spot_img
Homeຂ່າວຕ່າງປະເທດC.D.C ອາເມລິກາເພີ່ມ 6 ອາການໃໝ່ທີ່ບົ່ງບອກວ່າຕິດເຊື້ອໂຄວິດ-19

C.D.C ອາເມລິກາເພີ່ມ 6 ອາການໃໝ່ທີ່ບົ່ງບອກວ່າຕິດເຊື້ອໂຄວິດ-19

Published on

ສູນຄວບຄຸມ ແລະ ປ້ອງກັນໂຣກຂອງອາເມລິກາ ຫຼື C.D.C ເພີ່ມ 6 ອາການໃໝ່ທີ່ສົ່ງສັນຍານການຕິດເຊື້ອໂຄວິດ-19 ເຊິ່ງຄວາມຄືບໜ້າໃນຄັ້ງນີ້ ສະແດງໃຫ້ເຫັນເຖິງຄວາມຫຼາກຫຼາຍ ແລະ ລັກສະນະທີ່ຄາດເດົາໄດ້ຍາກຂອງອາການຜູ້ປ່ວຍຕິດເຊື້ອທີ່ສົ່ງຜົນຕໍ່ຜູ້ປ່ວຍແຕ່ລະຄົນ.

ຈາກການສັງເກດຂອງແພດທີ່ເຮັດການຮັກສາຜູ້ປ່ວຍຕິດເຊື້ອກວ່າພັນຄົນໃນໄລຍະການລະບາດໃຫຍ່ ອາການໃໝ່ທີ່ເຂົ້າຂ່າຍສັນຍານຂອງການຕິດເຊື້ອໂຄວິດ-19 ທີ່ທາງ C.D.C ເພີ່ມລົງໃນເວັບໄຊຂອງອົງກອນ ໄດ້ແກ່: ອາການໜາວສັ່ນຢ່າງຕໍ່ເນື່ອງ, ປວດກ້າມເນື້ອ, ປວດຫົວ, ເຈັບຄໍ ແລະ ພາວະການສູນເສຍການໄດ້ຮັບກິ່ນ ແລະ ຣົດຊາດ ຈາກເມື່ອກ່ອນທີ່ມີພຽງສາມອາການຫຼັກຄື: ອາການໄຂ້, ໄອ ແລະ ຫາຍໃຈຍາກ.

C.D.C ໄດ້ເພີ່ມທັງ 6 ອາການນີ້ໃນລາຍການສັນຍານຂອງການຕິດເຊື້ອໂຄວິດ-19 ຫຼັງຈາກທີ່ມີຄຳແນະນຳຈາກນັກລະບາດວິທະຍາຂອງ Council of State and Territorial Epidemiologists (C.S.T.E.) ທີ່ຮັບຜິດຊອບດ້ານການຕິດຕາມໂຣກ ແລະ ລາຍງານຕໍ່ C.D.C ໂດຍລະບຸວ່າ ໂຣກໂຄວິດ-19 ຄວນໄດ້ຮັບການພິຈາລະນາໃຫ້ເປັນໂຣກທີ່ຕ້ອງການລາຍງານ ແລະ ຕ້ອງມີການໃຫ້ແນວທາງກ່ຽວກັບການລະບຸອາການຂອງໂຣກ.

ທັງນີ້, ລາຍການສັນຍານຂອງໂຣກໂຄວິດ-19 ຂອງ C.D.C ມີຄວາມແຕກຕ່າງຈາກລາຍການຂອງອົງການອານາໄມໂລກກຳນົດໄວ້ເລັກໜ້ອຍ ໂດຍອົງການອານາໄມໂລກລະບຸວ່າ ອາການທີ່ເກີດຂຶ້ນຫຼາຍທີ່ສຸດໄດ້ແກ່: ອາການໄຂ້, ໄອແຫ້ງ ແລະ ມີອາການອິດເມື່ອຍ ແຕ່ຜູ້ປ່ວຍບາງຄົນອາດມີອາການເຈັບປວດກ້າມເນື້ອ, ຂັດດັງ, ເຈັບຄໍ ຫຼື ຖອກທ້ອງຮ່ວມ ເຊິ່ງອາການເຫຼົ່ານີ້ ແມ່ນຈະຄ່ອຍໆເກີດຂຶ້ນ ແຕ່ອົງກອນທັງສອງກໍ່ແນະນຳໃຫ້ຜູ້ທີ່ມີບັນຫາໃນການຫາຍໃຈ ເຈັບປວດກ້າມເນື້ອຕໍ່ເນື່ອງ ຫຼື ແໜ້ນໜ້າເອິກໄປພົບແພດເພື່ອກວດຫາເຊື້ອ.

