spot_img
Homeຂ່າວຕ່າງປະເທດອາເມລິກາເກີດການປະທ້ວງ! ຫຼັງ ທຣັມ ໂພສທະວິດເຕີຂໍໃຫ້ຢຸດໃຊ້ມາດຕະການ "ກັກບໍລິເວນ" ຊ່ວງໂຄວິດ-19

ອາເມລິກາເກີດການປະທ້ວງ! ຫຼັງ ທຣັມ ໂພສທະວິດເຕີຂໍໃຫ້ຢຸດໃຊ້ມາດຕະການ “ກັກບໍລິເວນ” ຊ່ວງໂຄວິດ-19

Published on

ສຳນັກຂ່າວ ຊິນຫົວ ລາຍງານເມື່ອວັນທີ 22 ເມສາ ນີ້ວ່າ ປະທານາທິບໍດີ ໂດນັລ ທຣັມ ໄດ້ໂພສຂໍ້ຄວາມລົງທະວິດເຕີສ່ວນຕົວທີ່ມີລັກສະນະຮຽກຮ້ອງໃຫ້ຢຸດຕິການໃຊ້ມາດຕະການກັກບໍລິເວນ ໃນຊ່ວງທີ່ມີການລະບາດໂຄວິດ-19 ເຊິ່ງຂໍ້ຄວາມດັ່ງກ່າວນີ້ໄດ້ເຮັດໃຫ້ເກີດມີການຊຸມນຸມຂຶ້ນຫຼາຍແຫ່ງທົ່ວປະເທດ ເພື່ອຮຽກຮ້ອງໃຫ້ຢຸດຕິການກັກບໍລິເວນ ໃນວັນເສົາ-ວັນອາທິດທີ່ຜ່ານມາ.

ທະວິດເຕີຂອງປະທານາທິບໍດີ ໂດນັລ ທຣັມ ໄດ້ລະບຸຂໍ້ຄວາມວ່າ “ປົດປ່ອຍມິນນິໂຊຕາ, ປົດປ່ອຍມິຊິແກນ, ປົດປ່ອຍວໍຈີເນຍ ແລະ ປົກປ້ອງສິດພື້ນຖານຕາມຂໍ້ບັນຍັດທີ 2 ອັນຍິ່ງໃຫຍ່ຂອງທ່ານທີ່ຖືກຍຶດໄປແລ້ວ” ເຊິ່ງຂໍ້ຄວາມດັ່ງກ່າວນີ້ ມັນໄດ້ຂັດແຍ້ງກັນລັດຖະບານສ່ວນປົກຄອງລັດຫຼາຍແຫ່ງໃນອາເມລິກາ.

ຜູ້ວ່າການລັດຫຼາຍແຫ່ງໄດ້ອອກມາໂຕ້ຕອບຂໍ້ຄວາມຂອງທ່ານ ໂດນັລ ທຣັມ ໃນວັນອາທິດທີ່ຜ່ານມາ ເນື່ອງຈາກເກີດຄວາມກັງວົນຕໍ່ການກະທຳຂອງຜູ້ນຳຄົນນີ້ ເຖິງແມ່ນວ່າການຊຸມນຸມຂອງກຸ່ມຄົນທີ່ສະໜັບສະໜູນການຍົກເລີກມາດຕະການກັກບໍລິເວນ ຈະບໍ່ມີເຫດການຮຸນແຮງເກີດຂຶ້ນກໍ່ຕາມ ແຕ່ກໍ່ຖືວ່າເປັນການຂັດຕໍ່ຄຳແນະນຳຂອງແພດ.

ປັດຈຸບັນ, ອາເມລິກາມີຜູ້ຕິດເຊື້ອໂຄວິດ-19 ຫຼາຍທີ່ສຸດເຖິງ 819,164ຄົນ ແລະ ມີຜູ້ເສຍຊີວິດພາຍໃນ 24 ຊົ່ວໂມງ ເພີ່ມຂຶ້ນເຖິງ 2,826 ຄົນ ເຊິ່ງເປັນຈຳນວນທີ່ຫຼາຍທີ່ສຸດຕັ້ງແຕ່ມີການລະບາດໂຄວິດ-19 ໃນອາເມລິກາ ຈຶ່ງເຮັດໃຫ້ປັດຈຸບັນອາເມລິກາມີຜຸ້ເສຍຊີວິດຈາກໂຄວິດ-19ທັງໝົດ 45,340ຄົນ.

 

ຮຽບຮຽງຂ່າວ:​ພຸດສະດີ

ແຫຼ່ງຂໍ້ມູນ: New York Times

ບົດຄວາມຫຼ້າສຸດ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ໄດ້ຄາດ່ານໜອງຄາຍ

ເຈົ້າໜ້າທີ່ຈັບກຸມ ຄົນໄທ 4 ແລະ ຄົນລາວ 1 ທີ່ລັກລອບຂົນເຮໂລອິນເກືອບ 22 ກິໂລກຣາມ ຄາດ່ານໜອງຄາຍ (ດ່ານຂົວມິດຕະພາບແຫ່ງທີ 1) ໃນວັນທີ 3 ພະຈິກ...

ຂໍສະແດງຄວາມຍິນດີນຳ ນາຍົກເນເທີແລນຄົນໃໝ່ ແລະ ເປັນນາຍົກທີ່ເປັນ LGBTQ+ ຄົນທຳອິດ

ວັນທີ 03/11/2025, ຂໍສະແດງຄວາມຍິນດີນຳ ຣອບ ເຈດເທນ (Rob Jetten) ນາຍົກລັດຖະມົນຕີຄົນໃໝ່ຂອງປະເທດເນເທີແລນ ດ້ວຍອາຍຸ 38 ປີ, ແລະ ຍັງເປັນຄັ້ງປະຫວັດສາດຂອງເນເທີແລນ ທີ່ມີນາຍົກລັດຖະມົນຕີອາຍຸນ້ອຍທີ່ສຸດ...

ຫຸ່ນຍົນທຳລາຍເຊື້ອມະເຮັງ ຄວາມຫວັງໃໝ່ຂອງວົງການແພດ ຄາດວ່າຈະໄດ້ນໍາໃຊ້ໃນປີ 2030

ເມື່ອບໍ່ດົນມານີ້, ຜູ້ຊ່ຽວຊານຈາກ Karolinska Institutet ປະເທດສະວີເດັນ, ໄດ້ພັດທະນາຮຸ່ນຍົນທີ່ມີຊື່ວ່າ ນາໂນບອດທີ່ສ້າງຂຶ້ນຈາກດີເອັນເອ ສາມາດເຄື່ອນທີ່ເຂົ້າຜ່ານກະແສເລືອດ ແລະ ປ່ອຍຢາ ເພື່ອກຳຈັດເຊື້ອມະເຮັງທີ່ຢູ່ໃນຮ່າງກາຍ ເຊັ່ນ: ມະເຮັງເຕົ້ານົມ ແລະ...

ຝູງລີງຕິດເຊື້ອຫຼຸດ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລີງຈຳນວນໜຶ່ງຫຼຸດອອກ ຢູ່ລັດມິສຊິສຊິບປີ ສະຫະລັດອາເມລິກາ

ລັດມິສຊິສຊິບປີ ລະທຶກ! ລົດບັນທຸກຝູງລີງທົດລອງຕິດເຊື້ອໄວຣັສ ປະສົບອຸບັດຕິເຫດ ເຮັດໃຫ້ລິງຈຳນວນໜຶ່ງຫຼຸດອອກໄປໄດ້. ສຳນັກຂ່າວຕ່າງປະເທດລາຍງານໃນວັນທີ 28 ຕຸລາ 2025, ລົດບັນທຸກຂົນຝູງລີງທົດລອງທີ່ອາດຕິດເຊື້ອໄວຣັສ ໄດ້ເກີດອຸບັດຕິເຫດປິ້ນລົງຂ້າງທາງ ຢູ່ເສັ້ນທາງຫຼວງລະຫວ່າງລັດໝາຍເລກ 59 ໃນເຂດແຈສເປີ ລັດມິສຊິສຊິບປີ...