Homeຂ່າວຕ່າງປະເທດທາງການໝູ່ບ້ານສະເປນຖືກວິຈາກໜັກ ສີດນ້ຳຢາຟອກຂາວເທິງຫາດ ປ້ອງກັນເດັກນ້ອຍຕິດໂຄວິດ-19

ທາງການໝູ່ບ້ານສະເປນຖືກວິຈາກໜັກ ສີດນ້ຳຢາຟອກຂາວເທິງຫາດ ປ້ອງກັນເດັກນ້ອຍຕິດໂຄວິດ-19

Published on

ວັນທີ 29 ເມສາ ສຳນັກຂ່າວ BBC ລາຍງານວ່າ ທາງການໝູ່ບ້ານ ຊາຮາຣາ ເດ ລອສ ອັນຕູເລສ (Zahara de los Atunes) ເມືອງ ກາດິດ (Cadiz) ເມືອງຣີສອດແຄມຝັ່ງທາງໃຕ້ຂອງປະເທດສະເປນ ອອກຄຳຖະແຫຼງຂໍໂທດກໍລະນີໃຊ້ລົດໄຖນາສີດນໍ້າຢາຟອກຂາວເທິງຫາດເປັນໄລຍະທາງຫຼາຍກວ່າ 2 ກິໂລແມັດ ເພື່ອປ້ອງກັນເດັກນ້ອຍຕິດໄວຣັສໂຄວິດ-19 ໜຶ່ງມື້ກ່ອນທີ່ທາງການອະນຸຍາດໃຫ້ເດັກນ້ອຍອອກຈາກບ້ານເປັນເທື່ອທຳອິດ.

ທ່ານ ນາງ ມາເຣຍ ໂຄໂລເຣສ ອິກເລເຊຍ (María Dolores Iglesias) ຫົວໜ້າກຸ່ມອາສາສະໝັກສິ່ງແວດລ້ອມໃນເມືອງ ກາດິດ ໄປຢ້ຽມຢາມໃນໝູ່ບ້ານ ແລ້ວເຫັນສະພາບຄວາມເສຍຫາຍດ້ວຍຕາຕົວເອງ ບອກວ່ານໍ້າຢາຟອກຂາວກຳຈັດທຸກສິ່ງທຸກຢ່າງເທິງພື້ນດິນ ບໍ່ເຫັນຫຍັງເລີຍ ບໍ່ເວັ້ນຮອດໂຕແມງ ທັ້ງທີ່ແຄມຫາດ ແລະ ເນີນຊາຍແຫ່ງນີ້ໄດ້ຮັບການຄຸ້ມຄອງເປັນແຫຼ່ງເພາະພັນ ແລະ ເຮັດຮັງຂອງນົກຈາກຕ່າງຖິ່ນ ນອກຈາກນີ້ຮັງນົກ ໂດຍສະເພາະຮັງທີ່ມີໄຂ່ຖືກລົດໄຖນາທີ່ສີດນໍ້າຢາຂ້າເຊື້ອທຳລາຍດ້ວຍ.

ນາງ ມາເຣຍໄດ້ກ່າວວ່າ ໃນຊ່ວງປິດເມືອງ ສັດປ່າຈະເລີນເຕີບໂຕເທິງແຄມຫາດ ແລະ ແຄມຫາດມີວິທີການທຳຄວາມສະອາດຂອງໂຕເອງຢູ່ແລ້ວ ບໍ່ຈຳເປັນຕ້ອງໄປຂ້າເຊື້ອ ທາງການທ້ອງຖິ່ນບໍ່ຄິດວ່ານີ້ເປັນລະບົບນິເວດສິ່ງທີ່ມີຊີວິດ ແຕ່ຄິດວ່າເປັນພື້ນດິນຂະໜາດໃຫຍ່.

ທ່ານ ອາກຸສຕິນ ໂກເນໂຮ (Agustín Conejo) ເຈົ້າໜ້າທີ່ທ້ອງຖິ່ນຍອມຮັບຄວາມຜິດດັ່ງກ່າວ ແຕ່ຊີ້ແຈງວ່າເຮັດດ້ວຍເຈດຕະນາດີທີ່ສຸດແລ້ວ ເພື່ອປ້ອງກັນເດັກນ້ອຍນ້ອຍທີ່ຈະມີໂອກາດອອກມາທ່ຽວທະເລຫຼັງປິດເມືອງ 6 ອາທິດ ຈັ່ງໃດກໍ່ຕາມ ລັດຖະບານແຄວ້ນອິນດາລູຊີອາ (Andalusian) ເຊິ່ງປົກຄອງເມືອງກາດິດ ກຳລັງພິຈາລະນາລົງໂທດປັບທາງການທ້ອງຖິ່ນທີ່ຂ້າເຊື້ອຫາດຕໍ່ໄປ.

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ຫວຽດນາມ ຈະສ້າງໄຟຟ້າພະລັງງານລົມ Savan 2 ມູນຄ່າສູງເຖິງ 768 ລ້ານໂດລາສະຫະລັດ ຫຼື ປະມານ 17 ພັນຕື້ກີບ

ກຸ່ມບໍລິສັດ T&T Group ຂອງຫວຽດນາມ ສືບຕໍ່ລົງທຶນໃຫຍ່! ເປີດໂຕໂຄງການໄຟຟ້າພະລັງງານລົມ "Savan 2" ເກືອບ 500 MW ຢູ່ແຂວງສະຫວັນນະເຂດ (ຝ່າຍຫວຽດນາມເປັນຜູ້ຈ່າຍ ແລະ...

ລາວ-ຫວຽດນາມ ສືບຕໍ່ຮັດແໜ້ນສາຍພົວພັນມິດຕະພາບ, ການຮ່ວມມືຮອບດ້ານ ແລະ ຫຸ້ນສ່ວນຍຸດທະສາດ

ໂດຍຕອບສະໜອງຕາມຄໍາເຊື້ອເຊີນ ຂອງສະຫາຍ ສະເຫຼີມໄຊ ກົມມະສິດ, ນາຍົກລັດຖະມົນຕີ ແຫ່ງ ສາທາລະນະລັດ ປະຊາທິປະໄຕ ປະຊາຊົນລາວ, ສະຫາຍ ເລ ມິງ ຮຶງ, ນາຍົກລັດຖະມົນຕີ...

ສອງນາຍົກລັດຖະມົນຕີ ລາວ – ຫວຽດນາມ ຮ່ວມກັນ ເປີດໂຄງການກໍ່ສ້າງ ມະຫາວິທະຍາໄລມິດຕະພາບ ລາວ – ຫວຽດນາມ

ໃນການຢ້ຽມຢາມ ສປປ ລາວ ຢ່າງເປັນທາງການ, ທ່ານ ເລ ມິງ ຮຶງ ນາຍົກລັດຖະມົນຕີ ແຫ່ງ ສສ ຫວຽດນາມ ແລະ ທ່ານ...

ຮອງປະທານສະພາແຫ່ງຊາດ ຕາງໜ້າໃຫ້ ຄປຈສພຊ ປະກອບ 16 ຄໍາເຫັນຕໍ່ບົດລາຍງານຂອງລັດ

ວັນທີ 5 ຕຸລາ 2026, ທ່ານ ວິໄລວົງ ບຸດດາຄໍາ ຮອງປະທານສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະນະປະຈຳສະພາແຫ່ງຊາດ (ຄປຈສພຊ) ປະກອບຄໍາເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດ-ສັງຄົມແຫ່ງຊາດ, ແຜນງົບປະມານແຫ່ງລັດ ແລະ...