Social Distancing ຫຼື ການຮັກສາໄລຍະຫ່າງທາງສັງຄົມ ທີ່ທົ່ວໂລກກຳລັງນຳໃຊ້ໃນປັດຈຸບັນ ການງົດພົບປະຜູ້ຄົນ, ງົດສຳພັດກັບບຸກຄົນອື່ນ ແລະ ເວັ້ນໄລຍະຫ່າງ ເປັນໜຶ່ງໃນມາດຕະການທີ່ລັດຖະບານໃນຫຼາຍປະເທດ ລວມ ເຖິງ ສປປ ລາວ ໄດ້ນຳເປັນອາວຸດໃນການຕໍ່ສູ້ກັບການແຜ່ລະບາດຂອງເຊື້ອໄວຣັດໂຄວິດ-19 ເນື່ອງຈາກວ່າເຊື້ອໄວຣັດດັ່ງກ່າວສາມາດກະຈາຍແຜ່ເຊື້ອໃຫ້ກັບຄົນອື່ນທີ່ຢູ່ໃກ້ຊິດກັບຜູ້ຕິດເຊື້ອໄດ້. ດັ່ງນັ້ນ, ລັດຖະບານຈຶ່ງໄດ້ແນະນຳໃຫ້ປະຊາຊົນເວັ້ນໄລຍະຫ່າງທາງສັງຄົມ ໂດຍຢູ່ຫ່າງຈາກບຸກຄົນອື່ນຢ່າງໜ້ອຍ 2 ແມັດ ເນື່ອງຈາກວິທີນີ້ເປັນອີກໜຶ່ງມາດຕະການທີ່ຊ່ວຍປ້ອງກັນການລະບາດຂອງໂຣກໂຄວິດ-19 ໄດ້ດີທີ່ສຸດກ່ອນຈະມີການລະບາດເກີດຂຶ້ນຢ່າງໄວວາໄດ້.
ຮອງສາດສະດາຈານແພດຍິງ ລິຊ່າ ມາລາກາຄຣິສ ( Lisa Maragakis) ຜູ້ອຳນວຍການອາວຸໂສດ້ານການປ້ອງກັນການຕິດເຊື້ອລະບົບສຸຂະພາບ ມະຫາວິທະຍາໄລ ຈອນ ຮັອບກິ້ນ ເຄີຍກ່າວໄວ້ວ່າ ການຢູ່ຫ່າງກັນຢ່າງໜ້ອຍ 2 ແມັດ ຈະຊ່ວຍຫຼຸດຄວາມສ່ຽງໃນການຕິດເຊື້ອ ແລະ ການກະຈາຍເຊື້ອໄປສູ່ຄົນອື່ນໄດ້.
ການຮັກສາໄລຍະຫ່າງທາງສັງຄົມ ຍັງລວມໄປເຖິງການຫຼີກລ່ຽງການເຂົ້າຮ່ວມສະຖານທີ່ຊຸມນຸມບ່ອນມີຄົນຫຼາຍ ເຊັ່ນ: ສຳນັກງານ, ໂຮງຮຽນ, ສະໜາມກິລາ, ຮ້ານບັນເທີງ, ຮ້ານອາຫານ, ຄອນເສີດ, ຕະຫຼາດນັດ, ໂບດ, ຫ້າງຊັບພະສິນຄ້າ, ການປະຊຸມຂະໜາດໃຫຍ່ ແລະ ອື່ນໆອີກດ້ວຍ.
ມາດຕະການ ການຮັກສາໄລຍະຫ່າງທາງສັງຄົມ ບໍ່ແມ່ນຫາກໍ່ມີ ຍ້ອນມີສະຖານະການການລະບາດຂອງໄວຣັດໂຄໂຣນາ ແຕ່ກ່ອນໜ້ານີ້ເຄີຍຖືກນຳມາໃຊ້ໃນເຫດການລະບາດທົ່ວໂລກຫຼາຍຄັ້ງແລ້ວ ບໍ່ວ່າຈະເປັນການລະບາດຂອງໄຂ້ຫວັດໃຫຍ່ສະເປນ ໃນລະຫວ່າງປີ 1918-1920 ເຊິ່ງປີນັ້ນມີຈຳນວນຄົນເສຍຊີວິດທົ່ວໂລກສູງເຖິງ 50-100 ລ້ານຄົນ ແລະ ໄຂ້ຫວັດສາຍພັນໃໝ່ 2009 ທີ່ມີການລະບາດຈາກປະເທດ ເມັກຊິໂກ ໄປທົ່ວໂລກ, ການຮັກສາໄລຍະຫ່າງທາງສັງຄົມ ນັ້ນໄດ້ພິສູດໃຫ້ເຫັນວ່າເປັນມາດຕະການປ້ອງກັນການລະບາດທີ່ມີປະສິດທິພາບ ແລະ ສາມາດຊ່ວຍຫຼຸດລະດັບຄວາມຮ້າຍແຮງຂອງການລະບາດໄດ້ແທ້.
ຮຽບຮຽງບົດ: ພຸດສະດີ
ແຫຼ່ງຂໍ້ມູນ: posttoday, voathai, bbc, sanook