spot_img
Homeຂ່າວຕ່າງປະເທດອົງການອະນາໄມເຕືອນ ຍັງບໍ່ມີຫຼັກຖານ ຄົນຕິດເຊຶ້ອໂຄວິດ-19 ແລ້ວ ມີພູມຄຸ້ມກັນ!

ອົງການອະນາໄມເຕືອນ ຍັງບໍ່ມີຫຼັກຖານ ຄົນຕິດເຊຶ້ອໂຄວິດ-19 ແລ້ວ ມີພູມຄຸ້ມກັນ!

Published on

ໃນວັນທີ 25 ເມສາທີ່ຜ່ານມາ ສຳນັກຂ່າວ AFP ລາຍງານວ່າ ອົງການອະນາໄມໂລກໄດ້ອອກມາຖະແຫຼງເຕືອນວ່າ ຂະນະນີ້, ຍັງບໍ່ມີຫຼັກຖານທີ່ວ່າຜູ້ຕິດເຊື້ອພະຍາດວຣັສໂຄວິດ-19 ໄດ້ສ້າງພູມຄຸ້ມກັນ ແລະ ປົກປ້ອງຕົວເອງຈາກການຕິດເຊື້ອອີກເທື່ອໜຶ່ງໄດ້.

ຕົວແທນຈາກອົງການໄດ້ກ່າວໄວ້ວ່າ ປັດຈຸບັນຍັງບໍ່ມີຫຼັກຖານບົ່ງຊີ້ວ່າ ຜູ້ທີ່ເຊົາຈາກພະຍາດໂຄວິດ-19 ແລ້ວຈະມີພູມຕໍ່ຕ້ານພະຍາດຈົນຄຸ້ມກັນບໍ່ໃຫ້ຕິດເຊື້ອເທື່ອທີສອງ, ນັບຈາກວັນທີ 24 ເມສາ 2020 ຍັງບໍ່ມີງານວິໄຈວ່າພູມຕ້ານທານເຊື້ອ SARS-CoV-2 ຈະສ້າງພູມຄຸ້ມກັນການຕິດເຊື້ອໄວຣັສຊະນິດນີ້ໃນມະນຸດ.

ຄຳຖະແຫຼງນີ້ ມີຂຶ້ນໃນຂະນະທີ່ລັດຖະບານບາງປະເທດຕ້ອງການຈະເປີດເມືອງ ເພື່ອໃຫ້ຄົນກັບມາເຮັດວຽກແລະຟື້ນຄືນກິດຈະກຳທາງເສດຖະກິດ ໂດຍຊຸກຍູ້ແນວຄິດທີ່ຈະໃຊ້ພູມຈາກຄົນທີ່ເຊົາພະຍາດແລ້ວມາທົດສອບວິທະຍາເຊຣຸ່ມ ເພື່ອຫາສານພູມຕ້ານທານໃນເລືອດ ແຕ່ທີ່ຈິງແລ້ວ ການທົດສອດທາງວິທະຍາເຊຣຸ່ມຕ້ອງມີອົງປະກອບສຳຄັນໃຫ້ຄັກແນ່ ແລະ ເຊື່ອຖືໄດ້.

ທາງຕົວແທນກໍ່ໄດ້ລະບຸວ່າ ຄົນມັກສະຫຼຸບເອົາເອງວ່າ ພວກເຂົາຈະມີພູມຄຸ້ມກັນແລ້ວຈາກການຕິດເຊື້ອຮອບສອງ ແລະອາດຈະຖືເບົາຕໍ່ຄຳແນະນຳດ້ານສາທາລະນະສຸກ ຫາກນຳຄວາມເຂົ້າໃຈໄປເອງນີ້ໄປໃຊ້ ຈະສ່ຽງຕໍ່ການຕິດເຊື້ອຕໍ່ໄປ.

