Home​ຂ່າວບັນເທິງແຟນເພງອາໄລ "ກິດາວເພັດ ໜູຫ່ວງ" ນັກຮ້ອງຊື່ດັງແຫ່ງວົນການເພງບ້ານນາ ມໍລະນະກຳໃນໄວ 48 ປີ

ແຟນເພງອາໄລ “ກິດາວເພັດ ໜູຫ່ວງ” ນັກຮ້ອງຊື່ດັງແຫ່ງວົນການເພງບ້ານນາ ມໍລະນະກຳໃນໄວ 48 ປີ

Published on

ເມື່ອກ່າວເຖິງວົງການເພງບ້ານນາຂອງລາວ ຄົງຈະບໍ່ມີໃຜທີ່ບໍ່ຮູ້ຈັກ “ກິດາວເພັດ ໜູຫ່ວງ” ເຈົ້າຂອງຜົນງານເພງດັງນັບບໍ່ຖ້ວນ ແລະ ຍັງເປັນທີ່ເຄົາລົບຮັກແພງຂອງເພື່ອນຮ່ວມວົງການລວມເຖິງແຟນເພງທົ່ວປະເທດ ແຕ່ໃນຕອນເຊົ້າຂອງວັນທີ 24 ເມສາ 2020 “ກິດາວເພັດ ໜູຫ່ວງ” ໄດ້ຈາກໄປຢ່າງສະຫງົບ ປິດຕຳນານນັກຮ້ອງດັງ 2 ທົດສະວັດ ດ້ວຍໄວອາຍຸ 48 ປີ ເນື່ອງຈາກບັນຫາທາງສຸຂະພາບຂອງຜູ້ກ່ຽວ.

“ກິດາວເພັດ ໜູຫ່ວງ” ເລີ່ມກ້າວເຂົ້າສູ່ເສັ້ນທາງນັກຮ້ອງ ຈາກວົງດົນຕີ “ໜຸ່ມໂກສິນ” ໄລຍະຊຸມປີ 1990 ໃນຍຸກທີ່ເຄື່ອງສຽງໃຊ້ກະແຊັດ ແລະ ຄົນຟັງວິທະຍຸ ວົງດົນຕີໜຸ່ມໂກສິນ ໄດ້ເດີນສາຍຈັດຄອນເສີດຕາມເມືອງຕ່າງໆ ໂດຍສະເພາະງານວັດ ງານບຸນຕ່າງໆ ເຊິ່ງໄດ້ຮັບຄວາມນິຍົມໄປທົ່ວປະເທດ.

ຜົນງານທີ່ສ້າງຊື່ສຽງໃຫ້ກັບ ກິດາວເພັດ ໜູຫ່ວງ ມີຫຼາຍເພງເຊັ່ນ: ຄວາຍເສຍ, ສໍສີ, ເຫຼົ້າຂາວເຫຼົ້າລາວ ແລະ ຜົນງານອື່ນໆ ໃນຊຸມປີ 2010 ຜົນງານເພງ “ຂີ້ໂມ້” ທີ່ຮ້ອງຮ່ວມກັບ ພິ້ງ ລັດສະໝີ ໄດ້ຮັບຄວາມນິຍົມເປັນວົງກວ້າງ. ຕໍ່ມາກໍ່ມີຜົນງານເພງຟ້າອຸ້ມຝົນຄືຄົນອຸ້ມນ້ອງ ຜົນງານທີ່ປ່ອຍອອກມາເມື່ອບໍ່ເທົ່າໃດປີກ່ອນ ຖືວ່າເປັນອີກໜຶ່ງເພງທີ່ປະສົບຄວາມສຳເລັດສູງ ໄດ້ຮັບການຕອບຮັບເປັນຢ່າງດີຈາກແຟນເພງ ພາຍຫຼັງທີ່ປ່ອຍໃຫ້ຟັງທາງ YouTube ເມື່ອເດືອນຕຸລາ 2016 ມາຈົນຮອດປັດຈຸບັນມີຜູ້ເປີດຟັງແລ້ວຫຼາຍກວ່າ 26 ລ້ານເທື່ອ.

ການສູນເສຍບຸກຄົນທີ່ມີຄວາມສາມາດທາງສຽງເພງຂອງລາວໄປໃນຄັ້ງນີ້ ຖືວ່າເປັນການສູນເສຍທີ່ສ້າງຄວາມສະເທືອນໃຈໃຫ້ກັບວົງການເພງບ້ານເຮົາພໍສົມຄວນ.

 

ບົດໂດຍ: ພຸດສະດີ

ບົດຄວາມຫຼ້າສຸດ

ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ ສະກັດກັ້ນອາຊະຍາກໍາທາງໄຊເບີ

ທ່ານ ສັນຕິສຸກ ສິມມາລາວົງ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ (ກຕສ) ໄດ້ສະເໜີເຫດຜົນ ແລະ ຄວາມຈໍາເປັນໃນການສ້າງ ແລະ ປັບປຸງກົດໝາຍ ວ່າດ້ວຍການຕ້ານ ແລະ...

ໂຄງການປັບປຸງ ແລະ ສ້ອມແປງທາງຫຼວງແຫ່ງຊາດ ເລກທີ 13 ໃຕ້ ຕົ້ນຝົນ ປີ 2027 ຄາດວ່າຈະໃຫ້ສຳເລັດປູຢາງຂົ້ວ

ວັນທີ 17 ຕຸລາ 2026 ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ພ້ອມຄະນະ ຕິດຕາມ ຊຸກຍູ້ ໂຄງການປັບປຸງ...

ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ເພື່ອເປັນບ່ອນອີງໃຫ້ການຄຸ້ມຄອງວຽກງານຈະລາຈອນທາງບົກໃຫ້ມີປະສິດທິພາບ, ປະສິດທິຜົນ

ທ່ານ ເຫຼັກໄຫຼ ສີວິໄລ ລັດຖະມົນຕີກະຊວງໂຍທາທິການ ແລະ ຂົນສົ່ງ ໄດ້ສະເໜີເຫດຜົນ, ຄວາມຈໍາເປັນທີ່ຕ້ອງໄດ້ປັບປຸງຮ່າງກົດໝາຍ ວ່າດ້ວຍການຈະລາຈອນທາງບົກ ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...