອງເຂົາເຢັນຂຶ້ນດ້ວຍວິທີຕ່າງໆ ບໍ່ວ່າຈະເປັນການເຊັດຕົວດ້ວຍນໍ້າເຢັນທີ່ບໍລິເວນຫຼັງ, ຄໍ, ຂໍ້ພັບ ແລະ ຂາໜີບ, ພັດວີ ລວມເຖິງເອົານໍ້າໃຫ້ດື່ມ.

ວິທີການປ້ອງກັນບໍ່ໃຫ້ເປັນໂຣກລົມແດດຄື: ໃສ່ເສື້ອຜ້າທີ່ເນື້ອຜ້າສະບາຍ ເພື່ອໃຫ້ຮ່າງກາຍລະບາຍຄວາມຮ້ອນອອກໄດ້ງ່າຍ ພະຍາຍາມຢ່າຖືກແດດ ເວລາອອກໄປກາງແຈ້ງກໍ່ຄວນມີຂັນຫົ່ມຕິດຕົວໄປນຳ ຫຼື ການທາຄຣີມກັນແດດ, ດື່ມນໍ້າໃຫ້ຫຼາຍໆ ຢ່າງໜ້ອຍວັນລະ 8 ຈອກ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: bangkokhospital-chiangmai

 

 

 

 

 

ບົດຄວາມຫຼ້າສຸດ

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...