ອົງການອະນາໄມໂລກສະຫຼຸບໃນຕອນທ້າຍວ່າ ຈຳເປັນຢ່າງຍິ່ງທີ່ຈະຕ້ອງທົດສອບການຕອບສະໜອງໃນລະບົບພູມຄຸ້ມກັນຕໍ່ໄວຣັສໂຄໂຣນາຊະນິດໃໝ່ນີ້ ຈາກພູມຕ້ານຖານທີ່ສ້າງຂຶ້ນລະຫວ່າງການຕິດເຊື້ອໄວຣັສໂຄໂຣນາຊະນິດອື່ນໆອີກ ຈາກທີ່ມີຢູ່ 6 ຊະນິດ ໃນຈຳນວນນີ້ 4 ຊະນິດແຜ່ກະຈາຍເປັນລະດັບຫວັດທຳມະດາ ສ່ວນອີກ 2 ຊະນິດແມ່ນ SARS ແລະ MERS. ຄົນທີ່ເຄີຍຕິດເຊື້ອໄວຣັສ 2 ຊະນິດຫຼັກນີ້ ມີສັກກະຍະພາບທີ່ຈະສ້າງພູ້ມຕ້ານທານທີ່ມີປະຕິກິລິຍາຕໍ່ພູມຕ້ານທານທີ່ມາຈາກການຕິດເຊື້ອ SARS-CoV-2 ດັງນັ້ນ ຈຶ່ງມີຄວາມສຳຄັນທີ່ຕ້ອງລະບຸໂຕພູມຕ້ານທານໃຫ້ໄດ້.

 

ຮຽບຮຽງໂດຍ: ວະນິດາ

ບົດຄວາມຫຼ້າສຸດ

ລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ)

ສຕລ ປະກາດລາຍຊື່ 23 ນັກເຕະທີມຊາດລາວຊຸດໃຫຍ່ ລຸຍບານເຕະ ຊີງແຊ້ມອາຊີ 2027 ຮອບຄັດເລືອກ (ຮອບສຸດທ້າຍ) ທີມຊາດລາວ ຊຸດໃຫຍ່ ພາຍໃຕ້ການຄຸມທີມຂອງ ທ່ານ ຮາ ຮອກ...

ເຂົ້າກັກໂຕທັນທີ! ເຈົ້າໜ້າທີ່ກັກໂຕໜຸ່ມລາວ ໃນຂໍ້ຫາມີພຶດຕິກຳໃຊ້ບັນຊີ ຮັບ-ຖອນເງິນ ໃຫ້ກຸ່ມສະແກມເມີ

ອີງຕາມການລາຍງານຈາກສຳນັກຂ່າວປະເທດໄທ, ເຈົ້າໜ້າທີ່ກວດຄົນເຂົ້າເມືອງໜອງຄາຍ ປະເທດໄທ ໄດ້ເຂົ້າກັກໂຕໜຸ່ມຄົນລາວ ທີ່ມີຊື່ວ່າ ທ ເຈມບອນ ອາຍຸ 31 ປີ ຢູ່ທີ່ດ່ານຊາຍແດນຂົວມິດຕະພາບລາວ-ໄທ ແຫ່ງທີ 1 ໃນວັນທີ...

ພິທີເປີດງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025 ຢ່າງເປັນທາງການ

ເປີດຂຶ້ນຢ່າງເປັນທາງການແລ້ວ ງານມະຫະກຳກິລາແຫ່ງຊາດ ຄັ້ງທີ XII ນະຄອນຫຼວງວຽງຈັນເກມ 2025. ມະຫະກຳກິລາ ແຫ່ງຊາດ ຄັ້ງທີ XII ຫຼື ນະຄອນຫຼວງວຽງຈັນເກມ ທີ່ນະຄອນຫຼວງວຽງຈັນ ເປັນເຈົ້າພາບ ໄດ້ເປີດຂຶ້ນຢ່າງເປັນທາງການ...

ໃນປີ 2026 ລັດຖະບານຈະປັບເງິນເດືອນ ພະນັກງານລັດຖະກອນບໍ່ຫຼຸດ 3,000,000 ກີບ/ເດືອນ ເພື່ອແກ້ໄຂສະພາບການເປັນຢູ່ຂອງພະນັກງານ

ທ່ານ ສັນຕິພາບ ພົມວິຫານ ລັດຖະມົນຕີກະຊວງການເງິນ ໄດ້ຊີ້ແຈງຕໍ່ການຊັກຖາມຂອງສະມາຊິກສະພາແຫ່ງຊາດ ໃນກອງປະຊຸມສະໄໝສາມັນ ເທື່ອທີ 10 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 13 ພະຈິກ...