Homeຂ່າວພາຍ​ໃນມີ 69 ບໍລິສັດໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ໃນລາວ

ມີ 69 ບໍລິສັດໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ໃນລາວ

Published on

 

mining

 

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ວ່າ: ການລົງທືນໃນ ກິດຈະການບໍ່ແຮ່ຂອງ ນັກລົງທຶນທັງພາຍໃນ ແລະ

ຕ່າງປະເທດ ມາຮອດປັດຈຸບັນມີ 69 ບໍລິສັດ ໄດ້ຮັບອະນຸຍາດຂຸດຄົ້ນບໍ່ແຮ່ໃນລາວຢ່າງເປັນທາງການຊຶ່ງໃນ

ນັ້ນ, ປະກອບມີ 107 ກິດຈະການ, ມີເນື້ອທີ່ສຳປະທານທັງໝົດ 274.663 ເຮັກຕາ, ໄດ້ແບ່ງອອກເປັນ 2 ກຸ່ມ

ຄື: ກຸ່ມທີ່ໄດ້ດຳເນີນການແລ້ວມີ 50 ບໍລິສັດ ແລະ ກຸ່ມ ກຳລັງກໍ່ສ້າງໂຮງງານ ແລະ ກຽມຂຸດຄົ້ນມີ 19 ບໍລິສັດ,

ເພື່ອ ເຮັດໃຫ້ການຄຸ້ມຄອງບໍ່ແຮ່, ມີຄວາມຮັດກຸມ ແລະ ທັງເປັນການກະຕຸກຊຸກຍູ້ໃຫ້ບໍ່ດາບໍລິສັດທີ່ມີສັນຍາ

ແລ້ວໄດ້ຮີບຮ້ອນຈັດຕັ້ງປະຕິບັດຕາມສັນຍາ, ໃນຜ່ານມາລັດຖະບານລາວຈຶ່ງໄດ້ດຳເນີນການກວດກາປະ

ເມີນຜົນບັນດາກິດຈະການດັ່ງກ່າວ, ໂດຍໄດ້ນຳໃຊ້ 7 ຫຼັກການພື້ນຖານຈັດ ແບ່ງປະເພດຂອງໂຄງການ ແລະ

ມາຮອດປັດຈຸບັນສາມາດປະເມີນຜົນໄດ້ແລ້ວ 57 ບໍລິສັດ  (ບໍ່ລວມໂຄງການເຊັນສັນຍາໃໝ່) ສ່ວນທີ່ເຫຼືອ

ແມ່ນກຳລັງດຳເນີນການກວດກາ ເພີ່ອໃຫ້ສຳເລັດຕາມແຜນການທີ່ວາງໄວ້.

 

ກະຊວງພະລັງງານ ແລະ ບໍ່ແຮ່ໃຫ້ຮູ້ອີກວ່າ: ໃນສົກປີ 2013-2014 ຜ່ານມານີ້ລາວເຮົາ ສາມາດຜະລິດກະແສ

ໄຟຟ້າໄດ້ ຫຼາຍກວ່າ 15 ພັນລ້ານກິໂລວັດ ໂມງ, ທຽບໃສ່ໄລຍະດຽວກັນຂອງປີຜ່ານມາເພີ່ມຂຶ້ນ 10,44%, ລື່ນ

ແຜນການ 6,98%, ໃນນັ້ນ ຈຳໜ່າຍອອກຕ່າງປະເທດໄດ້ ກວ່າ 12.474 ລ້ານກິໂລວັດ ໂມງ, ຕົກເປັນມູນຄ່າ

610,19 ລ້ານໂດລາ, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 18,08%, ລື່ນແຜນການ 14%, ສ່ວນການຈຳໜ່າຍພາຍໃນ

ບັນລຸໄດ້ຫຼາຍກວ່າ 3.676 ລ້ານກິໂລວັດໂມງ, ຕົກເປັນມູນຄ່າມູນຄ່າ 314,17 ລ້ານໂດລາ, ເພີ່ມຂຶ້ນ 21,46 %.

 

ແຫລ່ງຂ່າວ: ລາວພັດທະນາ

 

ບົດຄວາມຫຼ້າສຸດ

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

2026 ຍທຂ ໄດ້ຮັບຈັດສັນງົບປະມານກອງທຶນທາງ 2,000 ຕື້ກີບ ສະເລ່ຍປັບປຸງເສັ້ນທາງເບຕົງ ຫຼື ອັດສະຟານ 5-10 ກິໂລແມັດ ໃນແຕ່ລະແຂວ

ໃນກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ຂຶ້ນຊີ້ແຈ້ງຕໍ່ຄຳຊັກຖາມຂອງສະມາຊິກສະພາແຫ່ງຊາດ ກ່ຽວກັບບັນຫາ ທີ່ຕິດພັນກັບການຈັດຕັ້ງປະຕິບັດວຽກງານຂອງຂະແໜງໂຍທາທິການ...