 

ຮຽບຮຽງຂ່າວ: ພຸດສະດີ

ແຫຼ່ງຂໍ້ມູນ: www.sanook.com

ບົດຄວາມຫຼ້າສຸດ

ມີໃຜຊື່ຍາວກວ່ານີ້ບໍ່? ຊາຍຊາວນິວຊີແລນມີຊື່ຍາວທີ່ສຸດໃນໂລກ ໃຊ້ເວລາອ່ານ 20 ນາທີ ຈຶ່ງອ່ານແລ້ວ

ມາຮູ້ຈັກກັບຊາຍຜູ້ທີ່ມີຊື່ທີ່ຍາວທີ່ສຸດໃນໂລກ, ລໍເລນ ວອດກິນ (Laurence Watkins) ອາຍຸ 60 ປີ, ອາໄສຢູ່ເມືອງໂອດແລນ ປະເທດນິວຊີແລນ ລາວມີຈໍານວນຊື່ຍາວເຖິງ 2,253 ຄໍາ. ຜ່ານມາຊາຍຄົນນີ້ຫຼົງໄຫຼໃນລາຍການ Ripley's...

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄຂຂຶ້ນຢ່າງເປັນທາງການ

ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ກອງປະຊຸມຄົບຄະນະ ຄັ້ງທີ 11 ຂອງຄະນະບໍລິຫານງານສູນກາງພັກ ສະໄໝທີ XI ໄດ້ເປີດຂຶ້ນໃນວັນທີ 21 -...

ກຳນົດຈັດງານ 5 ວັນ ບຸນນະມັດສະການພຣະທາດຫຼວງວຽງຈັນ ຈະຈັດຂຶ້ນໃນລະຫວ່າງວັນທີ 1-5 ພະຈິກ 2025

ໃນວັນທີ 21 ຕຸລາ 2025 ພິທີຖະແຫຼງຂ່າວ ງານປະເພນີບຸນນະມັດສະການ ພຣະທາດຫຼວງ ແລະ ງານວາງສະແດງສິນຄ້າ ປະຈຳປີ ຄສ 2025 ຈັດຂຶ້ນ ທີ່ເດີ່ນພຣະທາດຫຼວງວຽງຈັນ...

ຍີ່ປຸ່ນ ຊ່ວຍເຫຼືອລ້າໂຄງການເກັບກູ້ລະເບີດບໍ່ທັນແຕກ ຢູ່ແຂວງ ຈຳປາສັກ ສາລະວັນ ແລະ ເຊກອງ ມູນຄ່າ 4,5 ລ້ານໂດລາສະຫະລັດ

ລັດຖະບານຍີ່ປຸ່ນສືບຕໍ່ໃຫ້ການຊ່ວຍເຫຼືອວຽກງານ ລບຕ ຢູ່ພາກໃຕ້ຂອງລາວ ໃນວັນທີ 20 ຕຸລາ 2025 ທີ່ນະຄອນຫຼວງວຽງຈັນ ສປປ ລາວ ກະຊວງການຕ່າງປະເທດ ຮ່ວມກັບ ສະຖານເອກອັກຄະລັດຖະທູດຍີ່ປຸ່ນ ປະຈໍາລາວ ໄດ້ຈັດພິທີລົງນາມເອກະ...