Homeນານາສາລະການຮັກສາອາການຈາກການຕິດເຊື້ອ ໂຄວິດ-19 ໃຊ້ເວລາເທົ່າໃດ?

ການຮັກສາອາການຈາກການຕິດເຊື້ອ ໂຄວິດ-19 ໃຊ້ເວລາເທົ່າໃດ?

Published on

ອ້າງອີງຈາກບົດຄວາມຈາກເວັບໄຊ ສຳນັກຂ່າວ BBC ກ່າວໄວ້ວ່າ ໄລຍະການຮັກສາອາການຈາກການຕິດເຊື້ອພະຍາດໄວຣັສໂຄວິດ-19 ນີ້ ຂຶ້ນຢູ່ກັບຜູ້ປ່ວຍວ່າເປັນໜັກ ຫຼື ເບົາເທົ່າໃດ ບາງຄົນໃຊ້ເວລາບໍ່ດົນ ບາງຄົນກໍ່ກິນເວລາເປັນເດືອນ ແລະ ອາດຈະເປັນບັນຫາຊຳເຮື້ອ ປັດໃຈຫຼັກກໍ່ຄືອາຍຸ, ເພດ ແລະ ພະຍາດປະຈຳຕົວອື່ນໆ.

ສຳຫຼັບຜູ້ຕິດເຊື້ອທີ່ມີອາການເລັກນ້ອຍ ຈະມີອາການຫຼັກໆໄດ້ແກ່ ໄອ, ປວດຄີງໄຂ້, ເມື່ອຍ, ເຈັບຄໍ ແລະ ເຈັບຫົວ. ອາການເຫຼົ່ານີ້ອາໄສການນອນພັກ, ດື່ມນໍ້າຫຼາຍໆ ແລະ ກິນຢາແກ້ປວດເຊັ່ນ ຢາພາລາເຊັດຕາມອນ. ຄົນທີ່ມີອາການເລັກນ້ອຍອາດຈະເຊົາຢ່າງໄວວາ ໄຂ້ຄວນຈະຫຼຸດພາຍໃນໜຶ່ງອາທິດ ແຕ່ກໍ່ອາດຈະໄອຕໍ່. ອົງການອະນາໄມໂລກໄດ້ວິເຄາະຂໍ້ມູນຜູ້ຕິດເຊື້ອຈາກຈີນ ແລະ ໄດ້ຜົນສະຫຼຸບວ່າ ໂດຍສະເລ່ຍແລ້ວຕ້ອງໃຊ້ເວລາ 2 ອາທິດກວ່າຄົນໄຂ້ຈະກັບມາເຊົາດີ.

ຮູບພາບໂດຍ Polina Tankilevitch via Canva

ສ່ວນຄົນທີ່ມີອາການໜັກກວ່ານັ້ນ ແມ່ນມັກຈະເກີດຂຶ້ນໃນ 7-10 ມື້ຫຼັງຕິດເຊື້ອ ຄວາມປ່ຽນແປງໃນໄລຍະນີ້ອາດຈະເກີດຂຶ້ນກະທັນຫັນໄດ້, ເລີ່ມຫາຍໃຈລຳບາກ ປອດມີອາການອັກເສບ ເກີດຈາກລະບົບພູມຄຸ້ມກັນທີ່ຮ່າງກາຍພະຍາຍາມຈະສູ້ກັບພະຍາດ ຈົນກາຍເປັນຕໍ່ສູ້ຫຼາຍເກີນໄປ ສົ່ງຜົນໃຫ້ຮ່າງກາຍໄດ້ຮັບຄວາມເສຍຫາຍ. ຄົນເຈັບບາງຄົນຕ້ອງເຂົ້າໂຮງໝໍເພື່ອນຳໃຊ້ເຄື່ອງຊ່ວຍຫາຍໃຈ. ທ່ານໝໍ ຊາຣາ ຈາວິສ (Sarah Jarvis) ບອກວ່າ ອາການຫາຍໃຈບໍ່ອີ່ມ ຕ້ອງໃຊ້ເວລາຮັກສາພໍສົມຄວນ ເພາະຮ່າງກາຍພະຍາຍາມຟື້ນຟູສະພາບຈາກຮອຍບາດ ແລະ ອາການອັກເສບ. ທ່ານໝໍໄດ້ບອກເພີ່ມຕື່ມ ວ່າອາດຕ້ອງໃຊ້ເວລາເຖິງ 8 ອາທິດກວ່າຈະກັບມາເຊົາດີ ແລະ ຄົນໄຂ້ກໍ່ຈະຍັງຮູ້ສຶກເມື່ອຍຢູ່.

ໃນກໍລະນີທີ່ຕ້ອງເຂົ້າຫ້ອງມໍລະສຸມ (ໄອຊີຍູ) ນັ້ນ ອົງການອະນາໄມໂລກປະເມີນໄວ້ວ່າ 1 ໃນ 20 ຂອງຜູ້ຕິດເຊື້ອຕ້ອງເຂົ້າຮັກສາໃນພະແນກຜູ້ປ່ວຍໜັກ ອາດຈະຕ້ອງໃຊ້ຢາສະຫຼົບ ແລະ ເຄື່ອງຊ່ວຍຫາຍໃຈ. ຄົນເຈັບຫ້ອງຜູ້ປ່ວຍໜັກ ບໍ່ວ່າຊິປ່ວຍຈາກຫຍັງກໍ່ຕາມ ຕ້ອງໃຊ້ເວລາດົນກວ່າຈະເຊົາດີໄດ້ ແລະ ຕ້ອງຍ້າຍໄປພັກໃນຫ້ອງຜູ້ປ່ວຍທຳມະດາກ່ອນຈະກັບບ້ານໄດ້. ຜູ້ຊ່ຽວຊານບອກວ່າຕ້ອງໃຊ້ເວລາ 12-18 ເດືອນກວ່າຄົນໄຂ້ຈະກັບມາໃຊ້ຊີວິດປົກກະຕິໄດ້ ການຕ້ອງນອນເທິງຕຽງໂຮງໝໍດົນໆ ເຮັດໃຫ້ຄົນໄຂ້ສູນເສຍກ້າມເນື້ອ ແລະ ອ່ອນແອລົງ ຕ້ອງໃຊ້ເວລາໃນການສ້າງກ້າມເນື້ອ ບາງຄົນເຖິງຕ້ອງເຮັດກາຍະພາບບຳບັດ ເພື່ອໃຫ້ກັບມາຍ່າງໄດ້ອີກເທື່ອໜຶ່ງ. ນອກຈາກນີ້ ສິ່ງທີ່ຮ່າງກາຍຕ້ອງພົບເຈິໃນຫ້ອງຜູ້ປ່ວຍໜັກ ອາດຈະເຮັດໃຫ້ມີອາການທາງຈິດໄດ້.

ຮູບພາບໂດຍ Sharon McCutcheon via Unsplash

ໃນສ່ວນຂອງການສົ່ງຜົນຕໍ່ສຸຂະພາບໃນໄລຍະຍາວນັ້ນ ໃນຕອນນີ້ຍັງບໍ່ມີຂໍ້ມູນກ່ຽວກັບໂຄວິດ-19 ໃນໄລຍະຍາວ ແຕ່ກໍ່ສາມາດວິເຄາະຈາກອາການອື່ນໆໄດ້ເຊັ່ນ: ອາການຫາຍໃຈລຳບາກກະທັນຫັນ ເກີດຂຶ້ນກັບຄົນໄຂ້ທີ່ມີລະບົບພູມຄຸ້ມກັນເຮັດວຽກໜັກເກີນໄປ ຈົນສ້າງຄວາມເສຍຫາຍຕໍ່ປອດ ເຊິ່ງຜູ້ຊ່ຽວຊານບອກວ່າ ມີຂໍ້ມູນວ່າ ເຖິງເວລາຈະຜ່ານໄປ 5 ປີ ຄົນເຈັບຈະຍັງໄດ້ຮັບຜົນກະທົບທັງຮ່າງກາຍແລະ ຈິດໃຈ. ນອກຈາກນີ້ ມີຄວາມເປັນໄປໄດ້ວ່າຜູ້ປ່ວຍທີ່ມີອາການພຽງເລັກນ້ອຍ ກໍ່ອາດຈະມີບັນຫາສຸຂະພາບໃນໄລຍະຍາວເຊັ່ນຮູ້ສຶກອິດເມື່ອຍ.

ຄຳຖາມທີ່ວ່າຄົນທີ່ເຊົາແລ້ວ ສາມາດຕິດເຊື້ອໂຄວີດ-19 ໄດ້ຫຼືບໍ່ນັ້ນ ແມ່ນມີການຄາດເດົາ ແຕ່ຫຼັກຖານຍັງໜ້ອຍຫຼາຍ ວ່າລະບົບພູມຄຸ້ມກັນຂອງຄົນທີ່ເຄີຍຕິດເຊື້ອໄວຣັສມາແລ້ວ ຈະຢູ່ໄດ້ດົນເທົ່າໃດ ຫາກຄົນເຈັບເຊົາຈາກໄວຣັສ ເຂົາເຈົ້າກໍ່ຈະສ້າງລະບົບພູມຄຸ້ມກັນຂຶ້ນມາໄດ້. ລາຍງານທີ່ບອກວ່າມີຄົນຕິດເຊື້ອເປັນຮອບທີ່ສອງອາດເປັນຍ້ອນການກວດຫາເຊື້ອທີ່ຜິດພາດກໍ່ເປັນໄດ້.

ການທຳຄວາມເຂົ້າໃຈລະບົບພູມຄຸ້ມກັນເປັນເລື່ອງສຳຄັນຫຼາຍ ຊ່ວຍໃຫ້ເຮົາເຂົ້າໃຈວ່າຄົນສາມາດຕິດເຊື້ອໄດ້ອີກເທື່ອໜຶ່ງຫຼືບໍ່ ແລະ ວັກຊີນຈະມີປະສິດຕິພາບເທົ່າໃດ.

ຮຽບຮຽງໂດຍ: ວະນິດາ

 

ບົດຄວາມຫຼ້າສຸດ

ຍົກສູງຊີວິດ ການເປັນຢູ່ຂອງປະຊາຊົນແຂວງຈໍາປາສັກ ໃຫ້ຫຼຸດພົ້ນອອກຄວາມທຸກຍາກເທື່ອລະກ້າວ

ໃນໄລຍະປີຜ່ານມາ ສະພາປະຊາຊົນ ເຂດເລືອກຕັ້ງທີ 15 ແຂວງຈໍາປາສັກ ໄດ້ເອົາໃຈໃສ່ປະຕິບັດ ພາລະບົດບາດຂອງຕົນຢ່າງຕັ້ງໜ້າ ໂດຍສະເພາະສຸມໃສ່ການຍົກສູງຄຸນນະພາບວຽກງານນິຕິບັນຍັດ, ການພິຈາລະນາຕົກລົງບັນຫາສຳຄັນຂອງຊາດ, ການຕິດຕາມກວດກາການປະຕິບັດກົດໝາຍ ແລະ ການແກ້ໄຂຄຳສະເໜີຂອງປະຊາຊົນ ອັນເປັນການປະກອບສ່ວນຊຸກຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ...

ສະມາຄົມນັກຂ່າວລາວ ຮ່ວມກອງປະຊຸມສື່ມວນຊົນ ໜຶ່ງແລວໜຶ່ງເສັ້ນທາງ ປະຈຳປີ 2026 ທີ່ ສປ ຈີນ

ໃນວັນທີ 17 ຕຸລາ 2026, ທ່ານ ສະຫວັນຄອນ ຣາຊະມຸນຕີ ປະທານສະມາຄົມນັກຂ່າວ ແຫ່ງ ສປປ ລາວ ພ້ອມດ້ວຍ ທ່ານ ອາດິຕະ...

ເປີດກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026

ກອງປະຊຸມລັດຖະບານ ສະໄໝສາມັນ ປະຈຳເດືອນຕຸລາ 2026 ໄດ້ໄຂຂຶ້ນໃນຕອນເຊົ້າ ຂອງວັນທີ 22 ຕຸລາ 2026 ທີ່ສໍານັກງານນາຍົກລັດຖະມົນຕີ, ພາຍໃຕ້ການເປັນປະທານ ຂອງທ່ານ ສະເຫຼີມໄຊ ກົມມະສິດ,...

ເປັນໄປໄດ້ແທ້! 2022 ລາວເລີ່ມສຶກສາສ້າງທາງດ່ວນ ນະຄອນຫຼວງວຽງຈັນ-ຫົວພັນ ປີ 2026 ສືບຕໍ່ສຶກສາຄວາມເປັນໄປໄດ້ ສໍາຫຼວດ-ອອກແບບ ແລະ ກໍ່ສ້າງທາງ

ລັດຖະບານລາວໄດ້ເຫັນດີໃນດ້ານຫຼັກການໃຫ້ມີການສຶກສາຄວາມເປັນໄປໄດ້ໃນການກໍ່ສ້າງເສັ້ນທາງດ່ວນແຕ່ນະຄອນຫຼວງວຽງຈັນຫາແຂວງຫົວພັນ,ເຊິ່ງພິທີເຊັນບົດບັນທຶກຄວາມເຂົ້າໃຈ (MOU) ໂຄງການດັ່ງກ່າວໄດ້ຈັດຂຶ້ນ ໃນ 4 ເມສາ 2022, ທີ່ນະຄອນຫຼວງວຽງຈັນ ລະຫວ່າງ ລັດຖະບານແຫ່ງ ສປປ ລາວ ກັບວິສາຫະກິດການລົງທຶນຂອງຕ່າງປະເທດ, ເຊິ່ງການກໍ່ສ້າງໂຄງການແມ່ນຈະໃຊ້ທຶນຮອນຂອງສອງບໍລິສັດເອກະຊົນດັ່ງກ່າວ,...