Homeຂ່າວທ້ອງຖິ່ນລັດກັງວົນແຮງງານລາວຂະແໜງບໍລິການກວ່າ 7 ໝື່ນຄົນອາດຕົກງານຈາກວິກິດໂຄວິດ-19

ລັດກັງວົນແຮງງານລາວຂະແໜງບໍລິການກວ່າ 7 ໝື່ນຄົນອາດຕົກງານຈາກວິກິດໂຄວິດ-19

Published on

ໜັງສືພິມເສດຖະກິດ-ການຄ້າ ລາຍງານໃຫ້ຮູ້ວ່າ ອີງຕາມບົດລາຍງານ ຜົນການຄົ້ນຄວ້າການແຜ່ລະບາດຂອງພະຍາດໂຄວິດ-19, ຜົນກະທົບທາງດ້ານເສດຖະກິດ ແລະ ຂໍ້ສະເໜີແນະມາດຕະການສໍາລັບໄລຍະສັ້ນ, ກາງ ແລະ ຍາວ ປະຈໍາເດືອນເມສາ 2020 ເມື່ອວັນທີ 19 ເມສາ 2020 ໃຫ້ຮູ້ເຖິງຜົນກະທົບຕໍ່ແຮງງານວ່າ: ວ່າດ້ວຍການເພີ່ມທະວີມາດຕະການສະກັດກັ້ນການລະບາດ, ຄວບຄຸມ ແລະ ກຽມຄວາມພ້ອມເພື່ອຕ້ານ ພະຍາດໂຄວິດ-19, ເຊິ່ງເປັນມາດຕະການເຂັ້ມງວດຂັ້ນສູງສຸດ ເພື່ອຢຸດຕິການແຜ່ລະບາດພະຍາດ ໂຄວິດ-19 ດ້ວຍການຈໍາກັດການເດີນທາງອອກນອກເຮືອນ ແລະ ເຄື່ອນໄຫວທຸລະກິດສ່ວນໃຫຍ່ໃນທົ່ວປະເທດ ( Lockdown ) ໄດ້ມີຜົນກະທົບຕໍ່ຫຼາຍຫົວໜ່ວຍທຸລະກິດທັງໃນລະບົບ ແລະ ນອກລະບົບໂດຍ ສະເພາະແມ່ນລາຍຮັບຂອງແຮງງານໃນທຸລະກິດ SMEs, ຮ້ານນວດ, ບໍລິການຂົນສົ່ງ, ໂຮງແຮມ, ຮ້ານອາຫານ ແລະ ການບັນເທີງຕ່າງໆ.

ອີງຕາມການສໍາຫຼວດຂອງສະພາການຄ້າ ແລະ ອຸດສາຫະກໍາແຫ່ງຊາດ ເຊິ່ງໄດ້ທໍາການສໍາຫຼວດຫົວໜ່ວຍທຸລະກິດ ສ່ວນໃຫຍ່ແມ່ນຢູ່ໃນທຸລະກິດບໍລິການ ໃນລະຫວ່າງວັນທີ 6-10 ເມສາ 2020, ເຫັນວ່າປະມານ 13% ຂອງຜູ້ຕອບແບບສອບຖາມ 211 ຄົນ ຕອບວ່າມີຄວາມສ່ຽງທີ່ຈະປົດພະນັກງານ ແລະ ປະມານ 24% ບໍ່ສາມາດຈ່າຍເງິນເດືອນພະນັກງານ.

ດັ່ງນັ້ນ, ຖ້າມີການປົດ ຫຼື ຢຸດເຊົາການເຮັດວຽກຂອງພະນັກງານໂດຍບໍ່ຈ່າຍເງິນເດືອນປະມານ 10% ຂອງແຮງງານທັງໝົດໃນຂະແໜງການບໍລິການ (ບໍ່ລວມພະນັກງານລັດ) ໃນໄລຍະ 3 ເດືອນ ຈະເຮັດໃຫ້ແຮງງານປະມານ 70.584 ຄົນ ໄດ້ຮັບຜົນກະທົບ ແລະ ເຮັດໃຫ້ເຂົາເຈົ້າສູນເສຍລາຍຮັບປະມານ 4.670 ຕື້ກີບ ຫຼື 6,6 ລ້ານກີບຕໍ່ຄົນ.

ສ່ວນຂະແໜງອຸດສາຫະກໍາ, ປັດຈຸບັນ ໂຮງງານສ່ວນໃຫຍ່ ແມ່ນປິດຊົ່ວຄາວຕາມຄໍາສັ່ງ 06/ນຍ ແລະ ແຈ້ງການ ເຊິ່ງຈະເປີດການຜະລິດເປັນປົກກະຕິພາຍຫຼັງຄໍາສັ່ງໄດ້ສິ້ນສຸດ, ແຕ່ສະຖານະການແກ່ຍາວຈະກະທົບຕໍ່ບັນຫາການວ່າງງານຫຼາຍຂຶ້ນ.

 

ຮຽບຮຽງຂ່າວ: ພຸດສະດີ

ບົດຄວາມຫຼ້າສຸດ

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...

ສູນທອນພົດປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X

 ໃນພິທີປິດກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ X, ທ່ານ ສອນໄຊ ສີພັນດອນ ປະທານສະພາແຫ່ງຊາດ ໄດ້ກ່າວສູນທອນພົດປິດກອງປະຊຸມວ່າ: ກອງປະຊຸມສະໄໝສາມັນເທື່ອທີ 2 ຂອງສະພາແຫ່ງຊາດ ຊຸດທີ...

ສສຊ ເຂດ 4 ສະເໜີ ໃຫ້ກວດລ້າງໃສ່ໂທດ ຕໍ່ຜູ້ກະທຳຜິດ ແລະຜູ້ທີ່ຊ່ວຍເຫຼືອເອື້ອອຳນວຍຄວາມສະດວກ ໃຫ້ກຸ່ມສະແກມເມີ ທັງພາຍໃນ ແລະ ຕ່າງປະເທດ

ທ່ານ ນາງ ມະນີຈູ່ ຢາຈົງວາ ສສຊ ປະຈຳເຂດເລືອກຕັ້ງທີ4 ແຂວງອຸດົມໄຊໄດ້ປະກອບຄຳເຫັນຕໍ່ຮ່າງກົດໝາຍ ວ່າດ້ວຍການຕ້ານ ແລະ ສະ ກັດກັ້ນອາຊະຍາກໍາທາງໄຊເບີ (ສະບັບປັບປຸງ) ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ...